ກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກຳມະການສູນກາງພັກກອມມູນິດຈີນສະໄໝທີ 20 ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ ລະຫວ່າງວັນທີ 15 ຫາ 18 ກໍລະກົດ ຜ່ານມາ, ໂດຍໄດ້ພິຈາລະນາ ແລະ ຜ່ານການຮັບຮອງ “ຂໍ້ຕົກລົງຂອງຄະນະກຳມະການສູນກາງພັກກອມມູນິດຈີນກ່ຽວກັບການລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ ແລະ ຊຸກຍູ້ຄວາມທັນສະໄໝແບບຈີນ”. ໂດຍປິ່ນອ້ອມຫົວຂໍ້ຊຸກຍູ້ຄວາມທັນສະໄໝແບບຈີນຢ່າງແໜ້ນແຟ້ນ, ກອງປະຊຸມຄົບຄະນະຄັ້ງນີ້ໄດ້ວາງຍຸດທະສາດ ແລະ ມາດຕະການລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ ຊຶ່ງໄດ້ສົ່ງສັນຍານອັນແຂງແຮງຕໍ່ໂລກ ທີ່ຈີນຈະຢຶດໝັ້ນຊູຄັນທຸງຂອງການປະຕິຮູບ ແລະ ເປີດປະຕູສູ່ພາຍນອກຢ່າງເດັດດ່ຽວໜຽວແໜ້ນໃນຍຸກໃໝ່. ການປະຕິຮູບ ແລະ ເປີດປະຕູສູ່ພາຍນອກເປັນການປະຕິວັດຄັ້ງທີ 2 ຂອງຈີນ ຊຶ່ງບໍ່ພຽງແຕ່ໄດ້ປ່ຽນແປງຈີນຢ່າງເລິກເຊິ່ງເທົ່ານັ້ນ, ຫາກຍັງໄດ້ສ້າງບົດບາດອັນເລິກເຊິ່ງຕໍ່ໂລກອີກດ້ວຍ. ສ່ວນຈີນລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກໃນຄັ້ງນີ້ ກໍຈະສ້າງໂອກາດໃໝ່ ແລະ ເພີ່ມພະລັງຂັບເຄື່ອນໃໝ່ໃຫ້ແກ່ປະເທດພວມພັດທະນາທັງຫຼາຍ ຊຶ່ງລວມທັງປະເທດລາວ.
ຂໍ້ຕົກລົງທີ່ຜ່ານການຮັບຮອງໃນກອງປະຊຸມຄົບຄະນະຄັ້ງທີ 3 ນີ້ ໄດ້ຈັດວາງການເປີດປະຕູສູ່ພາຍນອກເປັນການສະເພາະ ຊຶ່ງໄດ້ກ່ຽວພັນເຖິງການເປີດກວ້າງການເປີດປະຕູສູ່ພາຍນອກດ້ານລະບຽບການຢ່າງໜັກແໜ້ນ, ລົງເລິກການປະຕິຮູບໂຄງປະກອບການຄ້າກັບຕ່າງປະເທດ, ລົງເລິກການປະຕິຮູບກົນໄກຄຸ້ມຄອງການລົງທຶນຂອງນັກທຸລະກິດຕ່າງປະເທດ ແລະ ການຄຸ້ມຄອງການລົງທຶນຕໍ່ຕ່າງປະເທດ, ການປັບປຸງສະພາບການເປີດປະຕູສູ່ພາຍນອກຂອງທ້ອງຖິ່ນໃຫ້ດີຂຶ້ນ, ປັບປຸງກົນໄກຊຸກຍູ້ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ດ້ວຍຄຸນນະພາບສູງໃຫ້ສົມບູນຂຶ້ນ ແລະ ອື່ນໆ. ຈີນແມ່ນຄູ່ການຄ້າໃຫຍ່ອັນດັບ 2 ແລະ ຈຸດໝາຍປາຍທາງການສົ່ງອອກໃຫຍ່ອັນດັບ 1 ສຳລັບປະເທດລາວ. ໂຕເລກສະຖິຕິຂອງອົງການພາສີແຫ່ງຊາດຈີນສະແດງໃຫ້ເຫັນວ່າ: ຍອດມູນຄ່າການຄ້າຂາເຂົ້າ-ຂາອອກລະຫວ່າງຈີນ-ລາວໃນປີ 2023 ໄດ້ບັນລຸເຖິງ 7,1 ຕື້ໂດລາ, ເພີ່ມຂຶ້ນ 26,7% ເມື່ອທຽບໃສ່ປີ 2022 ຊຶ່ງໄດ້ສ້າງສະຖິຕິສູງສຸດໃນປະຫວັດສາດ. ທາງລົດໄຟຈີນ-ລາວພາຍໃຕ້ຂອບຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ເປັນໂຄງການຍຸດທະສາດທີ່ສຳຄັນໃນການຊຸກຍູ້ການພັດທະນາເສດຖະກິດ-ສັງຄົມລາວ, ໄດ້ສ້າງສະພາບແວດລ້ອມທີ່ດີຕໍ່ການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ການຂົນສົ່ງສິນຄ້າຂ້າມຊາດ ພ້ອມທັງໄດ້ປະກອບສ່ວນຕໍ່ການສ້າງໂອກາດການປະກອບອາຊີບພາຍໃນປະເທດລາວ. ກອງປະຊຸມຄັ້ງທີ 3 ຂອງຄະນະກຳມະການສູນກາງພັກກອມມູນິດຈີນ ສະໄໝທີ 20 ໄດ້ປະກາດອີກຄັ້ງໜຶ່ງຕໍ່ໂລກວ່າ: ຄວາມຕັດສິນໃຈໃນການເປີດກວ້າງການເປີດປະຕູສູ່ພາຍນອກໃນລະດັບສູງຂອງຈີນຈະບໍ່ປ່ຽນແປງ, ຈີນຈະເປີດກວ້າງການເປີດປະຕູສູ່ພາຍນອກຢ່າງບໍ່ຢຸດຢັ້ງ. ທັງໝົດເຫຼົ່ານີ້ຈະສ້າງໂອກາດດ້ານຕະຫຼາດ, ໂອກາດການລົງທຶນ ແລະ ໂອກາດການເຕີບໂຕໃຫ້ແກ່ປະເທດຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ຊຶ່ງລວມທັງປະເທດລາວ.
ກອງປະຊຸມຄົບຄະນະຄັ້ງທີ 3 ຄັ້ງນີ້ໄດ້ເນັ້ນໜັກ “ການພັດທະນາດ້ວຍຄຸນນະພາບສູງແມ່ນໜ້າທີ່ສຳຄັນອັນດັບໜຶ່ງໃນການສ້າງປະເທດສັງຄົມນິຍົມທີ່ທັນສະໄໝຢ່າງຮອບດ້ານ”, “ພັດທະນາກຳລັງການຜະລິດໃນຄຸນນະພາບໃໝ່ຕາມສະພາບຕົວຈິງຂອງທ້ອງຖິ່ນ”, “ຊຸກຍູ້ການພັດທະນາແບບສີຂຽວ ແລະ ກາກບອນຕ່ຳຢ່າງໜັກແໜ້ນ” ແລະ “ເສີມສ້າງພະລັງຂັບເຄື່ອນໃໝ່ ແລະ ທ່າແຮງໃໝ່ດ້ານການພັດທະນາ”. ຈາກການຜະລິດອັດສະລິຍະ, ລະບົບ 5G, ລະບົບອິນເຕີເນັດແຫ່ງສັບພະສິ່ງ ຮອດຂະແໜງການກະສິກຳກາກບອນຕ່ຳແບບຍືນຍົງ ແລະ ພະລັງງານສະອາດ, ຈີນໄດ້ລົງເລິກການປະຕິຮູບ ແລະ ເປີດກວ້າງການເປີດປະຕູສູ່ພາຍນອກຕື່ມອີກ ພ້ອມທັງຊຸກຍູ້ການແລກປ່ຽນ ແລະ ແບ່ງປັນເຕັກນິກລ້ຳຍຸກ, ທັງໝົດເຫຼົ່ານີ້ຈະສາມາດຕອບສະໜອງກັບຄວາມຕ້ອງການຂອງລາວ ທີ່ຢາກຫັນປ່ຽນຮູບແບບການພັດທະນາໃນປັດຈຸບັນ. ເພື່ອຫຼຸດລະດັບອາໄສຕໍ່ການນຳເຂົ້ານ້ຳມັນເຊື້ອໄຟ, ຍົກສູງຄວາມໝັ້ນຄົງດ້ານພະລັງງານ ແລະ ບັນລຸເປົ້າໝາຍການອະນຸລັກສິ່ງແວດລ້ອມ, ໃນຊຸມປີຜ່ານມາ, ລັດຖະບານລາວໄດ້ຕັ້ງໜ້າສົ່ງເສີມການໃຊ້ລົດພະລັງງານໃໝ່. ຄຽງຄູ່ກັບການຮ່ວມມືລະຫວ່າງຈີນ-ລາວ ໄດ້ຂະຫຍາຍຕົວກ້າວສູ່ລວງເລິກ, ວິສາຫະກິດລົດພະລັງງານໃໝ່ແຫ່ງຕ່າງໆຂອງຈີນ ເຊັ່ນ: ບໍລິສັດ BYD ເປັນຕົ້ນໄດ້ເຂົ້າສູ່ຕະຫຼາດລາວ ຊຶ່ງໄດ້ສະໜອງການອອກເດີນທາງແບບກາກບອນຕ່ຳ, ສະດວກ ແລະ ອັດສະລິຍະໃຫ້ແກ່ປະຊາຊົນລາວ. ນອກນີ້, ຈີນຍັງໄດ້ດຳເນີນການຮ່ວມມືໃນຂົງເຂດພະລັງງານສະອາດຕ່າງໆ ເຊັ່ນ: ພະລັງງານນ້ຳ, ພະລັງງານແສງຕາເວັນ ແລະ ພະລັງງານແຮງລົມກັບລາວ ຊຶ່ງໄດ້ຊຸກຍູ້ການຫັນມາໃຊ້ພະລັງງານສີຂຽວ, ກາກບອນຕ່ຳ ແລະ ການພັດທະນາແບບຍືນຍົງຂອງລາວຢ່າງແຂງແຮງ. ພາຍຫຼັງກອງປະຊຸມຄົບຄະນະຄັ້ງທີ 3 ຄັ້ງນີ້ສິ້ນສຸດລົງແລ້ວ, ຄຽງຄູ່ກັບຈີນພັດທະນາກຳລັງການຜະລິດໃນຄຸນນະພາບໃໝ່ ແລະ ຊຸກຍູ້ການພັດທະນາດ້ວຍຄຸນນະພາບສູງຢ່າງບໍ່ຢຸດຢັງ, ຈີນ ແລະ ລາວຈະຊອກຫາໂອກາດ ແລະ ຊ່ອງທາງການຮ່ວມມືກັນຫຼາຍກວ່າເກົ່າ ຊຶ່ງຈະປະກອບສ່ວນຢ່າງຕັ້ງໜ້າຫຼາຍກວ່າເກົ່າເຂົ້າໃນການພັດທະນາແບບສີຂຽວຂອງລາວ.
ໃນຂະນະທີ່ຊຸກຍູ້ການພັດທະນາດ້ວຍຄຸນນະພາບສູງຂອງຕົນແລ້ວ, ຈີນຍັງໄດ້ແບ່ງປັນບົດຮຽນທີ່ສຳເລັດຜົນດ້ານການພັດທະນາກັບປະເທດຕ່າງໆໃນໂລກ. ນັບແຕ່ຈີນດຳເນີນການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ ໂດຍສະເພາະແມ່ນນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 18 ຂອງພັກກອມມູນິດຈີນເປັນຕົ້ນມາ, ຜົນສຳເລັດຂອງຈີນໄດ້ກາຍເປັນບົດຮຽນທີ່ດີສຳລັບປະຊາຄົມໂລກ ໂດຍສະເພາະແມ່ນປະເທດພວມພັດທະນາທັງຫຼາຍ ຊຶ່ງລວມທັງປະເທດລາວ. ຈີນແມ່ນປະເທດທີ່ມີປະຊາກອນຫຼຸດພົ້ນອອກຈາກຄວາມທຸກຍາກຫຼາຍທີ່ສຸດໃນໂລກ ໂດຍໄດ້ຊ່ວຍປະຊາກອນຜູ້ທຸກຍາກ 100 ລ້ານຄົນ ຫຼຸດພົ້ນອອກຈາກຄວາມທຸກຍາກ, ອັດຕາການປະກອບສ່ວນຂອງຈີນທີ່ມີຕໍ່ການຫຼຸດຜ່ອນຄວາມທຸກຍາກຂອງໂລກມີຫຼາຍກວ່າ 70%. ຈີນຍັງໄດ້ຕັ້ງໜ້າເຂົ້າຮ່ວມການຮ່ວມມືດ້ານການຫຼຸດຜ່ອນຄວາມທຸກຍາກໃນສາກົນ, ແນວຄວາມຄິດ “ຫຼຸດຜ່ອນຄວາມທຸກຍາກຢ່າງຖືກຕ້ອງຕາມເປົ້າໝາຍ” ທີ່ສະເໜີໂດຍທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ໄດ້ຮັບການຈັດຕັ້ງປະຕິບັດຢູ່ຫຼາຍປະເທດໃນໂລກ ຊຶ່ງລວມທັງປະເທດລາວ. ເດືອນກັນຍາປີ 2017, ຈີນໄດ້ເລີ່ມດຳເນີນໂຄງການຊ່ວຍເຫຼືອເຕັກນິກການຮ່ວມມືສາທິດດ້ານການຫຼຸດຜ່ອນຄວາມທຸກຍາກອາຊີຕາເວັນອອກຢ່າງເປັນທາງການ ໂດຍຜ່ານຈາກການປະຕິບັດມາດຕະການຕ່າງໆ ເຊັ່ນ: ການປັບປຸງການສ້າງພື້ນຖານໂຄງລ່າງ ແລະ ສິ່ງກໍ່ສ້າງບໍລິການສາທາລະນະໃນຄຸ້ມຊຸມຊົນ, ພັດທະນາອຸດສາຫະກຳ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ໃຫ້ການສະໜັບສະໜູນດ້ານເຕັກນິກເປັນຕົ້ນ, ເຮັດໃຫ້ຊົນນະບົດມີໂສມໜ້າໃໝ່ອ່ຽມ, ຊີວິດການເປັນຢູ່ຂອງຊາວບ້ານທັງຫຼາຍໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງຈະແຈ້ງ. ລາວຍັງໄດ້ຖອດຖອນບົດຮຽນການຫຼຸດຜ່ອນຄວາມທຸກຍາກນຳຈີນ, ໄດ້ສ້າງຕັ້ງອົງການຫຼຸດຜ່ອນຄວາມທຸກຍາກທີ່ຂຶ້ນກັບກະຊວງກະສິກຳປ່າໄມ້, ໄດ້ກຳນົດບ້ານທຸກຍາກທັງໝົດ 1.511 ບ້ານໃນທົ່ວປະເທດ, ດຳເນີນການຫຼຸດຜ່ອນຄວາມທຸກຍາກຢ່າງຖືກຕ້ອງຕາມເປົ້າໝາຍ ໂດຍຜ່ານການຈຳແນກຢ່າງຖືກຕ້ອງແມ່ນຢຳຈາກຂັ້ນສູນກາງ. ລາວຍັງໄດ້ດຳເນີນວຽກງານຈຸດທົດລອງຢູ່ແຂວງຫຼວງພະບາງ ແລະ ແຂວງວຽງຈັນ, ໄດ້ສົ່ງໜ່ວຍຫຼຸດຜ່ອນຄວາມທຸກຍາກໄປຈຸດທົດລອງເຫຼົ່ານີ້. ໃນຂັ້ນຕໍ່ໄປ, ລາວຍັງຈະເຜີຍແຜ່ບົດຮຽນທີ່ສຳເລັດຜົນດັ່ງກ່າວໄປສູ່ແຫ່ງຕ່າງໆອີກ. ເຊື່ອໝັ້ນວ່າ ຄຽງຄູ່ກັບຈີນລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ, ບົດຮຽນທີ່ສຳເລັດຜົນດ້ານການພັດທະນາຂອງຈີນຈະສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນລາວໄດ້ຫຼາຍກວ່າເກົ່າ ແລະ ດີກວ່າເກົ່າ.
ການປະຕິຮູບ ແລະ ເປີດປະຕູສູ່ພາຍນອກເປັນເສັ້ນທາງພັດທະນາ ທີ່ສ້າງຜົນປະໂຫຍດໃຫ້ແກ່ຈີນກັບລາວ ກໍຄືຈີນກັບໂລກ. ສະນັ້ນ, ກອງປະຊຸມຄົບຄະນະຄັ້ງທີ 3 ຄັ້ງນີ້ໄດ້ວາງແຜນ ແລະ ວາງມາດຕະການລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ ແລະ ຊຸກຍູ້ຄວາມທັນສະໄໝແບບຈີນ, ບໍ່ພຽງແຕ່ຈະຊຸກຍູ້ການພັດທະນາຂອງຈີນເທົ່ານັ້ນ, ຫາກຍັງຈະເພີ່ມພະລັງຂັບເຄື່ອນໃໝ່ໃຫ້ແກ່ປະເທດພວມພັດທະນາທັງຫຼາຍ ຊຶ່ງລວມທັງລາວ ແລະ ໃນທີ່ສຸດກໍຈະສ້າງຜົນປະໂຫຍດໃຫ້ແກ່ການພັດທະນາຂອງໂລກເຊັ່ນກັນ.
ໂດຍ: ຊີອາໄອ