ງານປະເພນີ ບຸນກິນຈຽງເຜົ່າຢັ້ງຄົບຮອບ 152 ປີ ໂດຍຕິດພັນກັບການສົ່ງເສີມປີທ່ອງທ່ຽວລາວ 2024 ທີ່ເມືອງວຽງພູຄາ ແຂວງຫຼວງນໍ້າທາ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ຢູ່ທີ່ຫໍ່ເທວະດາ ບ້ານນໍ້າຟ້າ ເມືອງວຽງພູຄາ ໂດຍເຂົ້າຮ່ວມຂອງທ່ານ ບຸນຊົງ ວາໄຊຢີ ເຈົ້າເມືອງວຽງພູຄາ, ມີແຂກຖືກເຊີນຈາກແຂວງ, ເມືອງ ແລະ ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ຕະຫຼອດຮອດພໍ່ແມ່ປະຊາຊົນບ້ານອ້ອມຂ້າງເຂົ້າຮ່ວມ, 
ໃນພິທີ, ທ່ານ ສິງຄໍາ ແກ້ວບຸນເຕັມ  ຮອງນາຍບ້ານໆນໍ້າຟ້າ ໄດ້ຜານ ບົດສະຫຼຸບການຈັດຈັດຕັ້ງປະຕິບັດວຽກງານຮອບດ້ານຂອງບ້ານ 1 ປີຜ່ານມາ. ບ້ານນໍ້າຟ້າ ເປັນບ້ານຊົນເຜົ່າຢັ້ງ, ທົ່ວບ້ານມີ 253 ຫຼັງຄາເຮືອນ, 282 ຄອບຄົວ, ມີພົນລະເມືອງ 1.218 ຄົນ ຍິງ 585 ຄົນ, ອາຊີບຕົ້ນຕໍແມ່ນ ເຮັດນາ, ຄ້າຂາຍ, ອາຊີບສໍາຮອງ ແມ່ນ ປູກຝັງ-ລ້ຽງສັດ ແລະ ອື່ນໆ.
ໃນໂອກາດດັ່ງກ່າວ ທ່ານ ເຈົ້າເມືອງໆວຽງພູຄາ ໄດ້ມີຄໍາເຫັນວ່າ: ການຈັດປີທ່ອງທ່ຽວລາວ 2024 ທີເມືອງວຽງພູຄາ ຕິດພັນກັບບຸນປະເພນີ ກິນຈຽງເຜົ່າຢັ້ງ ເປັນກິດຈະກໍາໜຶ່ງທີສໍາຄັນ, ເພື່ອສົ່ງເສີມການທ່ອງທ່ຽວ, ການປົກປັກຮັກສາທໍາມະຊາດອັນສວຍສົດງົດງາມ, ອະນຸລັກ, ສົ່ງເສີມ ວັດທະນະທໍາທີ່ເປັນເອກະລັກ ແລະ ຮີດຄອງປະເພນີອັນດີງາມຂອງປະຊາຊົນບັນດາເຜົ່າ ຢູ່ບັນດາບ້ານທົ່ວເມືອງວຽງພູຄາ ແລະ ຍັງເປັນການສ້າງຜະລິດຕະພັນທ່ອງທ່ຽວໃຫ້ມີຄວາມຫຼາກຫຼາຍ, ຍົກລະດັບຄຸນນະພາບການບໍລິການ, ໂຄສະນາເຜີຍແຜ່ ຂໍ້ມູນຂ່າວສານເຂົ້າເຖິງກຸ່ມຕະຫຼາດເປົ້າໝາຍ, ເຊື່ອມໂຍງກັບບັນດາເມືອງ, ແຂວງ ແລະ ປະເທດໃກຄ້ຽງ.ເພື່ອສົ່ງເສີມ ກິດຈະກໍາ ບຸນປະເພນີ, ບັນດາເຜົ່າຕ່າງໆ ຢູ່ຂັ້ນເມືອງ, ບ້ານ ເເລະ ການມີສ່ວນຮ່ວມຂອງທຸກພາກສ່ວນ. ເປັນການສົ່ງເສີມການທ່ອງທ່ຽວພາຍໃນ ແລະ ດຶງດູດນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວຢູ່ ເມືອງວຽງພູຄາ ນັບມື້ ນັບຫຼາຍຂຶ້ນເເນ່ໃສ່ສ້າງວຽກເຮັດງານທໍາໃຫ້ແກ່ສັງຄົມ ເເລະ ສ້າງລາຍຮັບເຂົ້າສູ່ປະເທດ ກໍຄືເມືອງວຽງພູຄາ ໂດຍສຸມໃສ່ພັດທະນາການທ່ອງທ່ຽວທາງທໍາມະຊາດ, ວັດທະນະທໍາ ແລະ ປະຫວັດສາດ ພາຍໃຕ້ຄໍາຂວັນທີ່ວ່າ “ທ່ອງທ່ຽວລາວປອດໄພ, ຊື່ນໃຈໃນວັດທະນະທໍາ, ທໍາມະຊາດ ແລະ ປະຫວັດສາດ’’. ເມືອງວຽງພູຄາມີແຫຼ່ງທ່ອງທຽວທີ່ໄດ້ຮັບການສໍາຫຼວດຂຶ້ນບັນຊີແລ້ວ ຈໍານວນ 26 ແຫ່ງ. ໃນນີ້, ມີແຫ່ງທ່ອງທ່ຽວທາງດ້ານທໍາມະຊາດ 19 ແຫ່ງ, ແຫຼ່ງທ່ອງທ່ຽວວັດທະນທໍາ 4 ແຫ່ງ ແລະ ແຫຼ່ງທ່ອງທ່ຽວປະຫວັດສາດ 3 ແຫ່ງ.
(ຂ່າວ: ຄໍາປິງ)