ງານບຸນປະເພນີນະມັດສະການພະທາດມາຫຼ້າ ບ້ານນາຄອງ ເມືອງທຸລະຄົມ ແຂວງວຽງຈັນ ຕິດພັນກັບພິທີເປີດປີທ່ອງທ່ຽວ ຈະໄດ້ຈັດຂຶ້ນລະຫວ່າງວັນທີ 22 ຫາ ວັນທີ 24 ກຸມພາ 2024 ເພື່ອອານຸລັກຮັກສາວັດທະນະທໍາຮີດຄອງປະເພນີອັນດີງາມຂອງຊາດ ກໍຄືຂອງຊາວເມືອງ ທີ່ເຄີຍໄດ້ຈັດຕັ້ງປະຕິບັດຕາມຮອຍບັນພະບູລຸດຫຼາຍເຊັ່ນຄົນຜ່ານມາ. ສໍາລັບງານປີນີ້, ຈະຈັກຂຶ້ໃນຮູບແບບເປີດກວ້າງ, ຍິ່ງໃຫຍ່ ເນື່ອງຈາກເປັນປີທ່ອງທ່ຽວລາວ ຕາມນະໂຍບາຍຂອງລັດຖະບານວາງອອກ ເພື່ອໂຄສະນາ, ກະຕຸ້ນ, ສົ່ງເສີມ, ດຶງດູດນັກທ່ອງທ່ຽວ ໃຫ້ມາທ່ອງທ່ຽວເມືອງທຸລະຄົມຫຼາຍຂຶ້ນ, ກະຈາຍລາຍໄດ້ສູ່ຊຸມຊົນ, ກະຕຸ້ນເສດຖະກິດ ປະກອບສ່ວນຢ່າງສໍາຄັນໃຫ້ແກ່ການສ້າງຂະບວນການຂໍ່ານັບຊົມເຊີຍກອງປະຊຸມໃຫຍ່ 3 ຂັ້ນຂອງພັກ, ຍູ້ແຮງຂະບວນການຮອບດ້ານຂອງເມືອງໃຫ້ມີບັນຍາກາດຄຶກຄື້ນມ່ວນຊື່ນ, ຊຶ່ງມາເຖິງປັດຈຸບັນຄະນະຮັບຜິດຊອບຈັດງານໄດ້ເອົາໃຈໃສ່ປະຕິບັດໜ້າທີ່ຂອງຕົນຢ່າງເປັນຂະບວນທີ່ພ້ອມພຽງ, ປະຊຸມແບ່ງວຽກແບ່ງຄວາມຮັບຜິດຊອບໃນບັນດາອະນຸກໍາມະການ ເປັນຕົ້ນ: ອະນຸກໍາມະການເນື້ອໃນ, ປະດັບປະດາສະຖານທີ່, ພິທີການ-ຮັບແຂກ, ກິລາ-ສິລະປະ, ສາສະໜາ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ອື່ນໆ
ງານດັ່ງກ່າວຈະຈັດຂຶ້ນດັ່ງນີ້: ວັນທີ 22 ເປັນມື້ຕັ້ງບຸນ ປະກອບມີຕະຫຼາດນັດ, ວາງຂາຍສິນຄ້າປະເພດຕ່າງໆ, ທາງດ້ານສາສະໜາມີການຫ້າງຫາກະກຽມເຄື່ອງຂອງວັດຖຸທານ, ຕັ້ງກອງບຸນ, ຟັງທໍາມະເທດສະໜາ ແລະ ກະກຽມຄວາມພ້ອມອື່ນໆ. ວັນທີ 23 ເວລາ 13 ໂມງ ເຕົ້າໂຮມມວນຊົນ ຢູ່ເດີ່ນສໍານັກງານປົກຄອງເມືອງທີ່ບ້ານເກິນກາງ, ເວລາ 14 ໂມງ ເລີ່ມເຄື່ອນຂະບວນຜາສາດເຜິ້ງ, ແຫ່ງຮູບຈໍາລອງໂຕຊ້າງ, ໂຕມ້າ, ຕົ້ນກັນ, ວັດຖຸທານ ໄປສົມທົບກັບບ້ານຕ່າງໆ ຢູ່ທາງສີ່ແຍກບ້ານນາຄອງ, ແລ້ວກໍເຄື່ອນຂະບວນແຫ່ໄປສູ່ວັດອ້ອມພະທາດມາຫຼ້າ 3 ຮອບ. ຈາກນັ້ນ, ເຂົ້າສູ່ພິທີເປີດງານເປັນທາງການ, ທ່ຽວຊົມຕະຫຼາດນັດ, ຊົມການສະແດງສິລະປະວັນະຄະດີ, ຂັບລໍາ, ຮ້ອງເພງ. ສໍາລັບວັນທີ 24 ກຸມພາ ຕອນເຊົ້າມີພິທີໃສ່ບາດ-ຖວາຍສັງຂະທານ, ຊົມການແຂ່ງຂັນກິລາເປຕັ້ງ ແລະ ປິດທ້າຍດ້ວຍທີທີວຽນທຽນອ້ອມພະທາດ.
(ຂ່າວ-ພາບ: ຄໍາພອນ ຈັນທະວົງສັກ).