ໃນວັນທີ14ພຶດສະພານີ້ທີ່ຫ້ອງປະຊຸມທະນາຄານແຫ່ງສປປ ລາວ (ທຫລ) ໄດ້ຈັດກອງປະຊຸມສໍາມະນາໃນຫົວຂໍ້:“ສ້າງຄວາມເຂັ້ມແຂງວຽກງານຄຸ້ມຄອງອິນເຕີເນັດແຫ່ງຊາດແລະ ວຽກງານຂ່າວສານ ທຫລ’’ຂຶ້ນ ໂດຍການເປັນປະທານຮ່ວມຂອງທ່ານນາງ ຂັນແກ້ວ ຫຼ້າມະນີເງົາ ຮອງຜູ້ວ່າການ ທຫລຫົວໜ້າຄະນະຮັບຜິດຊອບວຽກຂ່າວສານ, ຕິດຕາມ ແລະ ຕອບໂຕ້ຂ່າວແລະ ທ່ານ ແກ້ວວີສຸກ ໂສລະພົນ ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ຮອງປະທານຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ, ມີບັນດາຄະນະກົມ-ຄະນະສາຂາ ທຫລ ປະຈໍາພາກ, ຄະນະພະແນກກ່ຽວຂ້ອງເຂົ້າຮ່ວມ.
    ກອງປະຊຸມຄັ້ງນີ້ຈັດຂຶ້ນເພື່ອເປັນການສ້າງຄວາມຮັບຮູ້-ເຂົ້າໃຈໃຫ້ສໍາມະນາກອນໃນການຈັດຕັ້ງເຄື່ອນໄຫວວຽກງານຕິດຕາມ ແລະ ຕອບໂຕ້ຂ່າວໃຫ້ທັນສະພາບການ.ພ້ອມນີ້ໄດ້ແນະນໍາວິທີການຕ່າງໆ ເປັນຕົ້ນການປະຕິບັດວຽກງານການຄຸ້ມຄອງຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ; ການຄຸ້ມຄອງຂໍ້ມູນ
ຂ່າວສານຜ່ານອິນເຕີເນັດ; ການກະກຽມເນື້ອໃນຂ່າວ, ຂັ້ນຕອນໃນການຖະແຫຼ່ງຂ່າວ; ການໂຄສະນານໍາພາຫາງສຽງສັງຄົມຜ່ານສື່ມວນຊົນ; ການຄົ້ນຫາຂໍ້ມູນ ແລະ ແກ້ໄຂບັນຫາທາງສື່ສັງຄົມອອນລາຍ ແລະ ອາດຊະຍາກຳທາງລະບົບໂທລະຄົມ (Cyber crime). 
ຂ່າວ-ພາບ: ທຫລ