ຂ່າວຕ່າງປະເທດລາຍງານ ໃນວັນທີ 14 ຕຸລາ ຜ່ານມາ, ທະນາຄານໂລກ (World Bank) ປະກາດບົດລາຍງານສະບັບໃໝ່ວ່າ: ປະເທດທຸກຍາກທີ່ສຸດໃນໂລກ 26 ປະເທດ ກຳລັງປະເຊີດກັບພາລະໜີ້ສິນລະດັບສູງສຸດ ນັບຕັ້ງແຕ່ປີ 2006.
ທະນາໂລກລະບຸວ່າ: ໜີ້ສິນຂອງລັດຖະບານປະເທດເຫຼົ່ານີ້ ຊຶ່ງມີປະຊາກອນລວມກັນປະມານ40% ຂອງປະຊາກອນໂລກ ຢູ່ໃນລະດັບສະເລ່ຍ72% ຂອງລວມຍອດຜະລິດຕະພັນພາຍໃນປະເທດ (GDP) ຊຶ່ງຖືວ່າເປັນໂຕເລກສູງທີ່ສຸດໃນຮອບ 18 ປີ.
ຂະນະດຽວກັນ, ຈໍານວນເງິນຊ່ວຍເຫຼືອລະຫວ່າງປະເທດທີ່ໄດ້ຮັບຕາມອັດຕາສ່ວນຂອງຜົນຜະລິດທາງດ້ານເສດຖະກິດຂອງປະເທດ ກໍຫຼຸດລົງສູ່ລະດັບຕໍ່າສຸດໃນຮອບ 20 ປີ ເຊັ່ນກັນ.
ທ່ານ ອາຍແຮນ ໂຄເຊ ຮອງຫົວໜ້ານັກເສດຖະສາດຂອງທະນາຄານໂລກກ່າວໃນຖະແຫຼງການວ່າ: ມີຫຼາຍຢ່າງທີ່ປະເທດລາຍໄດ້ຕໍ່າສາມາດເຮັດໄດ້ ແລະ ຕ້ອງເຮັດເພື່ອຕົນເອງ ແຕ່ປະເທດເຫຼົ່ານີ້ຍັງຕ້ອງການຄວາມຊ່ວຍເຫຼືອທີ່ແຂງແກ່ງກວ່າເກົ່າຈາກຕ່າງປະເທດດ້ວຍ.
ທັງນີ້, ທະນາຄານໂລກ ລະບຸຕື່ມວ່າ: ປະເທດທີ່ມີລາຍໄດ້ຕໍ່າກູ້ຢືມເງິນຈໍານວນຫຼາຍ ໃນໄລຍະການລະບາດຂອງໂຄວິດ-19, ສົ່ງຜົນໃຫ້ການຂາດດຸນການເງິນເພີ່ມຂຶ້ນເປັນ 3 ເທົ່າ ແລະ ຫຼາຍປະເທດບໍ່ສາມາດແກ້ໄຂການຂາດດຸນນີ້ໄດ້ຢ່າງເຕັມທີ່.
ປັດຈຸບັນ, ເກືອບເຄິ່ງໜຶ່ງຂອງປະເທດທີ່ທຸກຍາກທີ່ສຸດໃນໂລກ 26 ປະເທດ ປະສົບບັນຫາໜີ້ສິນ ຫຼື ມີຄວາມສ່ຽງສູງທີ່ຈະປະສົບບັນຫາດັ່ງກ່າວ ຊຶ່ງເພີ່ມຂຶ້ນ 2 ເທົ່າຈາກໂຕເລກໃນປີ 2015.