ໂຮງຮຽນມັດທະຍົມສົມບຸນເມືອງໝໍ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດງານປະກວດສິລະປະ-ວັນນະຄະດີ ຄັ້ງທີ XV ປະຈໍາສົກຮຽນ 2023-2024 ຂຶ້ນເມື່ອບໍ່ດົນມານີ້ ຢູ່ທີ່ໂຮງຮຽນດັ່ງກ່າວ. ໂດຍການເປັນກຽດເຂົ້າຮ່ວມຊົມຂອງທ່ານ ອໍາຄາ ລັດສະໝີ ເຈົ້າເມືອງແກ່ນທ້າວ, ມີມວນຊົນເຂົ້າຮ່ວມຊົມຢ່າງຫຼວງຫຼາຍ.
ງານປະກວດສິລະປະ-ວັນນະຄີຄັ້ງນີ້, ແມ່ນເປັນການປະຕິບັດຕາມຫຼັກສູດ ການຮຽນ-ການສອນ ໃຫ້ຄົບຕາມ 5 ຫຼັກມູນຂອງກະຊວງສຶກສາທິການ ແລະ ກິລາ ວາງອອກ ໂດຍສະເພາະແມ່ນສິລະປະສຶກສາ ຊຶ່ງເປັນຫຼັກມູນໜຶ່ງ ເພື່ອສົ່ງເສີມທາງດ້ານຄວາມສາມາດ ແລະ ພອນສະຫວັນຂອງນັກຮຽນຜ່ານການສະແດງເທິງເວທີຕ່າງໆ, ທັງເປັນການອະນຸລັກຮັກສາ ແລະ ເສີມຂະຫຍາຍວັດທະນະທໍາ, ຮີດຄອງປະເພນີອັນດີງາມຂອງຊາດ, ຂອງທ້ອງຖິ່ນໄວ້ໃຫໝັ້ນຄົງ ເປັນຕົ້ນແມ່ນການຮ້ອງ ຫຼື ຂັບລໍາທ້ອງຖິ່ນລວມເຖິງການສະແດງສິລະປະການຟ້ອນທີ່ອ່ອນຊ້ອຍຕາມຂະນົບທໍານຽມ, ຕາມຮີຄອງປະເພນີ ທີ່ເຄີຍສືບທອດກັນມາ ໃຫ້ຄົງຢູ່ຕະຫຼອດໄປ. ຊຶ່ງປະກອບມີການປະກວດບົດຟ້ອນ ແລະ ບົດເພງ ທັງໝົດ 22 ລາຍການ. ໃນນີ້, ຊັ້ນ ມໍຕົ້ນ (ມໍ 1-ມໍ 4) ມີ ບົດຟ້ອນ 6 ລາຍການ ແລະ ບົດເພງ 5 ລາຍການ. ຊັ້ນມໍປາຍ (ມໍ 5-ມໍ 7) ມີບົດຟ້ອນ 6 ລາຍການ ແລະ ບົດເພງ 5 ລາຍການ.
(ຂ່າວ: ແກ່ນທ້າວ).