ກອງປະຊຸມໄດ້ຈັດຂຶ້ນໃນວັນທີ 14 ພຶດສະພາ 2024 ຜ່ານມານີ້ ຢູ່ທີ່ສະໂມສອນ ເມືອງທຸລະຄົມ ແຂວງວຽງຈັນ, ໂດຍການເປັນປະທານຂອງ ສະຫາຍ ບຸນເລີດ ສີຫາປັນຍາ, ຮອງເລຂາພັກເມືອງ ປະທານຄະນະກວດກາພັກ-ລັດ ເມືອງທຸລະຄົມ, ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ນາງ ວົງເດືອນ ວັດຕະໂສ ກໍາມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງໆທຸລະຄົມ, ມີ ສະຫາຍ ກອງແພງ ແກ້ວພູທອງ ຮອງປະທານຄະນະກວດກາພັກ-ລັດ ແຂວງວຽງຈັນ, ມີຄະນະປະຈຳ, ກຳມະການພັກເມືອງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກ, ຜູ້ກວດກາ ໜ່ວຍພັກທົ່ວເມືອງ ແລະ ພະນັກງານໃນຄະນະກວດກາພັກ-ລັດເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
       ສະຫາຍ ບຸນເລີດ ສີຫາປັນຍາ ປະທານຄະນະກວດກາເມືອງ, ໄດ້ຂຶ້ນກ່າວເປີດກອງປະຊຸມຢ່າງເປັນທາງການ, ພ້ອມທັງຜ່ານບົດສະຫຼຸບໃນການຈັດຕັ້ງປະຕິບັດວຽກງານປິ 2023 ຜ່ານມາ ແລະ ທິດທາງແຜນການເຄື່ອນໄຫວປະຈໍາປີ 2024, ຄະນະກວດກາພັກ-ລັດເມືອງ ໄດ້ເອົາໃຈໃສ່ເຄື່ອນໄຫວປະຕິບັດວຍກງານຕາມຂອບເຂດສິດ, ໜ້າທີ່ຂອງຕົນ ເພື່ອເປັນເສນາທິການໃຫ້ຄະນະປະຈໍາພັກເມືອງ, ອົງການປົກຄອງເມືອງ, ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ສະມາຊິກພັກ-ພະນັກງານ, ຈັດຕັ້ງເຊື່ອມຊຶມ, ຜັນຂະຫຍາຍຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ບັນດານິຕິກຳທີ່ຕິດພັນກັບວຽກງານກວດກາ, ນິຕິກໍາອື່ນໆທີ່ກ່ຽວຂ້ອງ, ຮັບຟັງປາຖະກະຖາ ຫວນຄືນມູນເຊື້ອວັນສຳຄັນຕ່າງໆຂອງຊາດ, ຂອງພັກ. ປະສານສົມທົບກັບຄະນະປັບປຸງກົງຈັກການຈັດຕັ້ງຂອງເມືອງຄົ້ນຄວ້າພິຈາລະນາມະຫາຊົນກ້າວໜ້າ ເພື່ອນໍາສະເໜີຄະນະປະຈໍາພັກເມືອງພິຈາລະນາຮັບຮອງເຂົ້າເປັນສະມາຊິກພັກສໍາຮອງ, ພິຈາລະນາສະມາຊິກພັກສໍາຮອງເລື່ອນຂຶ້ນເປັນສະມາຊິກພັກສົມບູນ, ຄົ້ນຄວ້າຊັບຊ້ອນຈັດວາງ, ແຕ່ງຕັ້ງພະນັກງານ, ຮູບການລົງວິໃນຕໍ່ຜູ້ລະເມີດກົດລະບຽບພັກ, ກົດໝາຍຂອງລັດ, ເປັນຄະນະກໍາມະການຮ່ວມພາກສ່ວນກ່ຽວຂ້ອງລົງກວດກາໂຄງການລົງທຶນຂອງລັດ, ເອກະຊົນ, ຕິດຕາມກວດກາການປະຕິບັດມະຕິ, ແຈ້ງການ, ຄໍາສັ່ງຂອງຂັ້ນເທິງ, ເຂົ້າຮ່ວມວຽກຂະບວນການ, ວຽກປະສານສົມທົບອື່ນໆ ແລະ ບັນດາວຽກງານທີ່ຂັ້ນເທິງມອບໝາຍຢ່າງມີຜົນສໍາເລັດ; ທົ່ວເມືອງ ມີ 6 ຄະນະພັກຮາກຖານ, ມີໜ່ວຍພັກທັງໝົດ 112 ໜ່ວຍພັກ, ໜ່ວຍພັກເອກະລາດ ມີ 36 ໜ່ວຍພັກ, ທົ່ວເມືອງມີສະມາຊິກພັກ ທັງໝົດ 2,103, ສະຫາຍ ຍິງ 916 ສະຫາຍ, ທຽບໃສ່ປີ 2022 ເພີ່ມ ຂຶ້ນ 33 ສະຫາຍ, ຍິງ 19 ສະຫາຍ, ສະມາຊິກພັກສຳຮອງ 85 ສະຫາຍ, ຍິງ 49 ສະຫາຍ, ໄດ້ຕີລາຄາຈັດແປງປະເພດສະມາຊິກພັກປີ 2023 ໄດ້ປະເພດແຂງ ທັງໝົດ 1,748 ສະຫາຍ, ຍິງ 778 ສະຫາຍ, ກາງ 11 ສະຫາຍ, ຍິງ 6 ສະຫາຍ, ບໍ່ໄດ້ຈັດປະເພດ 300 ສະຫາຍ, ຍິງ 143 ສະຫາຍ (ເຫດຜົນຍ້ອນສະມາຊິກພັກຈໍານວນ ໜຶ່ງຍົກຍ້າຍມາໃໝ່ ແລະ ຈຳນວນໜຶ່ງແມ່ນສະມາຊິກພັກສໍາຮອງ). ການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ໃນ 1 ປີຜ່ານມາແມ່ນໄດ້ເອົາໃຈໃສ່ປະຕິບັດຂໍ້ ກໍານົດເລກທີ 01/ກມສພ, ເຊິ່ງສາມາດປະກາດເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃນທົ່ວເມືອງໄດ້ທັງໝົດ 89 ໜ່ວຍພັກ, ບໍ່ໄດ້ຈັດປະເພດ 23 ໜ່ວຍພັກ, ໃນທີ່ປະຊຸມຍັງໄດ້ມີການປະກອບຄຳຄິດຄຳເຫັນຈາກພາກສ່ວນຕ່າງໆຢ່າງກົງໄປກົງມາ ເພື່ອພ້ອມກັນຊອກຫາວິທີແກ້ໄຂຈຸດອ່ອນຂໍ້ຄົງຄ້າງ ແລະ ສືບຕໍ່ເສີມຂະຫຍາຍຈຸດດີໃຫ້ບັນລຸຜົນສຳເລັດຕາມລະດັບຄາດໝາຍ, ຮັບຟັງການເຜີຍແຜ່ຄຳແນະນຳເລກທີ 285/ຄກສພ ກ່ຽວກັບການກະກຽມ ແລະ ດຳເນີນຊີວິດການເມືອງທ້າຍສະໄໝກອງປະຊຸມໃຫຍ່ 3 ຂັ້ນຂອງພັກ, ຄຳສັ່ງແນະນຳເລກທີ 169/ຄລສພ ວ່າດ້ວຍການເພີ່ມທະວີນຳພາຊີ້ນຳຕໍ່ການເຄື່ອນໄຫວວຽກງານກວດກາ ແລະ ແກ້ໄຂຜົນການກວດກາ, ຄຳແນະນຳເລກທີ 379/ຄກສພ, ກ່ຽວກັບການປັບປຸງການຈັດຕັ້ງຄະນະກວດກາພັກ ແລະ ອົງການກວດກາລັດແຕ່ລະຂັ້ນ ແລະ ຄຳແນະນຳເລກທີ 331/ອກຫລ ກ່ຽວກັບການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການກວດກາລັດ(ສະບັບປັບປຸງ) ປີ 2023, ຕອນທ້າຍກອງປະຊຸມ ສະຫາຍ ນາງ ວົງເດືອນ ວັດຕະໂສ ໄດ້ສັງລວມເນື້ອໃນກອງປະຊຸມ, ພ້ອມທັງມີຄໍາເຫັນຊີ້ນໍາຈຸດສໍາຄັນທີ່ກ່ຽວຂ້ອງກັບວຽກງານກວດກາ ແລະ ເພື່ອເປັນພື້ນຖານອັນສໍາຄັນໃຫ້ແກ່ການປັບປຸງວຽກງານກວດກາໃນຕໍ່ໜ້າໃຫ້ດີຂຶ້ນຕື່ມອີກ.
ຂ່າວ: ຫລ້າທໍ່ ປາຈ້າທໍ່.