ໃນທ້າຍເດືອນກໍລະກົດ ຜ່ານມາ, ຜູ້ຍົກຍ້າຍຜິດກົດໝາຍຈຳນວນຫຼວງຫຼາຍຈາກປະເທດມາຣົກ ໄດ້ຫຼັ່ງໄຫຼກັບເຂົ້ານະຄອນເຊວຕາ ປະເທດແອັດສະປາຍ ເຮັດໃຫ້ແອັດສະປາຍເກີດວິກິດການຄົນຍົກຍ້າຍຢູ່ເຂດຊາຍແດນທີ່ຮ້າຍແຮງທີ່ສຸດໃນຊຸມປີມໍ່ໆມານີ້.
ຫວຽດນາມ ຫັນວິທະຍາສາດເຕັກໂນໂລຊີ ເປັນກຳລັງໜູນການເຕີບໂຕເສດຖະກິດ
ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 14 ຕຸລາ ຜ່ານມາວ່າ: ທ່ານ ໂຮ່ກວັກຢຸງ ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ຮຽກຮ້ອງໃນກອງປະຊຸມກ່ຽວກັບການພັດທະນາລະບົບນິເວດນະວັດຕະກຳແຫ່ງຊາດ ທີ່ຈັດຂຶ້ນໃນວັນທີ 14 ຕຸລາ ຜ່ານມາ ຢູ່ນະຄອນຫູວງຮ່າໂນ້ຍ ວ່າ, ໃຫ້ສຸມໃສ່ແກ້ໄຂຈຸດອຸດຕັນຂອງລະບອບລະບຽບການ ແລະ ຊຸກຍູ້ການສະໜອງ - ຄວາມຕ້ອງການ, ເພີ່ມທະວີການຄົ້ນຄວ້າຕາມຄວາມຕ້ອງການຂອງວິສາຫະກິດ ເພື່ອຫັນວິທະຍາສາດເຕັກໂນໂລຊີໃຫ້ກາຍເປັນກຳລັງໜູນຂອງການເຕີບໂຕເສດຖະກິດຢ່າງແທ້ຈິງ.
ຄໍາເຫັນ