ພິທີສະເຫຼີມສະຫຼອງ ສົ່ງທ້າຍປີເກົ່າ-ຕ້ອນຮັບປີໃໝ່ລາວ ພສ 2567 ຄສ 2024 ທີ່ ນະຄອນປາກເຊ ແຂວງຈຳປາສັກ ເລີ່ມຂຶ້ນໃນຕອນບ່າຍວັນທີ 13 ເມສາ 2024 ທີ່ຫໍຫຼັກເມືອງ ນະຄອນປາກເຊ ໂດຍການໃຕ້ທຽນໄຊບູຊາພະຣັດຕະນະໄຕ ແລະ ລັ່ນຄ້ອງ 9 ບາດເປີດງານຢ່າງເປັນທາງການຂອງ ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ, ເຂົ້າຮ່ວມເມດຕາເປັນປະທານ ຝ່າຍສົງມີພະອາຈານ ມະຫາ ສຸວັນ ຈັນທະຣາຊ ອົງຊ່ວຍຊີ້ນຳວຽກງານ ອພສ ບັນດາແຂວງພາກໃຕ້ ປະທານ ອພສ ແຂວງຈຳປາສັກ, ມີຄະນະນຳຂອງແຂວງ, ມີເຈົ້ານະຄອນປາກເຊ ພ້ອມຄະນະ ມີບັນດາຫ້ອງການອ້ອມຂ້າງນະຄອນ - ເມືອງ, ພາກສ່ວນຄະນະຂະບວນແຫ່ ຕ່າງໆ 14 ຂະບວນ ຕະຫຼອດຮອດມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ.
ທ່ານ ບົວລີ ເພັດສົງຄາມ ເຈົ້ານະຄອນປາກເຊ ໄດ້ກ່າວລາຍງານການກະກຽມຄວາມພ້ອມ ແລະ ກິດຈະກຳຕ່າງໆ ໃນການສະເຫຼີມສະຫຼອງປີໃຫມ່ລາວ ພສ 2567 ຄສ 2024 ວ່າ: ງານສະເຫຼີມສະຫຼອງ ບຸນປີໃໝ່ລາວ ປີ ພສ 2567 ປີນີ້, ໂດຍ ພາຍໃຕ້ການຊີ້ນໍາ ແລະ ມອບໝາຍ ຈາກອົງການປົກຄອງແຂວງ ໄດ້ໃຫ້ນະຄອນປາກເຊ ສົມທົບກັບອົງການພຸດທະສາສະໜາສໍາພັນລາວ ແຂວງ, ພະແແຂວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວແຂວງ ຮ່ວມກັນຈັດຂຶ້ນ, ໂດຍໄດ້ຈັດໃຫ້ມີຫຼາຍກິດຈະກຳ ເຊັນ: ຂະບວນແຫ່ ພະພຸດທະຮູບ, ຄໍາພີພະໄຕປີດົກ ແລະ ແໜ່ງສັງຂານ; ຖະໜົນຊຸ່ມເຢັນ ແລະ ສະຖານທີ່ມ່ວນຊື່ນ ເປັນຕົ້ນ.
ສໍາລັບຂະບວນແຫ່ ສະເຫຼີມສະຫຼອງ ບຸນປີໃໝ່ລາວ (ບຸນປີໃ ໝ່ກຸດສົງການ) ທີ່ນະຄອນປາກເຊ ແມ່ນການສືບສານຮີດຄອງປະເພນີ ອັນດີງານຂອງຊາດຂອງທ້ອງຖິ່ນ, ຊຶ່ງໄດ້ຈັດຂຶ້ນໃນແຕ່ລະປີ. ໃນມື້ ສັງຂານລ່ວງ (ມື້ພະລົງ), ປີນີ້ ແມ່ນກົງກັບວັນທີ 13 ເມສາ 2024, ການຈັດຂະບວນແຫ່ສະເຫຼີມສະຫຼອງ ບຸນປີໃໝ່ລາວ ແມ່ນໄດ້ເລີ່ມຈັດຕັ້ງປະຕິບັດແບບເປັນທາງການ ມາແຕ່ປີ ພສ 2543 (ຄສ 1999-2000) ປີທ່ອງທ່ຽວລາວຄັ້ງອໍາອິດ ຈຸດປະສົງເພື່ອເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນ, ສໍາລະລ້າງສິ່ງບໍ່ດີໃຫ້ໄປກັບປີເກົ່າ ແລະ ຮັບເອົາສິ່ງທີດີໆ ທີ່ເປັນສີລິມຸງຄຸນ, ຮັບເອົາໂຊກເອົາໄຊໃນປີໃໝ່ ທັງເປັນການເປີດ ແລະ ສົ່ງເສີມການທ່ອງທ່ຽວທາງດ້ານວັດທະນະທຳ ຕິດພັນກັບການອະນຸລັກຮັກສາ ຮິດຄອງປະເພນີອັນດີງາມຂອງຊາດຂອງທ້ອງຖິ່ນ ແລະ ເພື່ອຕ້ອນຮັບ, ດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາທ່ຽວຊົມ ແຂວງຈໍາປາສັກ ເວົ້າລວມ, ເວົ້າສະເພາະ ນະຄອນປາກເຊ ໃຫ້ຫຼາຍຂຶ້ນ ດັ່ງຄໍາໂຄງທີ່ວ່າ: ປາກເຊ ງາມເດ ນໍ້າເຊຕົກໃສ່ນໍ້າຂອງ ປວງປະຊາປອງດອງຮັກໄຄ່ ມີພາຂວັນໃຫຍ່ ຂົວຂ້າມແມ່ນະທີ ບຸນຊ່ວງເຮືອປະເພນີທຸກປີບໍ່ຂາດ, ຄວາມມຸ່ງມາດຄືການພັດທະນາ, ໃຜກໍ່ຢາກມາຢ້ຽມຢາມທ່ອງທ່ຽວ ຕົວເມືອງສີຂຽວການຄ້າບໍລິການ ຊາວນະຄອນປາກເຊອາດຫານ ແດນງາມສີວິໄລ.
ໃນຂະບວນແຫ່ ສະເຫຼີມສະຫຼອງ ບຸນປີໃໝ່ລາວ ພສ 2567 ມີທັງໝົດ 14 ຂະບວນ, ຄື: ຂະບວນແຫ່ພະໄຕປີດົກ ແລະ ພຸດທະຮູບ ຈາກ 9 ວັດ; ຂະບວນແຫ່ນາງສັງຂານ ພສ 2567; ຂະບວນແຫ່ໝາກເບັງໃຫຍ່ ເອກະລັກນະຄອນປາກເຊ; ຂະບວນກ້ອນກໍາລັງຊາວໜຸ່ມເຍົາວະຊົນ; ຂະບວນກ້ອນກໍາລັງກຸ່ມບໍລິສັດທ່ອງທ່ຽວແຂວງ; ຂະບວນກ້ອນກໍາລັງກຸ່ມທະນາຄານ; ຂະບວນກ້ອນກຳລັງກຸ່ມ ສະພາການຄ້າ ແລະ ອຸດສາຫະກຳແຂວງ; ຂະບວນກ້ອນກໍາລັງກຸ່ມ ມວນຊົນຊາວນະຄອນຈາກເຊ ຈາກ 42 ບ້ານ, 5 ກຸ່ມ, 6 ບ້ານໃຫຍ່ ແລະ 10 ບ້ານເທດສະບານ ແລະ ຂະບວນສະຖານບັນການສຶກສາຕ່າງໆ. ພິເສດຍັງມີຂະບວນຟ້ອນຈາກບ້ານ ນາຂວ້າງ, ເມືອງຊະນະສົມບູນ ແລະ ຂະບວນໝໍລໍາ ຈາກເມືອງໂພນທອງ ກໍໄດ້ເຂົ້າມາຮ່ວມ. ແຕ່ລະຂະບວນທີ່ເຂົ້າຮ່ວມມີລົດແຫ່ທີ່ປະດັບປະດາຢ່າງຈົບງາມ, ຜູ້ເຂົ້າຮ່ວມນຸ່ງຖືເອກະລັກຊົງລາວ, ຕະຫຼອດໄລຍະທາງແຫ່ ກໍມີການເສບມະໂຫລິດົນຕີພື້ນເມືອງຢ່າງຄຶກຄື້ນ ແລະ ພາຍຫຼັງເປີດພິທີເປັນທາງການບັນດາການນຳ, ເຖົ້າແກ່ມົນໂທ, ນາງສັງຂານ ແລະ ຕະຫຼອດຮອດມວນຊົນ ຕາງກໍໄດ້ເຂົ້າຫົດສົງນໍ້າພະທີ່ຫໍຫຼັກເມືອງ ຊຶ່ງແມ່ນພະຄູ່ບ້ານຄູ່ເມືອງຊາວນະຄອນປາກເຊ ແລະ ຫົດສົງນໍ້າພະທີ່ວັດຫຼວງປາກເຊ ແລະ ວັດແຫ່ງອື່ນໆ ຢ່າງມວນຊື່ນ. ທັງເປັນການສືບທອດເສີມຂະຫຍາຍຮີດຄອງປະເພນີວັດທະນະທຳອັນດີງາມຂອງທ້ອງຖິ່ນ ກໍຄືຂອງຊາດທີ່ມີມາແຕ່ດົນນານໃຫ້ສືບທອດຕະຫຼອດໄປ.
(ຂ່າວ: ເກດສະໜາ ແກ້ວສຸວັນນະແສງ)