ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດພິທີມອບ-ຮັບລາງວັນມາດຕະຖານການ ທ່ອງທ່ຽວອາຊຽນປະຈໍາປີ 2024 ຂຶ້ນໃນວັນທີ 13 ກຸມພານີ້ ທີ່ຫໍວັດທະນະທໍາແຫ່ງຊາດ ນະຄອນຫຼວງວຽງຈັນ ຊຶ່ງຄັ້ງນີ້ເປັນຄັ້ງທີ 2 ຖັດຈາກງານມະຫະກຳທ່ອງທ່ຽວອາຊຽນ (ATF 2024) ໂດຍການເປັນປະທານຂອງທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ຖວທ, ມີທ່ານຮອງລັດຖະມົນຕີ, ເຈົ້າໜ້າທີ່ອາວຸໂສທ່ອງທ່ຽວອາຊຽນລາວ, ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ ຖວທ ນະຄອນຫຼວງວຽງຈັນ ແລະ ຜູ້ຕາງໜ້າຈາກບັນດາແຂວງທົ່ວປະເທດ, ພາກທຸລະກິດທີ່ໄດ້ຮັບລາງວັນ ພ້ອມດ້ວຍແຂກຖືກເຊີນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຄົມ ດວງຈັນທາ ຫົວໜ້າກົມໂຄສະນາການທ່ອງທ່ຽວໄດ້ລາຍງານໃຫ້ຮູ້ວ່າ: ການຈັດພິທີຄັ້ງນີ້ ເພື່ອມອບລາງວັນໃຫ້ແກ່ບັນດາຜູ້ປະກອບການທຸລະກິດການທ່ອງທ່ຽວຂອງ ສປປ ລາວ ຈໍານວນ 52 ພາກສ່ວນ ທີ່ບັນລຸຕາມເງື່ອນໄຂມາດຕະຖານທີ່ອາຊຽນກໍານົດໄວ້ ຊຶ່ງລາງວັນມາດຕະຖານການທ່ອງທ່ຽວອາຊຽນແມ່ນລາງວັນອັນຊົງກຽດທີ່ມີຄວາມໝາຍ ແລະ ຄວາມສຳຄັນຢ່າງຍິ່ງ ໃນການສົ່ງເສີມອຸດສາຫະກຳການທ່ອງທ່ຽວອາຊຽນໃຫ້ມີຄຸນນະ ພາບທີ່ດີ. ເວົ້າລວມ, ເວົ້າສະເພາະ ການພັດທະນາອຸດສາຫະກຳການທ່ອງທ່ຽວຂອງ ສປປ ລາວ ຊຶ່ງເປັນຄວາມພະຍາຍາມ ແລະ ການປະກອບສ່ວນພັນທະຢ່າງຕັ້ງໜ້າຂອງພາກສ່ວນທີ່ກ່ຽວຂ້ອງທັງພາກລັດ ແລະ ເອກະຊົນ ຈຳເປັນຕ້ອງໄດ້ປະຕິບັດເພື່ອຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວໃຫ້ມີຄຸນນະພາບ, ມີຄວາມຮັບຜິດຊອບ, ມີຄວາມຍືນຍົງ ສາມາດແຂ່ງຂັນກັນໄດ້ ເພື່ອເປັນການປົກປັກຮັກສາ ແລະ ສົ່ງເສີມມໍລະດົກທາງດ້ານທຳມະຊາດທີ່ອຸດົມສົມບູນ ແລະ ມໍລະດົກທາງດ້ານວັດທະນະທຳທີ່ໂດດເດັ່ນຂອງ ສປປ ລາວ ໃຫ້ຍືນຍົງຕະຫຼອດໄປ.
ໃຫ້ກຽດຂຶ້ນມອບລາງວັນໂດຍທ່ານນາງ ສວນສະຫວັນ ວິຍະເກດ ຊຶ່ງມອບໃຫ້ແກ່ຜູ້ໄດ້ຮັບລາງວັນຈາກ 3 ປະເພດມາດຕະຖານການທ່ອງທ່ຽວອາຊຽນ ລວມທັງໝົດ 52 ລາງວັນ ດັ່ງນີ້: ລາງວັນມາດຕະຖານໂຮງແຮມຂຽວອາຊຽນຈໍານວນ 45 ລາງວັນ; ລາງວັນມາດຕະຖານສະຖານທີ່ຈັດງານອາຊຽນປະເພດສະຖານທີ່ຈັດງານເທດສະການ ຈໍານວນ 6 ລາງວັນ ແລະ ລາງວັນການທ່ອງທ່ຽວແບບຍືນຍົງອາຊຽນຈໍານວນ 1 ລາງວັນ ຊຶ່ງຫົວຂໍ້ການແຂ່ງຂັນສໍາລັບປີ 2024 ແມ່ນການສົ່ງເສີມອາຫານເພື່ອການທ່ອງທ່ຽວ.
ຂ່າວ-ພາບ: ຍຸພິນທອງ