ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 14 ພຶດສະພາ ຜ່ານມາຢູ່ສຳນັກງານລັດຖະບານ (ຮ່າໂນ້ຍ), ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານການໂອ້ລົມສົນທະນາ ກັບການນຳ 19 ກຸ່ມບໍລິສັດແຖວໜ້າຂອງ ຈີນ ກ່ຽວກັບການພັດທະນາເສດຖະກິດສີຂຽວ ແລະ ເສດຖະກິດດີຈີຕອນ.
ຂ່າວລະບຸວ່າ: ກ່າວຄຳເຫັນໃນການໂອ້ລົມສົນທະນາ, ທ່ານ ຟ້າມມິງຈິງ ໄດ້ຕີລາຄາສູງຕໍ່ການປະກອບສ່ວນຂອງ ບັນດາວິສາຫະກິດ ຈີນ ໃນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ໃນໄລຍະຜ່ານມາ, ທ່ານຢັ້ງຢືນວ່າ ພັກ, ລັດ ຫວຽດນາມ ຍາມໃດກໍຖືການພັດທະນາມິດຕະພາບ ກັບ ຈີນ ແມ່ນຄວາມຮຽກຮ້ອງຕ້ອງການພາວະວິໄສ, ມີການຄັດເລືອກຍຸດທະສາດ ແລະ ບຸລິມະສິດແຖວໜ້າໃນແນວທາງການຕ່າງປະເທດລວມຂອງ ຫວຽດນາມ.
ທ່ານ ຟ້າມມິງຈິງ ໃຫ້ຮູ້ວ່າ: ການໂອ້ລົມສົນທະນາ ແມ່ນບາດກ້າວຜັນຂະຫຍາຍຄວາມຮັບຮູ້ລວມຂອງການນຳຂັ້ນສູງສອງພັກ, ສອງລັດ ຢ່າງລະອຽດ ໃນການເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ. ທ່ານ ຟ້າມມິງຈິງ ປາຖະໜາວ່າ: ບັນດາວິສາຫະກິດຈີນ ຈະພ້ອມກັບບັນດາກະຊວງ, ຂະແໜງການຫວຽດນາມ ແລກປ່ຽນ, ສະເໜີບັນດາແນວຄິດ, ຂໍ້ລິເລີ່ມຮ່ວມມືຢ່າງແທດຈິງ ເພື່ອໃຫ້ເສົາຄ້ຳການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ ນັບມື້ນັບແທ້ຈິງ, ເລິກເຊິ່ງກ່ວາເກົ່າ.