ກະຊວງສຶກສາທິການແລະກິລາ (ສສກ) ສປປລາວ ຮ່ວມກັບລັດຖະບານອົສຕຣາລີໂດຍຜ່ານແຜນງານປັບປຸງຄຸນນະພາບແລະຂະຫຍາຍໂອກາດເຂົ້າເຖິງການສຶກສາຂັ້ນພື້ນຖານໃນສປປລາວ (ແຜນງານບີຄວາ) ໄດ້ຈັດກອງປະຊຸມເສວະນາກ່ຽວກັບສື່ການຮຽນ-ການສອນຝຶກເວົ້າພາສາລາວ (ຝວ) ຂຶ້ນໃນວັນທີ 11 ກໍລະກົດນີ້ທີ່ນະຄອນຫຼວງວຽງຈັນໂດຍການເປັນປະທານຮ່ວມຂອງທ່ານອຸທິດທິບມະນີຮອງຜູ້ອໍານວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ແລະທ່ານນາງວາເນັດຊ້າເຮັກກາທີ້ ເລຂາເອກສະຖານທູດອົສຕຣາລີປະຈຳລາວ, ມີບັນດາກົມ, ພະແນກສຶກສາທິການແລະກິລາແຂວງ, ວິທະຍາໄລຄູ, ຜູ້ຕາງໜ້າຈາກອົງການສະຫະລັດອາເມຣິກາ (USAID), ອົງການອຸຍນີເຊັບ (UNICEF), ທະນາຄານໂລກ, ອົງການໄຈກາ (JICA) ພ້ອມດ້ວຍຄູ່ຮ່ວມງານພັດທະນາເຂົ້າຮ່ວມ.
    ກອງປະຊຸມຄັ້ງນີ້, ຈັດຂຶ້ນເພື່ອສະເຫຼີມສະຫຼອງຄວາມສຳເລັດຂອງກະຊວງສສກ ເພື່ອເປັນການສະໜັບສະໜູນນັກຮຽນທີ່ບໍ່ເວົ້າພາສາລາວເປັນພາສາຫຼັກໃນຄອບຄົວແລະ ວາງແຜນໃນຕໍ່ໜ້າເພື່ອຂະຫຍາຍວຽກງານດັ່ງກ່າວ.
    ທ່ານອຸທິດທິບມະນີກ່າວວ່າ:ໝາກຜົນທີ່ໜ້າປະທັບໃຈຂອງໄລຍະທົດລອງໄດ້ເຮັດໃຫ້ເຫັນຢ່າງຊັດເຈນ
ວ່າບົດຮຽນຝຶກເວົ້າພາສາລາວຄວນຈະມີຢູ່ທຸກໂຮງຮຽນທີ່ມີນັກຮຽນຕ້ອງການໆຊ່ວຍເຫຼືອດ້ານການຮຽນພາສາລາວເພີ່ມຕື່ມເພາະເຂົາເຈົ້າບໍ່ໄດ້ເວົ້າພາສາລາວເປັນພາສາຫຼັກໃນຄອບຄົວ.ໂຄງການເວົ້າພາສາລາວເສີມສ້າງທັກສະພາສາລາວໃຫ້ແກ່ນັກຮຽນຂັ້ນປ.1 ເວົ້າພາສາອື່ນທີ່ບໍ່ແມ່ນພາສາລາວເປັນຫຼັກໃນຄອບຄົວ. ສສກໄດ້ເລີ່ມການ
ທົດລອງບົດຮຽນດັ່ງກ່າວໃນປີ 2019,ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົສຕາລີໂດຍຜ່ານແຜນງານບີຄວາ. ໂດຍອີງໃສ່ຜົນສຳເລັດຂອງການທົດລອງດັ່ງກ່າວ, ບົດຮຽນຝຶກເວົ້າພາສາລາວໄດ້ຂະຫຍາຍອອກເປັນ 21 ເມືອງໃນສົກປີ 2023-2024 ໂດຍໄດ້ຮັບການສະໜັບສະໜູນເພີ່ມເຕີມຈາກອົງການພັດທະນາສາກົນຂອງປະເທດສະຫະລັດອາເມຣິກາ. ຜົນຂອງການທົດລອງເຫັນວ່າໂດຍລວມແມ່ນໄດ້ຮັບໝາກຜົນດີຫຼາຍ ຊຶ່ງໄດ້ນຳໄປສູ່ການອະນຸມັດໃຫ້ກາຍເປັນບົດຮຽນທີ່ສາມາດສອນໄດ້ສຳລັບຂັ້ນປ.1 ໃນທົ່ວປະເທດ.
    ທ່ານອຸທິດທິບມະນີຍັງກ່າວຕື່ມວ່າ: ພວກເຮົາຮູ້ສຶກຕື່ນເຕັ້ນທີ່ຈະໄດ້ເຮັດວຽກກັບລັດຖະບານອົສຕຣາລີແລະອົງການ USAID ເພື່ອຮັບປະກັນໃຫ້ຄູສອນຂັ້ນປ.1 ທຸກຄົນໄດ້ຮັບການຝຶກອົບຮົມໃນວິທີການສິດສອນບົດຮຽນຝຶກເວົ້າພາສາລາວແລະມີການເຂົ້າເຖິງແຫຼ່ງການຮຽນການສອນດັ່ງກ່າວ. ໃນນັ້ນ, ບົດຮຽນຝຶກເວົ້າພາສາລາວແມ່ນບົດຮຽນທີ່ມີເປົ້າໝາຍເພື່ອຊ່ວຍຕອບສະໜອງຄວາມຕ້ອງການຂອງນັກຮຽນຂັ້ນປ.1 ທີ່ບໍ່ໄດ້ເວົ້າພາສາລາວໃນເວລາເລີ່ມເຂົ້າຮຽນ. ດັ່ງນັ້ນ, ຄູສອນຂັ້ນປ.1, ຜູ້ອໍານວຍການ ແລະຫ້ອງການສຶກສາທິການແລະກິລາເມືອງຈະຕ້ອງໄດ້ເລືອກວ່າໂຮງຮຽນໃດແດ່ຈະປະຕິບັດບົດຮຽນຝຶກເວົ້າພາສາລາວໂດຍອີງໃສ່ຄວາມຕ້ອງການຂອງນັກຮຽນຂອງພວກເຂົາເຈົ້າ. ການປັບເນື້ອໃນຕາມຄວາມເໝາະສົມແມ່ນສໍາຄັນເພື່ອຊ່ວຍໃນການປະຕິບັດແລະສາມາດຕອບສະໜອງຄວາມຕ້ອງການສະເພາະຂອງນັກຮຽນ ແລະ ຫວັງວ່າກອງປະຊຸມເສວະນາຄັ້ງນີ້, ຜູ້ມີສ່ວນຮ່ວມຈະເຂົ້າໃຈບົດບາດແລະ ໜ້າທີ່ຮັບຜິດຊອບຂອງຕົນເພື່ອຮັບປະກັນການຈັດຕັ້ງປະຕິບັດບົດຮຽນຝຶກເວົ້າພາສາລາວຢ່າງມີປະສິດທິຜົນໃນທົ່ວປະເທດໃນສົກຮຽນຈະມາເຖິງນີ້.
    ທ່ານນາງວາເນັດຊ້າເຮັກກາທີ້ກ່າວວ່າ:ປະເທດລາວເປັນປະເທດທີ່ມີຄວາມຫຼາກຫຼາຍທາງດ້ານວັດທະນະທຳແລະພາສາຊົນເຜົ່າ, ມີຫຼາຍກວ່າ 50 ພາສາເວົ້າ. ເດັກນ້ອຍຫຼາຍຄົນເມື່ອເລີ່ມເຂົ້າຮຽນຍັງເວົ້າພາສາອື່ນເປັນຫຼັກທີ່ບໍ່ແມ່ນພາສາລາວໂດຍສະເພາະໃນເຂດຊົນນະບົດແລະເຂດຫ່າງໄກ. 

    ພາສາລາວແມ່ນພາສາຫຼັກທີ່ໃຊ້ໃນໂຮງຮຽນ, ຖ້າເດັກນ້ອຍຍັງບໍ່ທັນໄດ້ພັດທະນາທັກສະພື້ນຖານພາສາລາວໃນຊັ້ນປະຖົມພວກເຂົາຍັງຈະປະເຊີນກັບສິ່ງທ້າທາຍຕະຫຼອດເວລາການຮຽນຂອງເຂົາເຈົ້າ. ຜົນການປະເມີນນັກຮຽນໃນໄລຍະຜ່ານມາສະແດງໃຫ້ເຫັນວ່າເດັກນ້ອຍຫຼາຍຄົນຈາກຊຸມຊົນຊົນເຜົ່າທີ່ບໍ່ເວົ້າພາສາລາວເປັນພາສາຫຼັກໃນຄອບຄົວແມ່ນມີສ່ວນຮ່ວມໜ້ອຍໃນການຮຽນ. ນອກຈາກນີ້, ການຄົ້ນຄວ້າຢ່າງຕໍ່ເນື່ອງສະແດງໃຫ້ເຫັນວ່າຄວາມສາມາດໃນການເວົ້າພາສາຕາມສື່ການຮຽນ-ການສອນ (ພາສາລາວ) ແມ່ນເງື່ອນໄຂເບື້ອງຕົ້ນທີ່ຈຳເປັນເພື່ອໃຫ້ເດັກນ້ອຍມີການພັດທະນາການຮູ້ໜັງສື (ການອ່ານແລະຂຽນພາສາລາວ) ແລະ ຂ້າພະເຈົ້າຊົມເຊີຍຕໍ່ຄວາມມຸ່ງໝັ້ນແລະການນຳພາອັນສຳຄັນຈາກສວສແລະສສກທີ່ໄດ້ແນະນຳການສະໜັບສະໜູນດ້ານຄຸນນະພາບໃຫ້ແກ່ນັກຮຽນທີ່ເລີ່ມເຂົ້າໂຮງຮຽນແຕ່ຍັງບໍ່ທັນສາມາດເວົ້າພາສາລາວໄດ້. ລັດຖະບານອົສຕຣາລີ ຍິນດີທີ່ຈະສະໜັບສະໜູນຄວາມພະຍາຍາມເຫຼົ່ານີ້. ພວກເຮົາເຊື່ອວ່າບົດຮຽນຝຶກເວົ້າພາສາລາວຈະໄດ້ຮັບໝາກຜົນອັນໃຫຍ່ຫຼວງໂດຍການເສີມສ້າງທັກສະການຮູ້ໜັງສືພາສາລາວຂອງນັກຮຽນທີ່ເຂົ້າໂຮງຮຽນປະຖົມໂດຍເວົ້າພາສາລາວບໍ່ທັນໄດ້ຄ່ອງແຄ້ວເທື່ອ. ພ້ອມນັ້ນ, ລັດຖະບານອົດສຕຣາລີ ແລະລັດຖະບານລາວຍັງເນັ້ນໜັກໃສ່ການຮ່ວມມືເພື່ອສົ່ງເສີມການສຶກສາຮຽນຮ່ວມຢູ່ໃນລາວ. 
    ໃນໂອກາດນີ້, ທ່ານນາງພອນສິລິອຸໄທວັນ ຫົວໜ້າຂະແໜງຄົ້ນຄວ້າການສອນພາສາລາວສຳລັບຊົນເຜົ່າສວສຍັງໃຫ້ຮູ້ວ່າ: ໃນໄລຍະທົດລອງ, ໄດ້ມີການສັງເກດການສອນໃນຫ້ອງຮຽນ 597 ຫ້ອງ, ມີຄູສອນ1.424 ຄົນໄດ້ເຮັດການສະທ້ອນຄືນໃນແຕ່ລະອາທິດແລະນັກຮຽນໄດ້ຮ່ວມການທົດສອບຈຳນວນ 602 ຄົນ. ນັກຮຽນຈາກໂຮງຮຽນທີ່ຈັດຕັ້ງປະຕິບັດບົດຮຽນຝຶກເວົ້າພາສາລາວ 3 ຄັ້ງຕໍ່ອາທິດໄດ້ມີການປັບປຸງຄະແນນສອບເສັງຂອງເຂົາເຈົ້າເພີ່ມຂຶ້ນ 20%. ເມື່ອສໍາພາດ 94% ຂອງຄູສອນບອກວ່າບົດຮຽນຝຶກເວົ້າພາສາລາວຊ່ວຍໃຫ້ນັກຮຽນທີ່ເວົ້າພາສາລາວບໍ່ໄດ້ສາມາດຮຽນພາສາລາວໄດ້ໄວກວ່າການໃຊ້ຫຼັກສູດຂັ້ນປ.1 ພຽງຢ່າງດຽວແລະຊ່ວຍໃຫ້ນັກຮຽນມີສ່ວນຮ່ວມໃນທຸກວິຊາຮຽນໄດ້ດີຂຶ້ນ. ແຜນງານບີຄວາຈະເປັນແຫຼ່ງຊັບພະຍາກອນຫຼັກຂອງກະຊວງ ສສກແລະສວສໃນການນຳພາຈັດຕັ້ງປະຕິບັດໃນທົ່ວປະເທດ. ແຜນງານບີຄວາແມ່ນນຳພາໂດຍລັດຖະບານລາວຊຶ່ງໄດ້ຮັບການສະໜັບສະໜູນຈາກລັດຖະບານອົສຕຣາລີແລະອົງການ USAID. ແຜນງານໄດ້ສຸມໃສ່ເສີມຂະຫຍາຍຜົນການຮຽນຂອງຊາວໜຸ່ມທົ່ວປະເທດ, ໂດຍສະເພາະແມ່ນຜູ້ທີ່ຕ້ອງການໆຊ່ວຍເຫຼືອແລະຜູ້ດ້ອຍໂອກາດ. ແຜນງານບີຄວາແມ່ນເນັ້ນໜັກໃສ່ການຮັບປະກັນຄວາມສະເໝີພາບລະຫວ່າງຍິງຊາຍແລະສົ່ງເສີມການສຶກສາຮຽນຮ່ວມໃນທຸກໆກິດຈະກໍາ.
    ກອງປະຊຸມໃນຄັ້ງນີ້, ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການເຜີຍແຜ່ຄໍາແນະນໍາຢ່າງເປັນທາງການສໍາລັບການຈັດຕັ້ງປະຕິບັດບົດຮຽນຝຶກເວົ້າພາສາລາວທີ່ຈະມີຜົນສັກສິດໃນສົກຮຽນຕໍ່ໄປ ຊຶ່ງບົດຮຽນຝຶກເວົ້າພາສາລາວແມ່ນບົດຮຽນເສີມແຕ່ຈະສອນປະກອບກັບບົດຮຽນພາສາລາວໃນຫຼັກສູດຂັ້ນປ.1, ຈະຊ່ວຍການພັດທະນາທັກສະການເວົ້າໂດຍຜ່ານການຝຶກຊ້ອມການເວົ້າແລະການຟັງ, ປຶ້ມແບບຮຽນແລະຄູ່ມືຄູມີສີສັນສວຍງາມພ້ອມທັງມີສື່ການຮຽນ-ການສອນ (ບັດຄຳສັບ, ບັດຮູບພາບແລະຊຸດບັດເກມບິງໂກ້) ຈະຖືກແຈກຢາຍໃຫ້ທົ່ວທຸກໂຮງຮຽນທີ່ມີນັກຮຽນບໍ່ເວົ້າພາສາລາວເປັນພາສາຫຼັກໃນຄອບຄົວ.
(ຂ່າວ-ພາບ: ວັນເພັງ)