ໃນຕອນເຊົ້າວັນທີ 25 ກໍລະກົດ 2024, ການນຳແຂວງສະຫວັນນະເຂດ ນຳໂດຍສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ພ້ອມຄະນະ ໄດ້ເຂົ້າວາງພວງມາລາ ແລະ ເຊັນປຶ້ມໄວ້ອາໄລຕໍ່ການເສຍຊີວິດຂອງສະຫາຍ ຫງວຽນ ຝູຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຢູ່ທີ່ສະຖານກົງສຸນໃຫຍ່ ສສ ຫວຽດ ນາມປະຈຳແຂວງສະຫວັນນະເຂດ, ທັງນີ້ກໍເພື່ອສະແດງຄວາມເສົ້າສະຫຼົດໃຈ ແລະ ອາໄລອາວອນຢ່າງສຸດຊຶ້ງຕໍ່ສະຫາຍ ຫງວຽນ ຝູຈ້ອງ ທີ່ໄດ້ເຖິງແກ່ມໍລະນະກໍາໃນວັນທີ 19 ກໍລະກົດ 2024.
ສະຫາຍ ຫງວຽນ ຝູຈ້ອງ ອະດີດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ເປັນຜູ້ນໍາທີ່ສະຫຼາດສ່ອງໃສ, ອົງອາດກ້າແກ່ນຂອງພັກ, ລັດ ແລະປະຊາຊົນຫວຽດນາມ, ເຊິ່ງໃນຕະຫຼອດຊີວິດແຫ່ງການເຄື່ອນໄຫວປະຕິວັດ ສະຫາຍ ໄດ້ອຸທິດຊີວິດ, ເຫື່ອແຮງ ແລະ ສະຕິປັນຍາຂອງຕົນຢ່າງບໍ່ຮູ້ອິດຮູ້ເມື່ອຍ ຈົນເຖິງວິນາທີ່ສຸດທ້າຍຂອງຊີວິດ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຫວຽດນາມ ໂດຍສະເພາະໃນພາລະກິດແຫ່ງການປ່ຽນແປງໃໝ່, ນໍາພາປະເທດຫວຽດນາມ ຈະເລີນກ້າວໜ້າຢ່າງບໍ່ຢຸດຢັ້ງ ແລະສະຫາຍຍັງເປັນຜູ້ນໍາໜ້າໃນການປັບປຸງຄວາມໂປ່ງໃສພາຍໃນອົງການຈັດຕັ້ງພັກ, ລັດ, ຖັນແຖວພະນັກງານ ແລະໃນສັງຄົມທົ່ວລະບົບການເມືອງຂອງຫວຽດນາມ. ການຈາກໄປຂອງສະຫາຍ ຫງວຽນ ຝູຈ້ອງ, ບໍ່ພຽງແຕ່ເປັນການສູນເສຍອັນຍິ່ງໃຫຍ່ຂອງ ຄອບຄົວ, ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງເທົ່ານັ້ນ ແຕ່ຍັງເປັນການສູນເສຍເພື່ອນມິດ ທີ່ສະໜິດສະໜົມທີ່ສຸດຂອງພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າເຊັ່ນດຽວກັນ. ສະຫາຍ ຍາມໃດກໍມີຄວາມເປັນຫ່ວງເປັນໃຍ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເສີມສ້າງ, ຮັດແໜ້ນ ແລະ ວາງຮາກຖານສຳຄັນໃຫ້ແກ່ການເສີມຂະຫຍາຍສາຍພົວພັນອິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງຊາດລາວ-ຫວຽດນາມໃຫ້ຈະເລີນງອກງາມຍິ່ງໆຂຶ້ນ.