ພິທີເປີດປີທ່ອງທ່ຽວລາວ 2024 ຂອງແຂວງວຽງຈັນ ຕິດພັນກັບງານເທສະການໝາກກ້ຽງຫວານວັງວຽງ ຢ່າງເປັນທາງການຈັດຂຶ້ນໃນວັນທີ 14 ກຸມພາ ນີ້ ທີ່ສະໜາມບິນເກົ່າເມືອງວັງວຽງ ໂດຍມີທ່ານ ຈະເລີຍ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ, ທ່ານ ຄໍາພັນ ສິດທິດໍາພາ ເຈົ້າແຂວງວຽງຈັນ, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານ ບົວສອນ ບຸບຜາວັນ ອະດີດນາຍົກລັດຖະມົນຕີ, ພ້ອມດ້ວຍແຂກຖືກເຊີນຈາກສູນກາງ, ບັນດາແຂວງໃກ້ຄຽງ ແລະ ມວນຊົນເຂົ້າຮ່ວມ.
ໂອກາດນີ້, ທ່ານ ພູວົງ ບຸນຊູ ຮອງເຈົ້າແຂວງວຽງຈັນ ຫົວໜ້າຄະນະຮັບຜິດຊອບຊີ້ນໍາຈັດປີທ່ອງທ່ຽວລາວ 2024 ຢູ່ແຂວງວຽງຈັນ ໄດ້ລາຍງານໃຫ້ຮູ້ວ່າ: ການເປີດປີທ່ອງທ່ຽວລາວ-ທ່ອງທ່ຽວແຂວງວຽງຈັນ 2024 ໄດ້ກໍານົດໃຫ້ມີ 2 ກິດຈະກໍາການທ່ອງທ່ຽວລະດັບຊາດຄື: ງານເທສະການໝາກກ້ຽງຫວານວັງວຽງ ແລະ ງານເປີດແຫຼ່ງທ່ອງທ່ຽວໜ້າເຂື່ອນນໍ້າງື່ມ 1 ທີ່ຄາດວ່າຈະຈັດຂຶ້ນໃນໄລຍະກາງປີ 2024. ນອກຈາກນີ້, ຍັງມີ 17 ກິດຈະກໍາລະດັບທ້ອງຖິ່ນທີ່ຈະຈັດຂຶ້ນຢູ່ບັນດາເມືອງ ເພື່ອສົ່ງເສີມການທ່ອງທ່ຽວ ແນໃສ່ດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາທ່ຽວແຂວງວຽງຈັນ ໃຫ້ນັບມື້ນັບຫຼາຍຂຶ້ນ ໂດຍໄດ້ກະກຽມຄວາມພ້ອມດ້ານຕ່າງໆ ເປັນຕົ້ນ ການປັບປຸງປົວແປງພື້ນຖານໂຄງລ່າງສິ່ງອໍານວຍຄວາມສະດວກດ້ານການທ່ອງທ່ຽວ, ການພັດທະນາແຫຼ່ງທ່ອງທ່ຽວໃໝ່, ການຝຶກອົບຮົມຍົກລະດັບພະນັກງານບໍລິການ, ປັບປຸງຄຸນນະພາບຂອງສະຖານທີ່ພັກແຮມ, ຮ້ານອາຫານ ແລະ ກິດຈະກໍາບໍລິການນໍາທ່ຽວຕ່າງໆໃຫ້ໄດ້ມາດຕະຖານ. 
ການເປີດປີທ່ອງທ່ຽວລາວແຂວງວຽງຈັນໃນຄັ້ງນີ້, ມີຫຼາຍກິດຈະກໍາເຊັ່ນ: ການວາງສະແດງພາບຈໍາລອງວິຖີຊີວິດ, ສິລະປະວັດທະນະທໍາ ແລະ ກິດຈະກໍາການທ່ອງທ່ຽວຂອງແຕ່ລະທ້ອງຖິ່ນ; ມີງານຕະຫຼາດນັດວາງສະແດງຜະລິດຕະພັນໜາກກ້ຽງຫວານ, ພຶດພັນຜົນຜະລິດທາງດ້ານກະສິກໍາ, ຫັດຖະກໍາ, ສິນຄ້າໂອດັອບ, ການຕັ້ງຮ້ານໂຄສະນາສິນຄ້າ ແລະ ການບໍລິການອື່ນໆ, ມີຮ້ານວາງສະແດງຂອງບັນດາເມືອງ, ລວມທັງພາກລັດ-ພາກທຸລະກິດຫຼາຍກວ່າ 150 ຮ້ານ. ນອກຈາກນີ້, ຍັງມີການສະແດງກ້ອນກຳລັງຂອງບັນດາເມືອງ, ກ້ອນກຳລັງຂອງມວນຊົນ ແລະ ຜູ້ປະກອບການທຸລະກິດຂອງເມືອງວັງວຽງ ທັງໝົດ 13 ກ້ອນ, ມີຈຳນວນພົນຫລາຍກວ່າ 850 ທ່ານ ແລະ ອື່ນໆ.
ປັດຈຸບັນ, ທົ່ວແຂວງວຽງຈັນ ມີສະຖານທີ່ພັກແຮມທັງໝົດ 412 ແຫ່ງ, ຮ້ານອາຫານ-ກິນດື່ມ 362 ແຫ່ງ, ສະຖານທີ່ບັນເທີງ 31 ແຫ່ງ, ມີສະຖານທີ່ທ່ອງທ່ຽວທໍາ ມະຊາດ 238 ແຫ່ງ, ປະຫວັດສາດ 9 ແຫ່ງ ແລະ ວັດທະນະທໍາ 22 ແຫ່ງ, ມີບໍລິສັດທ່ອງທ່ຽວ 38 ບໍລິສັດ, ໜ່ວຍບໍລິການນໍາທ່ຽວ 64 ຫົວໜ່ວຍ ແລະ ຍັງມີທຸລະ ກິດບໍລິການທີ່ປິ່ນອ້ອມອີກຈໍານວນໜຶ່ງ ຄາດວ່າ ໃນປີ 2024 ນີ້ ຈະສາມາດຕ້ອນຮັບນັກທ່ອງທ່ຽວໃຫ້ໄດ້ 1 ລ້ານກວ່າຄົນ.
ຈາກນັ້ນ, ທ່ານ ຄໍາພັນ ສິດທິດໍາພາ ໄດ້ກ່າວເປີດງານຢ່າງເປັນທາງການ ໂດຍທ່ານໄດ້ຍົກໃຫ້ເຫັນຄວາມສໍາຄັນຂອງວຽກງານການທ່ອງທ່ຽວທີ່ມີຕໍ່ການພັດທະນາເສດຖະກິດ-ສັງຄົມຂອງປະເທດ ກໍຄື ແຂວງວຽງຈັນ, ພ້ອມທັງຍົກໃຫ້ເຫັນການເປີດປີທ່ອງທ່ຽວລາວຂອງແຂວງວຽງຈັນໃນຄັ້ງນີ້ ຊຶ່ງກົງກັບງານເທສະການ ໝາກກ້ຽງຫວານຂອງເມືອງວັງວຽງ ຖືເປັນກິດຈະກໍາໜຶ່ງທີ່ສະແດງໃຫ້ເຫັນເຖິງມູນເຊື້ອອັນດຸໝັ່ນຂະຫຍັ່ນພຽນຂອງປະຊາຊົນພາຍໃນແຂວງວຽງຈັນ ກໍຄື ເມືອງວັງວຽງ ໃນການປູກໝາກກ້ຽງໃຫ້ກາຍເປັນສິນຄ້າ ແລະ ເປັນຂອງຕ້ອນຂອງຝາກໃຫ້ແກ່ນັກທ່ອງທ່ຽວໄດ້ຊີມລົດຊາດຢ່າງປະທັບໃຈ. ພ້ອມນີ້, ທ່ານຍັງໄດ້ເຊີນຊວນບັນດາທ່ານແຂກທັງພາຍໃນ ແລະ ຕ່າງປະເທດ ຈົ່ງສະຫຼະເວລາອັນມີຄຸນຄ່າມາທ່ອງທ່ຽວແຂວງວຽງຈັນ ຕາມຄວາມຊອບໃຈ, ມາພັກຜ່ອນກາຍໃນໂຮງແຮມ-ຣີສອດທີ່ໄດ້ມາດຕະຖານ; ກິນ-ດື່ມອາຫານພື້ນບ້ານທີ່ແຊບຊ້ອຍ, ຂີ່ເຮືອແພລ່ອງລອຍນໍ້າງື່ມ, ນໍ້າລີກ, ນໍ້າຊອງທີ່ໃສເຢັນ, ທ່ອງທ່ຽວກະສິກຳ, ທ່ອງທ່ຽວພູຜ່າປ່າໄມ້ ຊີວະນາໆພັນທີ່ຂຽວສົດງົດງາມ, ບວກກັບຄວາມລຶກລັບປິດສະໜາຂອງທໍາມະຊາດທີ່ຫາເບິ່ງຫາຊົມໄດ້ຢາກ, ທ່ອງທ່ຽວປະຫວັດສາດ, ວັດທະນະທໍາ, ທ່ຽວຊົມວີຖີຊີວິດຊາວຊົນນະບົດ ແລ້ວເພີດເພີນມ່ວນຊື່ນກັບສິລະປະວັດທະນະທໍາຟ້ອນລໍາວົງລາວ ກ້ຽວສາວແຄມງື່ມ. 
(ຂ່າວ-ພາບ: ວສລ)