ທ່ານ ສີຈິ້ນຜິງ ຊີ້ອອກວ່າ: ຕະຫຼອດໄລຍະ 77 ປີຜ່ານມາ, ພັກພວກເຮົາໄດ້ສາມັກຄີ ແລະ ນຳພາປະຊາຊົນສູ້ຊົນຢ່າງບໍ່ລົດລະ ໂດຍສາມາດສ້າງສິ່ງມະຫັດສະຈັນສອງຢ່າງ ຄື: ເສດຖະກິດໄດ້ຮັບການພັດທະນາຢ່າງວ່ອງໄວ ແລະ ສັງຄົມມີສະຖຽນລະພາບຢ່າງຍາວນານ, ໄດ້ບັນລຸເປົ້າໝາຍສູ້ຊົນຮ້ອຍປີປະການທີ 1 ແຫ່ງການສ້າງສັງຄົມອີ່ມໜຳສຳລານໃຫ້ສຳເລັດຢ່າງຮອບດ້ານ ແລະ ກຳລັງບຸກບືນສູ້ຊົນກ້າວໄປຂ້າງໜ້າຢ່າງກ້າຫານເພື່ອບັນລຸເປົ້າໝາຍສູ້ຊົນຮ້ອຍປີປະການທີ 2 ແຫ່ງການສ້າງປະເທດສັງຄົມນິຍົມທັນສະໄໝທີ່ເຂັ້ມແຂງໃຫ້ສຳເລັດຢ່າງຮອບດ້ານ.
ທ່ານ ສີຈິ້ນຜິງ ເນັ້ນໜັກວ່າ: ຕ້ອງຜັນຂະຫຍາຍທິດທາງ “ປະເທດດຽວ ສອງລະບອບ” ຢ່າງເດັດດ່ຽວໜຽວ ແໜ້ນ, ສະໜັບສະໜູນຮົງກົງ ແລະ ມາກາວ ເຊື່ອມໂຍງເຂົ້າກັບສະພາບລວມແຫ່ງການພັດທະນາປະເທດຊາດໃຫ້ດີ ກວ່າເກົ່າ; ເດັດດ່ຽວຕໍ່ຕ້ານອິດທິກຳລັງແບ່ງແຍກໄຕ້ຫວັນເປັນເອກະລາດ, ຊຸກຍູ້ພາລະກິດອັນຍິ່ງໃຫຍ່ແຫ່ງການທ້ອນໂຮມປະເທດຊາດເຂົ້າເປັນເອກະພາບ. ຕ້ອງຢຶດໝັ້ນນະໂຍບາຍການຕ່າງປະເທດສັນຕິພາບ, ເອກະລາດ ແລະ ເປັນເຈົ້າຕົນເອງ, ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ, ເພີ່ມຄວາມແນ່ນອນ ແລະ ພະລັງທາງບວກຫຼາຍກວ່າເກົ່າເຂົ້າໃນໂລກທີ່ປັ່ນປ່ວນ ແລະ ຜັນແປຢ່າງສັບສົນ.
ຄໍາເຫັນ