ເມື່ອບໍ່ດົນມານີ້ ຢູ່ຫ້ອງວ່າການແຂວງຫຼວງນໍ້າທາ ໄດ້ຈັດພິທີບາສີສູ່ຂວັນຄະນະນໍາຂອງແຂວງເນື່ອງໃນໂອກາດສົ່ງທ້າຍປີເກົ່າ ພສ 2566 ແລະ ຕ້ອນຮັບປີໃຫ່ມລາວ ພສ 2567 ໂດຍການເຂົ້າຮ່ວມຂອງທ່ານ ວຽງສະຫວັດ ສີພັນດອນ ເຈົ້າແຂວງຫຼວງນໍ້າທາ, ມີບັນດາຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ອາດີດການນໍາ,ຄອບຄົວການນໍາ, ຫົວໜ້າພະແນກ - ຮອງຫົວໜ້າພະແນກການອ້ອມຂ້າງແຂວງ, ເຈົ້າເມືອງ, ຮອງເຈົ້າເມືອງ, 2 ກອງບັນຊາການ ປກຊ -ປກສ, ບໍລິສັດ, ລັັດວິສາຫະກິດ, ຕະຫຼອດຮອດພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ເຈົ້າແຂວງໆຫຼວງນໍ້າທາ ໄດ້ມີຄໍາເຫັນວ່າ: ງານບາສີສູ່ຂັວນແມ່ນໄດ້ຕິດພັນກັບຮິດຄອງປະເພນີອັນດີງາມຂອງຊາວລາວທີ່ໄດ້ສືບທອດກັນມາແຕ່ດົນນານ ເພື່ອອານຸລັກຮັກສາ ແລະ ເສີມຂະຫຍາຍ ຕາມຮີບຄອງປະເພນີ ເວົ້າລວມເວົ້າສະເພາະກໍຄືການສະເຫຼີມສະຫຼອງບຸນປີໃໝ່ລາວ ແລະ ທັງເປັນການສົ່ງທ້າຍປີເກົ່າ ພສ 2566 ແລະ ຕ້ອນຮັບປີໃຫ່ມລາວ ພສ 2567 ຕະຫຼອດໄລຍະຜ່ານມາແຂວງຫຼວງນໍ້າທາ ມີສະຖຽນລະພາບທາງດ້ານການເມືອງແນວຄິດ, ສັງຄົມມີຄວາມສະຫງົບ, ເສດຖະກິີດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ດ້ານພື້ນຖານໂຄງລ່າງໄດ້ຮັບການປັບປຸງດີຂຶ້ນ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າພາຍໃນແຂວງນັບມື້ດີຂຶ້ນເທື່ອລະກ້າວ.
ໂອກາດດຽວກັນນີ້, ກໍໄດ້ມີການມັດແຂນ ແລະ ຫົດສົງນໍ້າເພື່ອອວຍໄຊເຊີ່ງກັນ ແລະ ກັນ, ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ, ມີແຕ່ສີ່ງດີໆເຂົ້າມາໃນຊີວິດ, ປະສົບຜົນສໍາເລັດໃນໜ້າທີ່ວຽກງານຕະຫຼອດໄປ.
(ຂ່າວ: ມຸນຕີ)