ທ່ານ ຢາງເພີຍຢວນ (Yang Peiyuan) ແລະ ນາງ ອູໄອ້ລິງ (Wu Ailing) ທັງສອງແມ່ນຄູສອນ ຊາວມາເລເຊຍເຊື້ອສາຍແຂວງຝູຈ້ຽນ ຈີນ. ເມື່ອບໍ່ດົນມານີ້, ຄູສອນ ທັງສອງຄົນດັ່ງກ່າວ ໄດ້ເລີ່ມຍ່າງທ່ຽວແຂວງຢຸນນານ ໂດຍເລີ່ມຈາກເມືອງຈິ້ນໜິງ (Jinning) ນະຄອນຄຸນໝິງ.
ທ່ານ ຢາງເພີຍຢວນ ກ່າວວ່າ: “ໃນເວລາຂ້ອຍຍັງເປັນໄວໜຸ່ມ, ຂ້ອຍໄດ້ອ່ານປຶ້ມຫຼາຍຫົວກ່ຽວກັບ ທ່ານ ເຈິ້ງເຫີ (Zheng He) ແລະ ຍັງໄດ້ເດີນທາງໄປເຖິງຫຼາຍສະຖານທີ່ຂອງມາເລເຊຍ ທີ່ທ່ານ ເຈິ້ງເຫີ ເຄີຍໄປ. ຫຼາຍປີຜ່ານໄປ, ຂ້ອຍມີໂອກາດໄປຢ້ຽມຊົມບ້ານເກີດຂອງທ່ານ, ຂ້ອຍຮູ້ສຶກໂຊກດີຫຼາຍ.”
ທ່ານ ເຈິ້ງເຫີ ເປັນຄົນເມືອງຈິ້ນໜິງ ນະຄອນຄຸນໝິງ ແຂວງຢຸນນານ, ເປັນນັກເດີນເຮືອທາງທະເລ ແລະ ນັກການທູດ ໃນຣາຊະວົງໝິງຂອງຈີນ. ໃນປີ 1405, ຂະບວນກຳປັ່ນຂະໜາດໃຫຍ່ ທີ່ນຳພາໂດຍ ທ່ານ ເຈິ້ງເຫີ ໄດ້ເດີນເຮືອອອກຈາກແຂວງຈ່ຽງຊູ (Jiangsu) ຂອງຈີນ ຊຶ່ງເປັນການເປີດສາກການເດີນເຮືອໄປສູ່ຕ່າງປະເທດຂອງ ທ່ານ ເຈິ້ງເຫີ ຊຶ່ງໄດ້ມີຂຶ້ນກ່ອນການເດີນເຮືອໄປສູ່ທິດຕາເວັນຕົກຂອງ ທ່ານ ຄຣິສ ໂຕເຟີ ໂກລຸມບຸສ ຂອງປະເທດແອັສປາຍ 87 ປີ ແລະ ກ່ອນການເດີນເຮືອອ້ອມສົ້ນໃຕ້ສຸດຂອງອາຟຣິກາຂອງ ທ່ານ ວາສໂກ ດາກາມາ ຂອງປະເທດປັອກຕຸຍການ 92 ປີ. ທ່ານ ເຈິ້ງເຫີ ເຄີຍເດີນເຮືອໄປຢ້ຽມຢາມ 30 ກວ່າປະເທດ ແລະ ເຂດແຄ້ວນຂອງອາຊີ ແລະ ອາຟຣິກາ ເພິ່ນໄດ້ສ້າງສາຍສຳພັນມິດຕະພາບ ລະຫວ່າງ ຈີນກັບຫຼາຍປະເທດ ໃນທະວີບອາຊີ ແລະ ອາຟຣິກາ.
ທ່ານ ຢາງເພີຍຢວນ ກ່າວວ່າ: “ພຶດຕິກຳທີ່ ທ່ານ ເຈິ້ງເຫີ ເດີນເຮືອໄປຢ້ຽມຢາມຫຼາຍປະເທດອາຊີ ແລະ ອາຟຣິກາ ໄດ້ເຊີດຊູກຳລັງໃຈຂອງຄົນ ທີ່ມັກຄົ້ນຄວ້າ ແລະ ພະຈົນໄພ, ຂ້ອຍຫວັງວ່າ, ນ້ຳໃຈ ເຈິ້ງເຫີ ຈະກາຍເປັນທວນໄຟເຍືອງທາງໃນການພະຈົນໄພຂອງພວກເຮົາ.”
ຢູ່ທິດຕາເວັນຕົກສ່ຽງເໜືອແຂວງຢຸນນານ, ທ່ານ ຢາງເພີຍຢວນ ແລະ ນາງ ອູໄອ້ລິງ ຍັງໄດ້ໄປຢ້ຽມຊົມເມືອງເກົ່າລີ້ຈ່ຽງ (Lijiang), ໄດ້ມີຄວາມຊາບຊຶ້ງຕໍ່ວັດທະນະທຳ ນ້າຊີ (Naxi) ແລະ ສິ່ງກໍ່ສ້າງ ທີ່ມີເອກະລັກພິເສດຂອງເມືອງເກົ່າລີ້ຈ່ຽງ. ຫຼັງຈາກນັ້ນ, ພວກເຂົາເຈົ້າໄດ້ເດີນທາງໄປເຖິງຮ່ອມພູເສືອໂດດ (Tiger Leaping Gorge) ທີ່ເປັນຈຸດໝາຍປາຍທາງໃນການຍ່າງທ່ຽວທີ່ມີຊື່ສຽງຂອງໂລກ, ສອງຄົນ ໄດ້ຮູ້ສຶກຊາບຊຶ້ງໃຈຕໍ່ທິວທັດທຳມະຊາດທີ່ຫາຊົມຍາກຂອງແຫ່ງນັ້ນ. ການຍ່າງທ່ຽວທີ່ເປັນເວລາ 3 ວັນ ໄດ້ສ້າງຄວາມປະທັບໃຈ ຫຼາຍຢ່າງໃຫ້ແກ່ເຂົາເຈົ້າ.
ເສັ້ນທາງຍ່າງທ່ຽວຢູ່ພາກໃຕ້ຂອງແຂວງຢຸນນານ ກໍໄດ້ເຮັດໃຫ້ເຂົາເຈົ້າ ສຳຜັດກັບການທ່ອງທ່ຽວສວນຊາຜູເອີ ຂອງແຂວງຢຸນນານ. ເຂົາເຈົ້າທັງສອງຄົນ ໄດ້ຂຶ້ນພູຈິງມ້າຍ ຂອງເມືອງປົກຄອງຕົນເອງເຜົ່າລາຫູລ້ານຊ້າງ, ໄດ້ຍ່າງເຂົ້າສູ່ສວນຊາບູຮານ ແລະ ບ້ານຊົນເຜົ່າ, ທ່ານ ຢາງເພີຍຢວນ ແລະ ນາງ ອູໄອ້ລິງ ຍັງໄດ້ໄປຢ້ຽມຊົມທິວທັດວັດທະນະທຳສວນຊາບູຮານເທິງພູຈິງມ້າຍ ນະຄອນຜູເອີ ທີ່ເປັນມໍລະດົກໂລກ ພ້ອມທັງໄດ້ສຳຜັດກັບປະຫວັດສາດວັດທະນະທຳຊາຢຸນນານ ແລະ ຮີດຄອງປະເພນີ ທີ່ມີຫຼາກຫຼາຍສີສັນຂອງທ້ອງຖິ່ນ.
ນາງ ອູໄອ້ລິງ ໄດ້ຊິມນ້ຳຊາຜູເອີ ທີ່ຊົງໂດຍ ນາງ ຢູ້ປາຍ (Yu Bai) ຜູ້ຊ່ຽວຊານຊາຜູເອີເຜົ່າລື້ແລ້ວ, ຮູ້ສຶກແຊບທີ່ສຸດ. ນາງ ຢູ້ປາຍ ແລະ ທ່ານ ວິລຽມ ຜົວຂອງລາວ ທີ່ມາຈາກປະເທດຝຣັ່ງ ບໍ່ພຽງແຕ່ມີຄວາມຮູ້ກ່ຽວກັບໃບຊາທີ່ອຸດົມສົມບູນເທົ່ານັ້ນ, ຍັງເປັນຜູ້ຊຳນານໃນການຊົງນ້ຳຊາເຊັ່ນກັນ. ວັນເວລາທີ່ຢ້ຽມຢາມພູຈິງມ້າຍ, ທ່ານ ຢາງເພີຍຢວນ ແລະ ນາງ ອູໄອ້ລິງ ໄດ້ໄປຢ້ຽມຢາມບ້ານຊົນເຜົ່າບູຮານຕ່າງໆ ແລະ ຊິມຊາຜູເອີ ທີ່ມີຫຼາກຫຼາຍຊະນິດ.
ຂ່າວ: Mo Yingyi ບັນນາທິການ: Yang Chunmei