ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ບັນຫາການຄ້າຂາຍສັດປ່າຜິດກົດໝາຍຍັງເກີດຂຶ້ນ ໂດຍບໍ່ຢ້ານກົວຕໍ່ບັນດາການເຄື່ອນໄຫວຕ້ານອາດຊະຍາກຳໃນຕະຫຼອດ 2 ທົດສະວັດຜ່ານມາ, ສົ່ງຜົນສະທ້ອນເຖິງສັດປະມານ 4.000 ກວ່າຊະນິດ. ນີ້ແມ່ນຂໍ້ສະຫຼຸບໃນບົດລາຍງານຂອງ ສປຊ ທີ່ປະກາດໃນວັນທີ 13 ພຶດສະພາ ຜ່ານມາ.
        ຕາມບົດລາຍງານອາດຊະຍາກຳຄ້າຂາຍສັດປ່າໂລກ ຂອງ ຫ້ອງວ່າການ ສປຊ ກ່ຽວກັບຢາເສບຕິດ ແລະ ອາດຊະຍາກຳ (UNODC), ຂອບເຂດ ແລະ ຂອບຂະໜາດທົ່ວໂລກຂອງອາດຊະຍາກຳສັດປ່າຍັງໃຫຍ່ຫຼວງຢູ່ ຊຶ່ງໃນໄລຍະ 2015 – 2021, ການເຄື່ອນໄຫວຄ້າຂາຍສັດປ່າຜິດກົດໝາຍ ມີ162 ປະເທດ ແລະ ເຂດແຄ້ວນ ສົ່ງຜົນສະທ້ອນເຖິງພືດ ແລະ ສັດປະມານ 4.000 ກວ່າຊະນິດ. ມີປະມານ 3.250 ຊະນິດໃນຈຳນວນນີ້ໄດ້ມີລາຍຊື່ໃນສົນທິສັນຍາວ່າດ້ວຍການຄ້າຂາຍສາກົນ ບັນດາແນວພັນສັດ ແລະ ພືດປ່າທີ່ມີຄວາມສ່ຽງຕໍ່ການສູນພັນ.