ໃນວັນທີ 15 ເມສາ ນີ້ ທີ່ພະແນກສຸກເສີນໂຮງໝໍເສດຖາທິຣາດ ນະຄອນຫຼວງວຽງຈັນ ທ່ານ ນາງ ພິມແສງ ພິດທະນຸສອນ ຫົວໜ້າພະແນກສຸກເສີນໂຮງໝໍເສດຖາທິຣາດ ໃຫ້ສໍາພາດວ່າ: ໃນໄລຍະ 3 ມື້ ໂຮງໝໍເສດຖາທິຣາດ ຮັບຄົນເຈັບ 40 ກໍລະນີ ໃນນີ້ ຍິງ 10 ກໍລະນີ, ໃນຈໍານວນຄົນເຈັບດັ່ງກ່າວ ແມ່ນບໍ່ມີອາການສາຫັດຈັກຄົນ ໝາຍຄວາມວ່າ ປະເພດຂອງອາການບາດເຈັບແມ່ນຢູ່ໃນລະດັບກາງ. ຄຽງຄູ່ກັນນັ້ນ ຄົນເຈັບທີ່ໄດ້ເຂົ້າເຖິງພະແນກພາຍໃນ ແລະ ພະແນກພາຍນອກ ມີຈໍານວນ 180 ກໍລະນີ ຍິງ 80 ກໍລະນີ, ສ່ວນການຫ້າງຫາກະກຽມພະນັກງານ ແພດ-ໝໍ ຕໍ່ຄົນເຈັບ ແມ່ນ 15 ທ່ານ ຕໍ່ມື້ຕໍ່ 24 ຊົ່ວໂມງ, ຈາກປົກກະຕິ ແມ່ນ 7 ທ່ານ ຕໍ່ມື້ຕໍ່ 24 ຊົ່ວໂມງ,
ໃນໂອກາດດັ່ງກ່າວ, ທ່ານ ນາງ ພິມແສງ ພິດທະນຸສອນ ຈຶ່ງໄດ້ຝາກເຖິງບັນດາຜູ້ຂັບຂີ່ທັງຫຼາຍທີ່ນໍາໃຊ້ລົດ, ໃຊ້ຖະໜົນວ່າ: ການຫຼິ້ນບຸນປີໃໝ່ລາວ ກິນ-ດື່ມ ຂໍໃຫ້ມີຄວາມພໍດີ - ພໍເໝາະ ບໍ່ຄວນດື່ມສິ່ງມຶນເມົາຫຼາຍ ຖ້າດື່ມຫຼາຍ ການຂັບຂີ່ລົດຕາມທ້ອງຖະໜົນຈະເກີດອຸບັດເຫດ ຊຶ່ງຈະນໍາຄວາມເສຍຫາຍມາສູ່ຊີວິດ, ຊັບສິນຂອງທ່ານ, ເມື່ອຮູ້ວ່າ ຕົນເອງດື່ມເມົາແລ້ວ ບໍ່ຄວນຂັບຂີ່ ເພື່ອຫຼີກລ່ຽງອຸບັດເຫດ. ການຫຼິ້ນປີໃໝ່ລາວ ປີນີ້ແມ່ນມີຄວາມແກ່ຍາວ, ຖ້າຫາກວ່າ ທ່ານໃດຈະອອກຈາກເຮືອນ-ບ້ານ ກໍຂໍໃຫ້ນໍາເອົາບັດປະຈໍາຕົວຂອງຕົນ, ໃບຂັບຂີ່ ຫຼື ເອກະສານອື່ນໆ ທີ່ຈະສາມາດຕິດຕໍ່ພົວພັນ ຫາຄອບຄົວ, ຍາດພີ່ນ້ອງໄປນໍາແດ່, ຖ້າຫາກວ່າ ບໍ່ນໍາເອົາເອກະສານຕິດຕົວໄປນໍາ ເມື່ອເກີດອຸບັດເຫດ ຈະເຮັດໃຫ້ການຕິດຕໍ່ຂອງແພດ-ໝໍ ແມ່ນພົບກັບຄວາມຫຍຸ້ງຍາກຫຼາຍ ເພາະວ່າ ຄູ່ກໍລະນີ ຂອງຜູ້ທີ່ເກີດອຸບັດເຫດ ສ່ວນຫຼາຍ ແມ່ນຜູ້ດື່ມສິ່ງມືນເມົາ ກັບ ຜູ້ທີ່ບໍ່ໄດ້ດື່ມສິ່ງມືນເມົາ.
(ຂ່າວ-ພາບ: ແສງຈັນ)