ບໍລິສັດຊ່ວງໄຊ ພັດທະນາກະສິກຳ ຈຳກັດ ຮ່ວມມືກັບ ພະແນກກະສິກຳ ແລະ ປ່າໄມ້ແຂວງອຸດົມໄຊ ເພື່ອພັດທະນາວຽກງານກະສິກຳ. ໃນໄລຍະຜ່ານມາ ບໍລິສັດ ແມ່ນໄດ້ສົມທົບກັບຂະແໜງການທີ່ກ່ຽວຂ້ອງ ສົ່ງເສີມປະຊາຊົນປູກຢາງພາລາ, ປູກມອນ-ລ້ຽງມ້ອນ ແລະ ພຶດປະເພດອື່ນໆ. ປັດຈຸບັນ ທາງບໍລິສັດໄດ້ນໍາເອົາແນວພັນໄມ້ໃຫ້ໝາກຫຼາຍຊະນິດມາທົດລອງປູກ ເພື່ອສົ່ງເສີມການທ່ອງທ່ຽວ ແລະ ເປັນສິນຄ້າສົ່ງອອກ. ໃນນີ້, ມີໝາກສະຕໍເບີຣີ້, ບູເບີຣີ້, ມອນເບີຣີ້ ແລະ ອື່ນໆເຂົ້າມາທົດລອງປູກຢູ່ທີ່ບ້ານດອນແກ້ວ ໂດຍໄດ້ສຳປະທານພື້ນທີ່ດິນຂອງລັດໃນເນື້ອທີ່ 4 ເຮັກຕາກວ່າ.
     ທ່ານ ຈັງເອີ ປະທານບໍລິສັດ ຊວງໄຊພັດທະນາກະສິກຳ ຈຳກັດ ໃຫ້ສຳພາດຕໍ່ນັກຂ່າສທ້ອງຖິ່ນເມື່ອບໍ່ດົນມານີ້ວ່າ: ທາງບໍລິສັດໄດ້ເລີ່ມນຳເອົາແນວພັນໝາກສະຕໍເບີຣີ້, ໝາກມອນເບີຣີ້, ໝາກບູເບີຣີ້, ໝາກອາໂວກາໂດ້ ມາທົດລອງປູກພາຍໃນປີ 2023 ເປັນຕົ້ນມາ ມາຮອດປັດຈຸບັນໜາກໄມ້ບາງຊະນິດແມ່ນເລີ່ມໄດ້ຮັບຜົນຜະລິດແລ້ວ ໂດຍສະເພາະແມ່ນ ໝາກສະຕໍເບີຣີ້, ໝາກມອນເບີຣີ້ ແລະ ໝາກບູເບີຣີ້. ໃນນັ້ນ, ໝາກໄມ້ທີ່ກຳລັງເປັນທີ່ນິຍົມບໍລິໂພກຫຼາຍແມ່ນໝາກສະຕໍເບີຣີ້ ສະເລ່ຍມື້ໜຶ່ງໄດ້ຈຳໜ່າຍປະມານ 50-60 ກິໂລ. ບາງມື້ກໍໄດ້ເຖິງ 100 ກິໂລ. 
     ທ່ານ ຈັງເອີ ຍັງໃຫ້ຮູ້ຕື່ມວ່າ: ໃນຕໍ່ໜ້າແມ່ນຍັງຈະນໍາເອົາແນວພັນໄມ້ໃຫ້ໝາກຊະນິດອື່ນມາທົດລອງປູກ ໂດຍສະເພາະແມ່ນປະເພດທີ່ເໝາະສົມກັບສະພາບດີນຟ້າອາກາດຢູ່ແຂວງອຸດົມໄຊເພື່ອສ້າງໃຫ້ກາຍເປັນສວນໝາກໄມ້ນາໆພັນ ໃຫ້ສັງຄົມເລືອກບໍລິໂພກໄດ້ຕາມໃຈມັກ ພ້ອມທັງຈະສ້າງໃຫ້ກາຍເປັນສວນສາທິດຂະຫຍາຍແນວພັນໄມ້ໃຫ້ໝາກຫຼາຍກວ່າ 30 ຊະນິດ ເພື່ອສົ່ົງເສີມໃຫ້ປະຊາຊົນທີ່ມີເງື່ອນໄຂປູກ ແລ້ວສົ່ງຂາຍໃຫ້ບໍລິສັດສ້າງລາຍຮັບໃຫ້ຄອບຄົວ ແລະ ສ້າງໃຫ້ກາຍເປັນສະຖານທີ່ທ່ອງທ່ຽວຕິດພັນກັບກະສິກຳຂອງຊາວແຂວງອຸດົມໄຊ ກໍຄື ນັກທ່ອງທ່ຽວຈາກຕ່າງແຂວງທີ່ໄດ້ມາແວ່ຊົມຕື່ມອິກ.
     (ຂ່າວ: ແສງອາທິດ)