![]() |
ການຢ້ຽມຢາມຄັ້ງນີ້,ໃນຕອນເຊົ້າວັນທີ 29 ກັນຍາ 2026, ຢູ່ທີ່ ຮ່າໂນ້ຍ ຄະນະ ໄດ້ພົບປະເຮັດວຽກກັບຄະນະໂຄສະນາສຶກສາແລະຂົນຂວາຍສູນກາງພັກ ຄອມມູນິດຫວຽດນາມ ນໍາໂດຍ ທ່ານ ຟານ ຊວນ ຖຸຍ (PhanXuânThủy), ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ.
![]() |
ໃນການພົບປະ, ສອງຝ່າຍໄດ້ແຈ້ງໃຫ້ກັນຊາບສະພາບການເມືອງ, ເສດຖະກິດ ສັງຄົມຂອງສອງປະເທດ ພ້ອມທັງຕີລາຄາສູງ ກ່ຽວກັບການຮ່ວມມືສອງຝ່າຍ ໃນໄລຍະແຕ່ປີ2022-2026, ພ້ອມດຽວກັນນັ້ນ, ສອງຝ່າຍຍັງໄດ້ປຶກສາຫາລື ກ່ຽວກັບທິດທາງການພົວພັນຮ່ວມມືໃນຕໍ່ໜ້າ ເປັນຕົ້ນແມ່ນການ ຮ່ວມມືໄລຍະ 2027 – 2031.ຄຽງຄູ່ກັນນັ້ນ, ສອງຝ່າຍຈະຍູ້ແຮງການຮ່ວມມືດ້ານສື່ມວນຊົນ - ການພິມຈໍາໜ່າຍ, ຂໍ້ມູນຂ່າວສານການຕ່າງປະເທດ ແລະ ການໂຄສະນາໃນແພລັດຟອມດິຈິຕອນ; ປະສານສົມທົບຜະລິດຜະລິດຕະພັນສື່ປະສົມ (Multimedia) ປະສານສົມທົບກັນໃນການຮັບຮູ້, ຕອບໂຕ້ ແລະ ໂຕ້ແຍ້ງຂໍ້ມູນຂ່າວສານທີ່ບິດເບືອນກ່ຽວກັບສາຍພົວພັນ ລາວ - ຫວຽດນາມ.
![]() |
ຕອນບ່າຍວັນດຽວກັນ, ຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ຈິ້ງ ວັນ ກວຽດ (TrịnhVănQuyết), ຫົວໜ້າຄະນະໂຄສະນາສຶກສາແລະຂົນຂວາຍສູນກາງພັກ ຄອມມູນິດຫວຽດນາມ.
ໃນວັນທີ 30 ກັນຍາ 2026, ຄະນະໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງ ແຄ່ງຮວາ (KhánhHòa), ໂອກາດນີ້ ຄະນະໄດ້ໄປຢ້ຽມຊົມສະຖານທີ່ທ່ອງທ່ຽວ ແລະ ບູຮານສະຖານຈໍານວນໜຶ່ງຢູ່ເມືອງ ຍາຈາງ (NhaTrang).



ຄໍາເຫັນ