ໂດຍ: ພູວັນ
ປີໃໝ່ລາວປີນີ້ບັນຍາກາດການຂາຍນໍ້າຫອມບູຊາຫົດສົງພະພຸດທະຮູບໃນແຕ່ລະວັດມີບັນຍາກາດຄຶກຄື້ນດີແມ່ຄ້າດີໃຈຫຼາຍທີ່ເຫັນມວນຊົນຫຼັ່ງໄຫຼກັນມາຫົດສົງພະພຸດທະຮູບສິ່ງສັກສິດໃນແຕ່ລະວັດ ບາງຄົນມາເປັນຄອບຄົວ, ບາງຄົນມາກັບໝູ່ຄູ່ ແລະ ມາກັບຄົນຮັກກໍມີ ເພື່ອເປັນການຊຸກຍູ້ສົ່ງເສີມປີທ່ອງທ່ຽວລາວ 2024 ແລະ ອະນຸລັກຮັກສາວັດທະນະທຳອັນດີງາມຂອງຊາດ.
ທ່ານນາງ ເນດ ພິລາທອງ ປະຊາຊົນບ້ານທົ່ງສາງນາງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 14 ເມສາ ຜ່ານມາວ່າ: ຕົນເອງໄດ້ປະກອບອາຊີບຂາຍນໍ້າຫອມບູຊາຫົດສົງພະພຸດທະຮູບມາໄດ້ຫຼາຍປີແລ້ວ ແລະ ມີຄວາມຮູ້ສຶກດີໃຈຫຼາຍທີ່ໄດ້ມາຂາຍນໍ້າຫອມເພື່ອບູຊາຫົດສົງພະພຸດທະຮູບຢູ່ໜ້າວັດອົງຕື້ມະຫາວິຫານ ປີນີ້ການຂາຍນໍ້າຫອມດີຫຼາຍ ມວນຊົນຫຼັ່ງໄຫຼມາວັດເປັນຈຳນວນຫຼາຍເຮັດໃຫ້ມີບັນຍາກາດຄຶກຄື້ນມ່ວນຊື່ນ ພູມໃຈທີ່ເຫັນຄົນລາວຊາວພຸດມີຈິດໃຈຮັກຊາດ ຮັກວັດທະນະທຳ ຮັກຮີດ ຄອງປະເພນີອັນດີງາມ. ສຳລັບນໍ້າຫອມຫົດສົງພະພຸດທະຮູບແມ່ນມີຫຼາຍລາຄາເລີ່ມຕົ້ນລາຄາ 10.000 ກີບ- 25.000 ກີບ.
ການຫົດສົງພະພຸດທະຮູບໃນເທດສະບຸນປີໃໝ່ລາວ ເພື່ອເປັນການສັກກາລະບູຊາສິ່ງສັກສິດຄູ່ບ້ານຄູ່ເມືອງເພື່ອເປັນການຂໍພອນໃຫ້ຄອບຄົວຢູ່ເຢັນເປັນສຸກ, ມີຄວາມສຸກກາຍສະບາຍໃຈ ເພື່ອເປັນການອະນຸລັກຮັກສາວັດທະນະທຳຮີດຄອງປະເພນີອັນດີງາມຂອງຊາດໄວ້ໃຫ້ຄົງຢູ່ຄູ່ກັບລູກຫຼານຕະຫຼອດໄປ.