ກອງປະຊຸມທາບທາມ ແລະ ປະກອບຄໍາເຫັນໃສ່ຮ່າງກົດໝາຍ 5 ສະບັບຄື: ຮ່າງກົດໝາຍວ່າດ້ວຍອາກອນມູນຄ່າເພິ່ມ (ປັບປຸງ), ຮ່າງກົດໝາຍວ່າດ້ວຍການຕ້ານສະກັດກັ້ນການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ປັບປຸງ), ຮ່າງກົດໝາຍວ່າດ້ວຍການສະກັດກັ້ນ ແລະ ຕ້ານອັກຄີໄພ (ປັບປຸງ), ຮ່າງກົດໝາຍວ່າດ້ວຍການທ່ອງທ່ຽວ (ປັບປຸງ) ແລະ ຮ່າງກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 14 ພຶດສະພາ 2024 ນີ້ ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງໄຊຍະບູລີ ໂດຍການເປັນປະທານຂອງທ່ານ ເພັງນິລັນ ຄໍາພັນເພັງ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ, ມີຫົວໜ້າ, ຮອງຫົວໜ້າພະແນກການ ພ້ອມດ້ວຍວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.
    ໃນກອງປະຊຸມ ທ່ານ ເພັງນິລັນ ຄໍາພັນເພັງ ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການເຊິ່ງບາງຕອນທ່ານກ່າວວ່າ: ກອງປະຊຸມທາບທາມຮ່າງກົດໝາຍໃນຄັ້ງນີ້ ກໍ່ເພື່ອສຶບຕໍ່ການທາບທາມ 5 ກົດໝາຍ ທີ່ນອນຢູ່ໃນແຜນການສ້າງ ແລະ ປັບປຸງກົດໝາຍໃນປີ 2024 ເພື່ອກຽມເຂົ້າຮັບຮອງໃນກອງປະຊຸມສະ
ໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ IX ເຊິ່ງກອງປະຊຸມຈະໄດ້ຮັບຟັງການຜ່ານຮ່າງກົດໝາຍ 5 ສະບັບ ຄື: ຮ່າງກົດໝາຍວ່າດ້ວຍອາກອນມູນຄ່າເພິ່ມ (ປັບປຸງ) ມີທັງໝົດ 8 ພາກ 64 ມາດຕາ, ຮ່າງກົດໝາຍວ່າດ້ວຍການຕ້ານສະກັດກັ້ນການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ປົບປຸງ) ມີທັງໝົດ IX ພາກ 6 ໝວດ ແລະ 60 ມາດຕາ, ຮ່າງກົດໝາຍວ່າດ້ວຍການສະກັດກັ້ນ ແລະ ຕ້ານອັກຄີໄພ (ປັບປຸງ) ມີທັງໝົດ IX ພາກ 5 ໝວດ ແລະ 85 ມາດຕາ, ຮ່າງກົດໝາຍວ່າດ້ວຍການທ່ອງທ່ຽວ (ປັບປຸງ) ມີທັງໝົດ 12 ພາກ 130 ມາດຕາ ແລະ ຮ່າງກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ມີທັງໝົດ 12 ພາກ 28 ໝວດ ແລະ 103 ມາດຕາ. ຈາກນັ້ນ ຜູ້ເຂົ້າຮ່ວມກອງປະຊຸມກໍ່ໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນຢ່າງມີຈຸດສຸມແນໃສ່ເຮັດໃຫ້ເນື້ອໃນຮ່າງກົດໝາຍມີເນື້ອໃນຄົບຖ້ວນເພື່ອເປັນຜົນງານໃຫ້ຄະນະສະມາຊິກສະພາແຫ່ງຊາດໄດ້ນໍາໄປພິຈາລະນາໃນຂັ້ນຕໍ່ໄປໃນກອງປະຊຸມສະໄໝສາມັນເທື່ອທີ 7 ທີ່ຈະມາເຖິງ.    ຂ່າວ+ພາບ: ຄໍາໝັ້ນ