ຂປລ. ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ (ນວ) ສຳເລັດການຄັດເລືອກຕົວແທນນັກຮຽນເກັ່ງ ເຂົ້າຮ່ວມການສອບເສັງລະດັບຊາດ ໃນເດືອນເມສາ 2024. ໃນນັ້ນ, ຊັ້ນ ປ.5 ວິຊາ ຄະນິດສາດ ໄດ້ອັນດັບທີ 1 ຈໍານວນ 2 ຄົນ ຄື: ທ້າວ ສອນມີໄຊ ແສງຄຳຢອງ ຈາກໂຮງຮຽນປະຖົມສິນໄຊ ແລະ ທ້າວ ໄຊຍະພອນ ຄົດສຸດີ ຈາກໂຮງຮຽນປະຖົມປາຖະໜາ; ວິຊາພາສາລາວ ອັນດັບ 1 ນາງ ຫົງທອງ ອິນສິຊຽງລາຍ ຈາກໂຮງຮຽນປະຖົມຊະນະພົນ ແລະ ວິຊາວິທະຍາສາດ ແລະ ສິ່ງແວດລ້ອມ ອັນດັບ 1 ນາງ ວານິດາ ອິນທະວົງ ຈາກໂຮງຮຽນປະຖົມປາຖະໜາ. ສ່ວນຊັ້ນ ມ.4 ວິຊາ ພາສາລາວ-ວັນນະຄະດີ ໄດ້ອັນດັບທີ 1 ນາງ ປາຢົງ ທ່າວເຈີດຈິງ, ວິຊາຄະນິດສາດ ແມ່ນນາງ ປາວີນາ ໄຊຍະເດດ ທັງສອງມາຈາກໂຮງຮຽນ ມ.ສ ປາຖະໜາ, ວິຊາ ຟີຊິກສາດ ແມ່ນ ນາງ ສຸພະພອນ ສີສົມຫວັງ ຈາກ ມ.ສ ວຽງຈັນ ແລະ ວິຊາ ເຄມີສາດ ນາງ ທິດາວັນ ໄຊຍະສຸກ ຈາກ ມ.ສ ພອນສະຫວັນ ຊົນເຜົ່າ ແລະ ຊັ້ນ ມ.7 ວິຊາ ພາສາລາວ-ວັນນະຄະດີ ໄດ້ອັນດັບທີ 1 ທ້າວ ທະວີຊັບ ຈັນທະສັກ  ຈາກ ມ.ສ ພອນສະຫວັນ-ຊົນເຜົ່າ, ວິຊາຄະນິດສາດ  ທ້າວ ລັດຕະນະໄຕສັນ ແກ້ວດາລາ ແລະ ວິຊາ ຟີຊິກສາດ ທ້າວ ໂພພິທັກ ໄພສານ ທັງສອງມາຈາກ ມ.ສ ວຽງຈັນ ແລະ ວິຊາເຄມີສາດ ທ້າວ ອານຸພາບ ລາດຊະວົງ ຈາກ ມ.ສ ພອນສະຫວັນ.
ພິທີສະຫຼຸບການສອບເສັງແຂ່ງຂັນນັກຮຽນເກັ່ງ ຂັ້ນນະຄອນຫຼວງວຽງຈັນ (ນວ) ຈັດຂຶ້ນວັນທີ 29 ມີນາຜ່ານມາ ໂດຍມີ ທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນວ, ມີຄະນະຜູ້ບໍລິຫານການສຶກສາ, ຜູ້ອຳນວຍໂຮງຮຽນ, ພ້ອມດ້ວຍຄູ-ອາຈານ ພໍ່ແມ່ຜູ້ປົກຄອງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ໃນພິທີ, ທ່ານ ຂັນໄຊ ແສງສຸນີ ຫົວໜ້າຂະແໜງສາມັນ ພະແນກສຶກສາທິການ ແລະ ກິລາ ນວ ໄດ້ລາຍງານຜົນການສອບເສັງນັກຮຽນເກັ່ງລະດັບ ນວ ສົກຮຽນ 2023-2024 ວ່າ: ການແຂ່ງຂັນໄດ້ກໍານົດວິທີການ ແລະ ຂັ້ນຕອນເປັນ 3 ຂັ້ນ ແຂ່ງຂັນລະດັບໂຮງຮຽນໄດ້ເລີ່ມແຂ່ງຂັນນັບແຕ່ເດືອນທັນວາ 2023, ລະດັບເມືອງ ໄດ້ມອບໃຫ້ຫ້ອງການສຶກສາທິການ ແລະ ກິລາເມືອງ ເປັນຜູ້ຈັດຕັ້ງສອບເສັງຫົວບົດສອບເສັງ ຊັ້ນ ປ.5, ມ.4 ແລະ ມ.7 ແມ່ນພະແນກສຶກສາທິການ ແລະ ກິລາ ນວ ສອບເສັງເອກະພາບກັນທົ່ວ ນວ ສຳເລັດໃນວັນທີ 9 ກຸມພາ 2024. ພາຍຫຼັງສອບເສັງຄັດເລືອກຂັ້ນເມືອງແລ້ວ, ຫ້ອງການສຶກສາທິການ ແລະ ກິລາ ເມືອງ ໄດ້ຄັດເລືອກນັກຮຽນ ເພື່ອເປັນຕົວແທນເຂົ້າຮ່ວມການສອບເສັງຂັ້ນ ນວ ວິຊາລະ 5 ຄົນ ໂດຍອີງຕາມສະພາບຄວາມເປັນຈິງຂອງແຕ່ລະເມືອງ ແຂ່ງຂັນລະດັບ ນວ (ຮອບຊີງຊະນະເລີດ) ໄດ້ຈັດການສອບເສັງຂຶ້ນ ໂດຍມີນັກຮຽນສອບເສັງທັງໝົດ 665 ຄົນຍິງ 357 ຄົນ, ຈັດເປັນ 26 ຫ້ອງ, ສອບເສັງໃນວັນທີ 1 ມີນາ 2024 ທີ່ ໂຮງຮຽນ ມ.ປາຍ ມິດຕະພາບວຽງຈັນ-ໂຮ່ຈິມິນ.