ເນື່ອງຈາກວ່າໃນໄລຍະນີ້ ເປັນລະດູທໍາການພະລິດຂອງຊາວກະຊີກອນບວກອາກາດຮ້ອນອົບເອົາຈິ່ງເຮັດເກິດມີໄຟໄໝ້ລາມປ່າຢູ່ຂອບເຂດບໍ່ລິເວນພູພາດວນແລ້ວແຜ່ລາມໄປໃສ່ຂອບເຂດທໍາການຜະລິດຂອງ ບ້ານກອນຄໍາ ເມືອງຮຸນ ແຂວງອຸດົມໄຊ ເຮັດໃຫ້ໄຟໄໝ້ປ່າຂະຫຍາຍໄປໃນວົງກວ້າງ, ຊຶ່ງປະຊາຊົນບໍ່ສາມາດສະກັດກັ້ນໄຟດັ່ງກ່າວໄດ້ ຈິ່ງຂໍກໍາລັງເສີມຈາກສູນຝຶກອົບຮົມ ກອງພົນທີ 3 ເຂົ້າຊ່ວຍເຫຼື່ອ ແລະ ເພຶ່ອເຮັດໃຫ້ທັນກັບສະພາບດັ່ງກ່າວ ເວລາ 15:00 ນາທິ ຂອງວັນທີ 2 ເມສາ 2024 ຜ່ານມານີ້, ຄະນະພັກ-ຄະນະບັນຊາສູນຝຶກອົບຮົມກອງພົນທີ 3 ຈິ່ງແຕ່ງຕັ້ງຄະນະຮັບຜິດຊອບ ແລະ ໄດ້ລະດົມກໍາລັງຈໍານວນ 35 ສະຫາຍ ພ້ອມດ້ວຍພະຫະນາຂົນສົ່ງ ແລະ ວັດຖຸອັນຈຳເປັນຈໍານວນໜຶ່ງໄປຊ່ວຍເຫຼຶອປະຊາຊົນບ້ານດັ່ງກ່າວມອດໄຟປາ ທີພວມລຸກລາມ ຊຶ່ງນໍາພາໂດຍ ສະຫາຍ ຮ້ອຍເອກ ຄໍາແສງ ໄຊສົມແພງ ຮອງກອງຮ້ອຍນັກຮຽນ ຕະຫຼອດຮອດພະນັກງານ-ນັັກຮົບເຂົ້າຮ່ວມມອດໄພ.
ພາຍຫຼັງໄດ້ຮັບການລາຍງານຈາກທ່ານ ຈັນ ແກ້ວມະນີ ໄດ້ຮູ້ວ່າ: ພື້ນທີ່ປ່າດັງກ່າວນີ້ ມັກເກີດໄຟລາມປ່າທຸກປີ ສ່ວນໜຶ່ງອາດຈະມາຈາກຈຸດຂອບເຂດທຳການຜະລິດ ຂອງຊາວກະສີກອນ ໃນບໍລິເວນພື້ນທີ່ປ່ານີ້ມີໃບໄມ້ແຫ້ງຫຼາຍ ປະກອບດ້ວຍອາກາດ ຮ້ອນຈຶ່ງເປັນເຊື້ອໄຟໄດ້ດີ ສ່ວນສາເຫດ ແປວໄຟເກີດຂຶ້ນໄດ້ແນວໃດນັ້ນ ແມ່ນຍັງບໍ່ສາມາດສະຫຼຸບໄດ້ວ່າເປັນຍ້ອນຫຍັງກັນແທ້ ແມ່ນໃຜເປັນຄົນຈູດປ່າແທ້. ຈາກນັ້ນ ສະຫາຍກໍໄດ້ນຳພາທີມງານ ປ້ອງກັນ ແລະ ກອບກູ້ໄພພິບັດຂອງສູນຝຶກອົບຮົມເຄື່ອນທັບໄປຫາຈຸດທີ່ໄຟໄໝ້ ແລະ ພ້ອມກັນດັບໄຟທີ່ກໍາລັງລູກລາມ. ນອກນີ້, ຍັງໄດ້ເຂ່ຍເຮັດແຫຼວທາງ ເພື່ອກັ້ນໄຟບໍໃຫ້ໄຟລູກລາມໄປອີກ. ຜ່ານມາ, ໄຟລາມໄໝ້ໄປແລ້ວກວມເນື້ອທີ່ປະມານ 3-4 ກິໂລແມັດ, ການຊ່ວຍເຫຼື່ອປະຊາຊົນໃນຄັ້ງນີ້ ແມ່ນໃຊ້ເວລາ 2 ຊົວໂມງກວ່າຈິງສາມາດມອດໄຟໄດ້ສໍາເລັດ.
(ຂ່າວ: ສູນຝຶກອົບຮົມ)