ໃນວັນທີ 14 ພຶດສະພາ 2024 ນີ້, ຄອບຄົວການນໍາຂັ້ນສູງກາງ, ສະຫະພັນແມ່ຍິງ ກະຊວງປ້ອງກັນປະເທດ ມອບເຄື່ອງຊ່ວຍເຫຼືອໃຫ້ແຂວງໄຊສົມບູນ, ໂດຍມີທ່ານ ນາງ ຄຳສອນ ຈັນຍາລາດ, ພັນລະຍາ ທ່ານ ພົນເອກ ຈັນສະໜອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາທ່ານຄອບຄົວການນໍາຂັ້ນສູນກາງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງ, ປກສ ແຂວງ, ພະແນກການຂອງແຂວງ ຕະຫຼອດຮອດ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. 
ທ່ານ ພົນຕີ ຄຳເພັດ ສີຊານົນ ຄະນະປະຈຳພັກກະຊວງ ຫົວໜ້າກົມໃຫຍ່ພະລາທິການກອງທັບ ໄດ້ຕາງໜ້າໃຫ້ຄອບຄົວການນໍາ, ສະຫະພັນແມ່ຍິງກະຊວງປ້ອງກັນປະເທດ ກ່າວວ່າ: ການມາຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫຼືອໃຫ້ແຂວງໄຊສົມບູນ ໃນຄັ້ງນີ້ແມ່ນໄດ້ຮັບການຊ່ວຍເຫຼືອ, ການອຸປະຖຳ ແລະ ການປະກອບສ່ວນຊ່ວຍເຫຼືອທາງດ້ານວັດຖຸ, ເສື້ອຜ້າ, ເຄື່ອງໃຊ້ຂອງນັກຮຽນຈໍານວນໜຶ່ງຈາກການສະໜັບສະໜູນບໍລິສັດ ພີເອສແອວ ຈຳກັດ ແລະ ບໍລິສັດ ອີຊູຊູລາວ ວີເອສເອ ຈຳກັດ, ມາມອບໃຫ້ແຂວງ ເພື່ອນໍາໃຊ້ຊຸກຍູ້ຊ່ວຍເຫຼືອບັນດາຄອບຄົວປະຊາຊົນຂອງແຂວງ ທີ່ຍັງມີຄວາມຫຍຸ້ງຍາກທາງດ້ານເສດຖະກິດ, ຢູ່ເຂດຫ່າງໄກ. ເຄື່ອງທີ່ໄດ້ນຳມາມອບໃຫ້ ອາດຈະບໍ່ພຽງພໍກັບຄວາມຕ້ອງການ ແຕ່ກໍ່ຂໍເປັນສ່ວນໜຶ່ງໃນການປະກອບສ່ວນເພື່ອຊຸກຍູ້ແກ້ ໄຂຄວາມຫຍຸ້ງຍາກຊ່ວຍຄະນະນໍາ, ການນໍາແຂວງໄຊສົມບູນ.  ເຄື່ອງຊ່ວຍເຫຼືອຈຳນວນດັ່ງກ່າວ ຈະໄດ້ໄປມອບໄປຮອດໄປເຖິງ ຜູ້ທີ່ມີຄວາມຈຳເປັນ, ມີຄວາມຫຍຸ້ງຍາກສັບສົນແທ້ .
ໂອກາດນີ້, ທ່ານ ສຸກສະຫວາດ ວົງພູມເຫຼັກ ຮອງເຈົ້າແຂວງໄຊສົມບູນ ໄດ້ຕາງໜ້າໃຫ້ຄະນະນໍາຂອງແຂວງ ມີຄວາມຮູ້ສຶກພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ເປັນກຽດຢ່າງສູງ ຕ້ອນຮັບຄອບຄົວການນໍາຂັ້ນສູນກາງ ພ້ອມດ້ວຍຄະນະ ທີ່ໄດ້ເດີນທາງມາເຄື່ອນໄຫວ ຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫຼືອ ໃຫ້ຄອບຄົວປະຊາຊົນຜູ້ທີ່ມີຄວາມຫຍຸ້ງຍາກດ້ານເສດຖະກິດ, ເຄື່ອງໃຊ້ຂອງນັກຮຽນ ຢູ່ແຂວງໄຊສົມບູນ, ຊຶ່ງສະແດງໃຫ້ ເຫັນເຖິງຄວາມເປັນຫ່ວງເປັນໄຍ ຕໍ່ອົງຄະນະພັກ, ອົງການປົກຄອງແຂວງ ແລະ ປະຊາຊົນບັນດາເຜົ່າ ແຂວງໄຊສົມບູນ. ສະນັ້ນ, ໃນນາມຕາງໜ້າຄະນະນໍາແຂວງໄຊສົມບູນ ແລະ ຕາງໜ້າປະຊາຊົນບັນດາເຜົ່າ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງຍິ່ງ ຕໍ່ຄອບຄົວການນໍາ, ສະຫະພັນແມ່ຍິງກະຊວງປ້ອງກັນປະເທດ ແລະ ຜູ້ທີ່ມີສ່ວນຮ່ວມການຊ່ວຍເຫຼືອ, ສະໜັບສະໜູນ ໃນຄັ້ງນີ້, ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຈະສົມທົບຂະແໜງການກ່ຽວຂ້ອງຂອງແຂວງ, ບັນດາເມືອງ ຄົ້ນຄວ້າຄັດເລືອກຄອບຄົວປະຊາຊົນ, ໂຮງຮຽນເປົ້າໝາຍ ເພື່ອສືບຕໍ່ນໍາເອົາເຄື່ອງດັ່ງກ່າວ ໄປແຈກ ຢາຍໃຫ້ທົ່ວເຖິງຜູ້ມີຄວາມຈຳເປັນ, ມີຄວາມຫຍຸ້ງຍາກແທ້, ພ້ອມທັງແນະນໍາການຊົມໃຊ້ປົກປັກ ຮັກສາໃຫ້ເກີດປະໂຫຍດສູງສຸດ ແລະ ນໍາໃຊ້ໃຫ້ຍາວນານທີ່ສຸດ;
ຈາກນັ້ນ ຄອບຄົວການນໍາຂັ້ນສູງກາງ, ສະຫະພັນແມ່ຍິງກະຊວງປ້ອງກັນປະເທດ ພ້ອມຄະນະ ຍັງໄດ້ນຳເອົາເຄື່ອງໄປມອບໃຫ້ ປະຊາຊົນບ້ານທົ່ງຮັກ, ບ້ານນໍ້າຍອນ ເມືອງອະນຸວົງ ແຂວງໄຊສົມບູນ ແລະ ມອບເຄື່ອງໃຫ້ໂຮງຮຽນເຫຼົ່າຮົບພະລາທິການກອງທັບ ຕື່ມອີກ.  (ຂ່າວ: ບິກໄຊ ສົມພູ)