ໂດຍຕອບສະໜອງຕາມຄໍາເຊື້ອເຊີນຂອງພະບາດສົມເດັດພະບໍລົມມະນຽດໂນໂຣດົມສີຫາມຸນີພະມະຫາກະສັດແຫ່ງຣາຊະອານາຈັກກໍາປູເຈຍ,ພະນະທ່ານທອງລຸນສີສຸລິດປະທານປະເທດແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວພ້ອມດ້ວຍພັນລະຍາແລະຄະນະຜູ້ແທນຂັ້ນສູງໄດ້ເດີນທາງຢ້ຽມຢາມທາງລັດຖະກິດຣາຊະອານາຈັກກໍາປູເຈຍໃນວັນທີ 23 ເມສາ ນີ້,ເພື່ອເພີ່ມທະວີແລະຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອແລະເສີມຂະຫຍາຍການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານແລະໝັ້ນຄົງຍາວນານລະຫວ່າງສປປລາວແລະຣາຊະອານາຈັກກໍາປູເຈຍໃຫ້ເລິກເຊິ່ງແລະມີປະສິດທິຜົນຍິ່ງໆຂຶ້ນ.
 
ພິທີຕ້ອນຮັບພະນະທ່ານທອງລຸນສີສຸລິດພ້ອມດ້ວຍພັນລະຍາແລະຄະນະຜູ້ແທນຂັ້ນສູງໄດ້ຈັດຂຶ້ນຢ່າງເປັນທາງການແລະສົມກຽດ,ໃນຕອນເຊົ້າຂອງວັນທີ 23 ເມສາ 2024 ທີ່ພະຣາຊະວັງແຫ່ງຣາຊະອານາຈັກກໍາປູເຈຍ,ໂດຍການໃຫ້ກຽດຕ້ອນຮັບຂອງພະບາດສົມເດັດພະບໍລົມມະນຽດໂນໂຣດົມສີຫາມຸນີພະມະຫາກະສັດແຫ່ງຣາຊະອານາຈັກກໍາປູເຈຍພ້ອມດ້ວຍຄະນະຜູ້ແທນຂັ້ນສູງ.
 
ພາຍຫຼັງສໍາເລັດພີທີຕ້ອນຮັບ,ໄດ້ມີກອງປະຊຸມພົບປະສອງຝ່າຍຢ່າງເປັນທາງການ ລະຫວ່າງພະນະທ່ານທອງລຸນສີສຸລິດແລະພະບາດສົມເດັດພະບໍລົມມະນຽດໂນໂຣດົມສີຫາມຸນີພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງທັງສອງຝ່າຍ.ໃນໂອກາດນີ້,ພະບາດສົມເດັດພະບໍຣົມມະນຽດໂນໂຣດົມສີຫາມຸນີໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນພ້ອມທັງຕີລາຄາສູງຕໍ່ການຢ້ຽມຢາມລັດຖະກິດຣາຊະອານາຈັກກໍາປູເຈຍໃນຄັ້ງນີ້. ຂະນະດຽວກັນ,ພະນະທ່ານທອງລຸນສີສຸລິດກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບຢ່າງອົບອຸ່ນທີ່ເຕັມປ່ຽມໄປດ້ວຍໄມຕີຈິດມິດຕະພາບ ຂອງພະບາດສົມເດັດພະບໍຣົມມະນຽດໂນໂຣດົມສີຫາມຸນີກໍຄືລັດຖະບານແລະປະຊາຊົນກໍາປູເຈຍ. ການຢ້ຽມຢາມຣາຊະອານາຈັກກໍາປູເຈຍຄັ້ງນີ້ຂອງພະນະທ່ານທອງລຸນສີສຸລິດຖືເປັນການຢ້ຽມຢາມທາງລັດຖະກິດຄັ້ງທີ 2 ໃນຖານະເປັນປະທານປະເທດ ແຫ່ງ ສປປ ລາວຊຶ່ງມີຄວາມໝາຍສໍາຄັນຕໍ່ການເສີມຂະຫຍາຍສາຍພົວພັນສອງຝ່າຍລະຫວ່າງລາວ-ກຳປູເຈຍໃນຖານະເປັນເພື່ອນມິດສະໜິດສະໜົມ, ເປັນບ້ານໃກ້ເຮືອນຄຽງ ບ້ານແກ່ວເມືອງດອງ ທີ່ມີຮີດຄອງປະເພນີຄ້າຍຄືກັນ ມີມູນເຊື້ອແຫ່ງການພົວພັນອັນດີມາແຕ່ບູຮານນະການ.
 
ໃນການພົບປະ,ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອແລະເສີມຂະຫຍາຍການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານແລະໝັ້ນຄົງຍາວນານລະຫວ່າງສປປລາວແລະຣາຊະອານາຈັກກໍາປູເຈຍ.ໃນປີ 2019 ສອງປະເທດກໍໄດ້ຍົກລະດັບການພົວພັນ ເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນ, ສອງປະເທດສືບຕໍ່ສະໜັບສະໜູນຊຶ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ, ການນໍາຂັ້ນສູງສຸດຂອງສອງປະເທດ ມີຄວາມໃກ້ຊິດ ແລະ ສະໜິດສະໜົມກັນ ບໍ່ວ່າໃນໄລຍະຕໍ່ສູ້ກູ້ຊາດ ກໍຄືໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
 
ນັບແຕ່ສອງປະເທດໄດ້ສ້າງຕັ້ງສາຍພົວພັນການທູດຮ່ວມກັນໃນປີ 1956 ມາເຖິງປັດຈຸບັນ ເປັນເວລາເກືອບ 68 ປີ, ສປປ ລາວ ຖືວ່າຣາຊະອານາຈັກ ກໍາປູເຈຍ ເປັນເພື່ອນບ້ານໃກ້ຄຽງທີ່ດີ, ບ້ານແກ່ວເມືອງດອງ, ມີສາຍພົວພັນທີ່ມີມູນເຊື້ອອັນຍາວນານ. ໃນອະດີດທີ່ຜ່ານມາ ພະມະຫາກະສັດ ໂນໂຣດົມ ສີຫານຸ, ສົມເດັດ ພະບິດາ ຂອງພະບາດສົມເດັດພະບໍຣົມມະນຽດໂນໂຣດົມສີຫາມຸນີກໍໄດ້ສະເດັດໄປຢ້ຽມຢາມ ເມືອງວຽງໄຊເຂດປົດປ່ອຍຂອງລາວ ອັນໄດ້ເປັນກຳລັງໃຈອັນຍິ່ງໃຫຍ່ແກ່ປະຊາຊົນລາວ ໃນການຕໍ່ສູ້ປົກປ້ອງອະທິປະໄຕຂອງຕົນ ໃນເມື່ອກ່ອນ, ພາຍຫຼັງສະຖາປະນາ ສປປ ລາວ ແລະ ຟື້ນຟູ ຣາຊະອານາຈັກ ກຳປູເຈຍ, ພະບາດ ສົມເດັດ ໂນໂຣດົມ ສີຫານຸກໍໄດ້ໄປຢ້ຽມຢາມ ສປປ ລາວ ອີກດ້ວຍຊຶ່ງສປປລາວຖືວ່າ ພະອົງແມ່ນໄດ້ປະກອບສ່ວນອັນໃຫຍ່ຫຼວງ ເຂົ້າໃນການເສີມຂະຫຍາຍສາຍພົວພັນສອງຝ່າຍ ລາວ-ກຳປູເຈຍ ຍ້ອນການພົວພັນລະດັບສູງສຸດດັ່ງກ່າວນີ້ ຈຶ່ງເຮັດໃຫ້ສອງປະເທດ ລາວ-ກໍາປູເຈຍ ມີມິດຕະພາບ ແລະ ການພົວພັນທີ່ດູດດື່ມຕະຫຼອດມາ ທັງໄດ້ເພິ່ງພາອາໃສຊຶ່ງກັນ ແລະ ກັນ ສະເໝີມາ. ສະນັ້ນ, ເພື່ອເປັນສັນຍາລັກແຫ່ງຄວາມສຳພັນທີ່ດີ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ກຳປູເຈຍ, ລັດຖະບານ ແລະ ປະຊາຊົນລາວ ຈຶ່ງໄດ້ມອບຊ້າງ ຈຳນວນ 2 ເຊືອກ ຄື ທ້າວ ຈໍາປາ ແລະ ນາງ ລໍາດວນ ໃຫ້ແກ່ພະບາດສົມເດັດພະບໍຣົມມະນຽດໂນໂຣດົມສີຫາມຸນີກໍຄືປະຊາຊົນກຳປູເຈຍ ໃນໂອກາດມາຢ້ຽມຢາມໃນຄັ້ງນີ້.
 
ພ້ອມດຽວກັນນີ້,ສອງຝ່າຍໄດ້ເຫັນດີເປັນເອກະພາບຈະຮ່ວມກັນຊຸກຍູ້ໃຫ້ລັດຖະບານທັງສອງປະເທດສືບຕໍ່ຈັດຕັ້ງປະຕິບັດບັນດາຜົນການຕົກລົງຮ່ວມກັນ ລະຫວ່າງ ສອງລັດຖະບານ ລາວ ແລະ ກໍາປູເຈຍໃຫ້ເປັນຮູບປະທໍາ ເພື່ອນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະເທດຊາດກໍຄືປະຊາຊົນສອງຊາດລາວ-ກໍາປູເຈຍ,ໂດຍສະເພາະບັນດາຜົນການຕົກລົງແລະເອກະສານທີ່ລົງນາມຮ່ວມກັນໃນໂອກາດທີ່ສົມເດັດ ມະຫາ ບໍວໍ ທິບໍດີຮຸນ ມາແນດນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການໃນເດືອນມີນາ 2024 ຜ່ານມາ, ທັງຍັງເຫັນດີຈະສືບຕໍ່ເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືທີ່ແໜ້ນແຟ້ນ ເພື່ອສືບຕໍ່ຮັກສາມູນເຊື້ອສາຍສໍາພັນລະດັບສູງສຸດ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ກໍາປູເຈຍ ໄວ້ໃຫ້ໝັ້ນຄົງຂະໜົງແກ່ນຕະຫຼອດໄປ.
 
ການພົບປະສອງຝ່າຍລະຫວ່າງພະນະທ່ານທອງລຸນສີສຸລິດແລະພະບາດສົມເດັດ ພະບໍຣົມມະນຽດໂນໂຣດົມສີຫາມຸນີໄດ້ດຳເນີນໄປດ້ວຍໄມຕີຈິດມິດຕະພາບອັນອົບອຸ່ນ, ໂດຍສອງຝ່າຍໄດ້ແລກປ່ຽນຄວາມຄິດເຫັນຊຶ່ງກັນແລະກັນຢ່າງເລິກເຊິ່ງແລະຈິງໃຈຊຶ່ງຈະເປັນພື້ນຖານອັນໜັກແໜ້ນ ຕໍ່ການເພີ່ມທະວີສາຍພົວພັນ ລະຫວ່າງ ສອງປະເທດ ແລະ ປະຊາຊົນສອງຊາດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນເພື່ອນໍາເອົາຜົນປະໂຫຍດສູງສຸດມາສູ່ປະເທດຊາດກໍຄືປະຊາຊົນສອງຊາດລາວແລະກໍາປູເຈຍ. ໃນໂອກາດດຽວກັນນີ້, ພະນະທ່ານ ທອງລຸນ ສີສຸລິດ ກໍໄດ້ເຊື້ອເຊີນ ພະບາດສົມເດັດ ພະບໍຣົມມະນຽດໂນໂຣດົມສີຫາມຸນີ ສະເດັດ ໄປຢ້ຽມຢາມ ສປປ ລາວ ໃນເວລາທີ່ເຫັນວ່າສະດວກ ເພື່ອເປັນການສືບຕໍ່ປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນ ລະຫວ່າງ ສອງປະເທດ ໃນໄລຍະໃໝ່ຊຶ່ງພະບາດສົມເດັດ ພະບໍຣົມມະນຽດໂນໂຣດົມສີຫາມຸນີກໍໄດ້ສະແດງຄວາມຍິນດີຕອບຮັບການເຊື້ອເຊີນດັ່ງກ່າວແລະຈະຈັດຫາເວລາອັນເໝາະສົມໄປຢ້ຽມຢາມສປປລາວ.
 
ໃນໂອກາດເດີນທາງຢ້ຽມຢາມລັດຖະກິດທີ່ຣາຊະອານາຈັກກໍາປູເຈຍຄັ້ງນີ້,ພະນະທ່ານທອງລຸນສີສຸລິດຍັງໄດ້ໄປວາງພວງມາລາທີ່ອານຸສາວະລີພະບາດສົມເດັດໂນໂຣດົມສີຫານຸແລະອານຸສາວະລີເອກະລາດອີກດ້ວຍ.
ຂ່າວ-ພາບ:ກະຊວງການຕ່າງປະເທດ,ພາບ:ຂປລ