ຮຽນ: ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ລາວ ພ້ອມດ້ວຍສະຫາຍ ນາລີ,
ຮຽນບັນດາສະຫາຍ ລາວ ແລະ ຫວຽດນາມ,
1. ຕາງໜ້າຄອບຄົວ, ຂ້າພະເຈົ້າສະແດງຄວາມຂອບອົກຂອບໃຈ ແລະ ສະແດງຄວາມຕື່ນຕັ້ນໃຈ ຕໍ່ການທີ່ສະຫາຍ ທອງລຸນ ສີສຸລິດ ແລະ ສະຫາຍ ນາລີ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງພັກ, ລັດລາວ ທີ່ໄດ້ມາຮ່ວມພິທີໄວ້ອາໄລ ແລະ ບິແບ່ງຄວາມເສົ້າສະຫຼົດໃຈນໍາຄອບຄົວ ແລະ ສ່ວນຕົວຂອງຂ້າພະເຈົ້າໃນມື້ນີ້. ຂ້າພະເຈົ້າໄດ້ຖະໜຸຖະໜອມ ແລະ ຄວາມຮັກແພງ ທີ່ ສະຫາຍ ນາລີ ໄດ້ສົ່ງຈົດໝາຍສະແດງຄວາມເສົ້າສະຫຼົດໃຈ.
2. ໃນຊຸມປີຜ່ານມາ, ສູນກາງພັກປະຊາຊົນ ປະຕິວັດ ລາວ ແລະ ຄອບຄົວສະຫາຍ ທອງລຸນ ສີສຸລິດ ຍາມໃດກໍໄດ້ເອົາໃຈໃສ່, ຖາມຫາຂ່າວກ່ຽວກັບສະພາບການສຸຂະພາບຂອງສະຫາຍ ຫງວຽນ ຝູ ຈ້ອງ. ຂ້າພະເຈົ້າມີຄວາມຮູ້ສຶກຕື່ນຕັ້ນໃຈ ແລະ ສະແດງຄວາມຂອບອົກຂອບໃຈຕໍ່ຄວາມຮັກແພງອັນອົບອຸ່ນຂອງ ສະຫາຍ ແລະ ບັນດາສະຫາຍການນຳຂັ້ນສູງລາວ ທີ່ຕໍ່ສະຫາຍ ຫງວຽນ ຝູ ຈ້ອງ ກໍຄືຕໍ່ປະເທດຊາດ ແລະ ປະຊາຊົນ ຫວຽດນາມຢູ່ສະເໝີ. ຄວາມເອົາໃຈໃສ່ ແລະ ບັນດາຄວາມຮັກແພງສະໜິດສະໜົມນີ້ ສະແດງເຖິງມູນເຊື້ອສາຍພົວພັນສາມັກຄີພິເສດ “ມີໜຶ່ງບໍ່ມີສອງ” ປຽບເໝືອນອ້າຍນ້ອງຮ່ວມອຸທອນດຽວກັນ ລະຫວ່າງສອງພັກ, ສອງລັດພວກເຮົາ ຄືດັ່ງຄາວຍັງມີຊີວິດ ສະຫາຍ ຫງວຽນ ຝູ ຈ້ອງ ເຄີຍຢືນຢັນ.
3. ສະຫາຍ ຫງວຽນ ຝູ ຈ້ອງ ເຄີຍໄດ້ໂອ້ລົມກັບຂ້າພະເຈົ້າ ແລະ ຄອບຄົວກ່ຽວກັບບັນດາຄວາມຊົງຈຳອັນເລິກເຊິ່ງ ຕໍ່ບັນດາສະຫາຍການນຳຂັ້ນສູງຂອງລາວ, ໃນນັ້ນ, ມີສະຫາຍ ທອງລຸນ ສີສຸລິດ; ໂອ້ລົມກ່ຽວກັບຄວາມຮັກແພງຕໍ່ປະເທດ ແລະ ປະຊາຊົນລາວ. ສອງເອື້ອຍນ້ອງພວກເຮົາ ກໍມີຫຼາຍຄວາມຊົງຈຳອັນສວຍງາມ ຜ່ານບັນດາການຢ້ຽມຢາມ ແລະ ການພົບປະຢູ່ລາວ ແລະ ຫວຽດນາມ. ກໍຄືກັບສະຫາຍ ທອງລຸນ ສີສຸລິດ, ໃນຕະຫຼອດເວລາເຮັດວຽກ, ສະຫາຍ ຫງວຽນ ຝູ ຈ້ອງ ຍາມໃດກໍໃຫ້ຄວາມເອົາໃຈໃສ່ ແລະ ຄວາມຮັກແພງດີງາມພິເສດ, ສະໜິດສະໜົມຕໍ່ການປະຕິວັດລາວ, ໃກ້ຊິດຕິດແທດກັບບັນດາສະຫາຍການນຳຂອງລາວ, ພິເສດແມ່ນຕໍ່ສ່ວນຕົວສະຫາຍ ທອງລຸນ ສີສຸລິດ.
4. ເຖິງແມ່ນວ່າ ສະຫາຍ ຫງວຽນ ຝູ ຈ້ອງ ໄດ້ຈາກໄປແລ້ວກໍຕາມ, ແຕ່ຂ້າພະເຈົ້າຫວັງຢ່າງຍິ່ງ ແລະ ເຊື່ອໝັ້ນວ່າ: ບັນດາຄວາມຮັກແພງ ຊຶ່ງພັກ, ລັດ ແລະ ປະຊາຊົນ ລາວ ມີໃຫ້ແກ່ສະຫາຍ ຫງວຽນ ຝູ ຈ້ອງ ກໍຄືຕໍ່ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຈະໄດ້ປົກປັກຮັກສາ ແລະ ເສີມຂະຫຍາຍ. ຫວັງຢ່າງຍິ່ງວ່າ: ສາຍພົວພັນອັນດີງາມ ແລະ ພິເສດ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດພວກເຮົາ ຈະໝັ້ນຄົງຂະໜົງແກ່ນ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ.
5. ເນື່ອງໃນໂອກາດນີ້, ຂ້າພະເຈົ້າ ຂໍອວຍພອນໄຊໃຫ້ ສະຫາຍ ທອງລຸນ ສີສຸລິດ ພ້ອມດ້ວຍສະຫາຍ ນາງ ນາລີ ແລະ ບັນດາສະຫາຍການນຳຂັ້ນສູງລາວ. ອີກເທື່ອໜຶ່ງ, ຂ້າພະເຈົ້າຂໍສະແດງຄວາມຂອບອົກຂອບໃຈຕໍ່ບັນດາຄວາມຮັກແພງ ດີງາມພິເສດຂອງສະຫາຍ ແລະ ສູນກາງພັກປະຊາຊົນປະຕິວັດລາວ ໃຫ້ແກ່ຄອບຄົວຂອງຂ້າພະເຈົ້າ ໃນໄລຍະຜ່ານມາ.