ວັນທີ່ 13 ພຶດສະພາ 2024 ຢູ່ຫ້ອງປະຊຸມຂອງ ຫ້ອງການສາທາລະນະສຸກເມືອງໂພນໄຊ ແຂວງ ຫຼວງພະບາງ ໄດ້ຈັດກອງປະຊຸມຊີ້ແຈງ ຂະບວນການວັນສັກຢາແຫ່ງຊາດ ຕິດພັນກັບການໃຫ້ວັກຊິນກັນພະຍາດໝາກແດງ ກັບກຸ່ມເປົ້າໝາຍແຕ່ອາຍຸ 9 ເດືອນ ຫາ 5 ປີ ໃນທົ່ວເມືອງໂພນໄຊ , ເປັນປະທານໂດຍ ທ່ານ ສົມຈິດ ລັດຕະນະ ຮອງເຈົ້າເມືອງໂພນໄຊ ແຂວງ ຫຼວງພະບາງ ແລະທ່ານ ນາງ ຄໍາຜູ ຈັນທະວົງ ຮອງຫົວໜ້າພະແນກສາທາລະນະສຸກແຂວງ, ພ້ອມດ້ວຍທີມງານຂອງແຂວງ, ຄະນະນຳຫ້ອງສາທາລະນະສຸກເມືອງ, ຄະນະກໍາມະການເພື່ອແມ່ ແລະເດັກຂັ້ນເມືອງຕະຫຼອດຮອດ ອໍານວຍການໂຮງໝໍນ້ອຍແຕ່ລະແຫ່ງ ຢູ່ພາຍໃນເມືອງ ເຂົ້າຮ່ວມ. 
ໃນກອງປະຊຸມຄະນະຮັບຜິດຊອບໄດ້ຂຶ້ນລາຍງານການຈັດຕັ້ງປະຕິບັດ ການໃຫ້ວັກຊິນປ້ອງກັນພະຍາດໃນໄລຍະຜ່ານມາ ແລະການດໍາເນີນງານ ເພື່ອເຮັດໃຫ້ການສັກວັກຊິນ ປ້ອງພະຍາດຮອບປົກກະຕິ ແລະຂະບວນການ ວັນສັກຢາກັນພະຍາດແຫ່ງຊາດ ຕິດພັນກັບ ການໃຫ້ວັກຊິນປ່ອງພະຍາດໝາກແດງໃຫ່ຍ-ໝາກແດງນ້ອຍ ຕໍ່ກຸ່ມເປົ້າໝາຍໃນທົ່ວເມືອງ ໃຫ້ບັນລຸຕາມລະດັບຄາດໝາຍ ຊຶ່ງຜ່ານມາເຫັນໄດ້ວ່າ ຢູ່ພາຍໃນເມືອງອັດຕາການສັກວັກຊິນ ປ້ອງກັນພະຍາດໝາກແດງໃຫຍ່ ແລະໝາກແດງນ້ອຍ ຍັງກວມອັນດຕາຕໍ່າ ບໍ່ບັນລຸຕາມລະດັບຄາດໝາຍ ຊຶ່ງມີຄວາມສ່ຽງສູງ ທີ່ຈະເກີດມີການລະບາດຂອງພະຍາດໝາກແດງ ພາຍໃນເມືອງ, ເພື່ອໃຫ້ບັນລຸຕາມຄາດໝາຍ ກວມເຖິງ 95%, ລັດຖະບານ ກໍ່ຄືພາກສ່ວນກ່ຽວຂ້ອງ ໄດ້ສຸມໃສ່ເປີດຂະບວນການສັກຢາກັນພະຍາດແຫ່ງຊາດ ຕິດພັນກັບການສັກວັກຊິນປ້ອງກັນພະຍາດ ໝາກແດງໃຫຍ່ ແລະໝາກແດງນ້ອຍໃຫ້ເດັກ ທີ່ມີອາຍຸ 9 ເດືອນຫາ 5 ປີ ໂດຍດຳເນີນການສັກວັກຊິນຮອບປົກກະຕິ ໄປພ້ອມກັນ ໃນລະຫວ່າງວັນທີ່ 20-30 ພຶດສະພາ 2024 ໃຫ້ສໍາເລັດໃນຂອບເຂດທົ່ວປະເທດ, ສະເພາະເມືອງໂພນໄຊ ປັດຈຸບັນຄະນະຮັບຜິດຊອບ ໄດ້ເປັນເຈົ້າການໂຄສະນາປຸກລະດົມຊວນເຊື່ອ ໃຫ້ປະຊາຊົນບັນດາເຜົ່າ ແລະຜູ້ປົກຄອງເດັກ, ໃນກຸ່ມເປົ້າໝາຍ ໃຫ້ເຂັ້າມາຮັບການສັກວັກຊິນ ໃນຂອບເຂດທີ່ມີຄວາມສະດວກ ຢ່າງຄົບຖ້ວນຕາມເປົ້າໝາຍບໍໃຫ້ລຸດ 95%, ຈາກນັ້ນ ຄະນະກໍາມະການເພື່ອແມ່ ແລະເດັກຂັ້ນເມືອງ ໄດ້ພັດປ່ຽນກັນຂຶ້ນປະກອບຄໍາເຫັນ ເພື່ອເຮັດໃຫ້ຈັດຕັ້ງປະຕິບັດວຽກງານ ບັນລຸຕາມເປົ້າໝາຍທີ່ວາງໄວ້.(ຂ່າວ: ສີວອນ ນັກຂ່າວເມືອງໂພນໄຊ)