ຂ່າວລະບຸວ່າ: ໂຕເລກດັດຊະນີການປະດິດສ້າງທົ່ວໂລກ ທີ່ເຜີຍແຜ່ໂດຍອົງການຊັບສິນທາງປັນຍາໂລກໄດ້ນຳໃຊ້ຕົວຊີ້ວັດປະມານ 80 ລາຍການເພື່ອປະເມີນຜົນງານປະດິດສ້າງຂອງເກືອບ 140 ອົງກອນເສດຖະກິດ. ອີງຕາມບົດລາຍງານປີ 2026 ນີ້, ຈີນມີວິສາຫະກິດໃໝ່ດ້ານນະວັດຕະກຳແນວໜ້າ 3,466 ແຫ່ງ, ຄອງອັນດັບ 2 ຂອງໂລກ ເປັນຮອງແຕ່ ສະຫະລັດ ອາເມຣິກາ.
ປີ 2026, ປະເທດສະວິດ, ຊູແອັດ ແລະ ສະຫະລັດ ອາເມຣິກາ ສືບຕໍ່ຄອງອັນດັບ 1 ຫາ 3 ໃນການຈັດອັນດັບດັດຊະນີການປະດິດສ້າງທົ່ວໂລກ. ປີ 2025 ເປັນຄັ້ງທຳອິດທີ່ຈີນຖືກຈັດເຂົ້າໃນ 10 ອັນດັບຕົ້ນ, ປີ 2026 ຈີນສືບຕໍ່ຮັກສາຢູ່ໃນອັນດັບ 10.
ຄໍາເຫັນ