ໂດຍ: ແສງຈັນ
ປະຕິບັດຕາມວາລະແຫ່ງຊາດດ້ານເສດຖະກິດ ແລະ ການເງິນ, ຈຸດສຸມ ຂອງ ສຄອຊ ແມ່ນໄດ້ເລັ່ງໃສ່ການພັດທະນາ ແລະ ສົ່ງເສີມພາກທຸລະກິດ ໂດຍແນໃສ່ການປັບປຸງສະພາບແວດລ້ອມການດໍາເນີນທຸລະກິດໃຫ້ດີຂຶ້ນ ຮ່ວມກັບ ພາກລັດຖະບານ, ປັບປຸງນິຕິກໍາ, ປົດຂອດລະຫວ່າງກາງ ແລະ ສິ່ງກີດຂວາງຕ່າງໆທີ່ສະກັດກັ້ນການເຄື່ອນໄຫວທຸລະກິດ ໂດຍສະເພາະຂັ້ນຕອນການຂໍອະນຸມັດ ແລະ ການດໍາເນີນທຸລະກິດຕ່າງໆ ເພື່ອໃຫ້ມີຄວາມສອດຄ່ອງ ໃນແຕ່ລະໄລຍະ ທີ່ຈະເຮັດໃຫ້ທຸລະກິດລາວໄດ້ມີການພື້ນຟູຜະລິດຄືນໃໝ່.
ທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ (ສຄອຊ) ໄດ້ກ່າວ ໃນພິທີເປີດງານຜະລິດຕະພັນລາວ ປີ 2024 ໃນຕົ້ນເດືອນຕຸລາ ຜ່ານມາ ທີ່ສູນການຄ້າລາວ-ໄອເຕັກ ວ່າ: ປະຕິບັດຕາມແຜນຍຸດທະສາດພັດທະນາພາກທຸລະກິດ ສໍາລັບ ປີ 2021-2025 ທີ່ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ແລະ ວິໄສທັດ ເຖິງປີ 2030 ຂອງລັດຖະບານ, ສຄອຊ ໄດ້ຈັດຕັ້ງປະຕິບັດກິດຈະການ ສົ່ງເສີມພາກທຸລະກິດ ຕາມ 6 ເສົາຄໍ້າ ຊຶ່ງປະກອບມີ: 1). ການປັບປຸງສະພາບແວດລ້ອມທຸລະກິດໃຫ້ດີຂື້ນ, 2). ການພັດທະນາສົ່ງເສີມ SME/MSME ໂດຍສູນບໍລິການ SME, 3). ການພັດທະນາຜະລິດຕະພັນລາວ, ຍີ່ຫໍ້ລາວ, 4). ການພັດທະນາ ຜູ້ໃຊ້ແຮງງານ ແລະ ແຮງງານເພື່ອເສີ່ມສ້າງຄວາມເຂັ້ມແຂງຂອງອຸດສາຫະກໍາ, 5). ການເຊື່ອມໂຍງເສດຖະກິດພາກພື້ນ ແລະ ການສົ່ງເສີມການລົງທຶນ ທີ່ມີຄຸນະພາບ ແລະ 6). ການເສີມສ້າງຄວາມເຂັ້ມແຂງອົງການຈັດຕັ້ງ ຂອງພາກທຸລະກິດ, ສະພາການຄ້າທ້ອງຖິ່ນ, ສະມາຄົມທຸລະກິດ.
ງານຜະລິດຕະພັນລາວ 2024, ເປັນກິດຈະກໍາທີ່ສໍາຄັນ ນອນໃນເສົາຄໍ້າທີ 3 ວ່າດ້ວຍການພັດທະນາສົ່ງເສີມຜະລິດຕະພັນລາວ, ຍີ່ຫໍ້ລາວ ແລະ ການບໍລິໂພກ ຜະລິດຕະພັນລາວ ຊຶ່ງປັດຈຸບັນ ຜະລິດຕະພັນລາວທຸກປະເພດ ແມ່ນໄດ້ຖືກຈໍາໜ່າຍຢູ່ຕະຫຼາດພາຍໃນ ແລະ ນໍາສົ່ງອອກໄປຕ່າງປະເທດ ອັນໄດ້ສ້າງລາຍຮັບມະຫາສານໃຫ້ແກ່ປະເທດຊາດ. ເຖິງຢ່າງໃດກໍຕາມ ຜະລິດຕະພັນລາວ ໂດຍສະເພາະໃນຕະຫຼາດອຸປະໂພກ-ບໍລິໂພກ ແມ່ນມີຄວາມຫຍຸ້ງຍາກໃນການແຂ່ງຂັນ ກັບສິນຄ້າທີ່ມາຈາກຕ່າງປະເທດ ແລະ ມີຄວາມຫຍຸ້ງຍາກໃນການເຂົ້າສູ່ຕະຫຼາດສາກົນ ເມື່ອທຽບກັບສິນຄ້າ ຂອງປະເທດຕ່າງໆ ຊຶ່ງເຮັດໃຫ້ມີຄວາມທ້າທ້າຍສໍາລັບຜູ້ປະກອບການລາວ.
ທ່ານ ອຸເດດ ສຸວັນນະວົງ ກ່າວວ່າ: ຜະລິດຕະພັນລາວ ແມ່ນຍັງມີມາດຕະຖານຄຸນນະພາບຕໍ່າ, ລາຄາແພງ, ມີຈໍານວນບໍ່ພຽງພໍຕາມທີ່ຕະຫຼາດຕ້ອງການ ເພື່ອສາມາດຍົກລະດັບໃຫ້ມີທັກສະແຂ່ງຂັນດີຂຶ້ນ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ໄດ້ມີການບໍລິການໃຫ້ຜູ້ປະກອບການໄດ້ຮູ້ປັບປຸງ ແລະ ພັດທະນາສິນຄ້າຂອງຕົນເອງຕາມຄວາມຕ້ອງການຂອງຕະຫຼາດ ໂດຍກາານໃຫ້ຄໍາແນະນໍາໃນການປັບປຸງຕ່ອງໂສ້ການຜະລິດ ຂອງຜະລິດຕະພັນ ແລະ ການຈໍາໜ່າຍຜະລິດຕະພັນດັ່ງກ່າວໃນຕະຫຼາດທີ່ເປັນເປົ້າໝາຍ. ໂດຍຈາກການຮ່ວມມື ຂອງຫຼາຍພາກສ່ວນ ບໍ່ວ່າຈະເປັນທາງອົງການຈັດຕັ້ງພາກລັດ ແລະ ອົງການຈັດຕັ້ງສາກົນ ເພື່ອຊ່ວຍພັດທະນາບໍ່ວ່າຈະເປັນທາງດ້ານຄຸນນະພາບ, ປະລິມານ ແລະ ສື່ທາງດ້ານຕະຫຼາດຕ່າງໆ.
ສໍາລັບປີ 2024 ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ໄດ້ມີການຈັດການສົ່ງເສີມຜະລິດຕະພັນອຸດສາຫະກໍາໃນຫຼາຍຮູບແບບດ້ວຍກັນ ບໍ່ວ່າຈະເປັນຮູບແບບອອນໄລ ແລະ ອອຟໄລ, ໂດຍການໂຄສະນາສິນຄ້າທີ່ຜະລິດ ໃນ ສປປ ລາວ ຮ່ວມກັບພາກລັດ ແລະ ພາກທຸລະກິດເຮົາ ເພື່ອຫັນໄປສູ່ຄວາມທັນສະໄໝ ທີ່ສາມາດເຂົ້າເຖິງຜູ້ບໍລິໂພກໄດ້ສະດວກ ແລະ ງ່າຍດາຍຂຶ້ນ. ນອກຈາກງານຜະລິດຕະພັນລາວປີ 2024 ແລະ ງານວາງສະແດງຕ່າງໆ ແລະ ການຈັດພົບປະທຸລະກິດທີ່ຈັດໂດຍບັນດາສະມາຄົມທຸລະກິດຕ່າງໆເຊັ່ນ: ງານລາວທ່ຽວລາວ, ງານບຸນມະໂຫລານຫັດຖະກໍາລາວ, ງານເຟີນິເຈີລາວ ແລະ ອື່ນໆ ຄ່ຽງຄູ່ກັບການຮ່ວມມືກັບບັນດາປະເທດຕ່າງໆເພື່ອສົ່ງເສີມຜະລິດຕະພັນ ກ້າວເຂົ້າສູ່ຕະຫຼາດສາກົນໄດ້. ການສົ່ງເສີມການຕະຫຼາດຜະລິດຕະພັນລາວ ຍັງມີເວທີງານວາງສະແດງ ແລະ ງານຕະຫຼາດນັດ ຜະລິດຕະພັນລາວແຕ່ລະປີ. ໃນງານຜະລິດຕະພັນລາວ 2024 ແມ່ນມີການວາງສະແດງສິນຄ້າຈາກຫຼາຍແຂວງ ແລະ ມີສະພາການຄ້າ ແຂວງສະຫວັນນະເຂດເປັນເຈົ້າພາບ ລວມມີ 201 ບໍລິສັດ ໂດຍມີຫຼາກຫຼາຍສິນຄ້າທີ່ມາຈໍາໜ່າຍພາຍໃນງານ ແລະ ຄິດວ່າຈໍານວນຜູ້ມາວາງສະແດງ ແມ່ນຈະເພີ່ມຂຶ້ນໃນແຕ່ລະປີ ແລະ ມີຜະລິດຕະພັນໃໝ່ໆ ອອກມາສູ່ສາຍຕາ ຂອງສັງຄົມ.
ທ່ານ ອຸເດດ ສຸວັນນະວົງ ຍັງກ່າວຕື່ມ: ຫວັງຢ່າງຍິ່ງວ່າ ລັດຖະບານຈະສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊີ້ນໍາພາກທຸລະກິດລາວໃຫ້ນັບມື້ນັບເຂັ້ມແຂງ, ຖ້າເປັນໄປໄດ້ ຂໍສະເໜີໃຫ້ລັດຖະບານຊ່ວຍສະໜັບສະໜູນໂດຍກໍານົດ ແລະ ຈັດສັນງົບປະມານສະເພາະ “ງານຜະລິດຕະພັນລາວ” ເພື່ອເປັນເງື່ອນໄຂໃຫ້ແຕ່ລະແຂວງໃນການສົ່ງເສີມຜະລິດຕະພັນທ່າແຮງ ຂອງແຂວງເຂົ້າຮ່ວມງານ ຄືການກໍານົດງົບປະມານສົ່ງເສີມໃຫ້ໄດ້ເຂົ້າຮ່ວມງານວາງສະແດງ ເພື່ອເປັນກໍາລັງແຮງສະໜັບສະໜູນ, ຊຸກຍູ້ຜະລິດຕະພັນທີ່ມີທ່າແຮງ ຂອງແຂວງໃຫ້ມີການປັບປຸງດີຂຶ້ນເລື້ອຍໆ ທັງເປັນເວທີໃນການນຳສະເໝີ ແລະ ພັດທະນາສິນຄ້າ ໃຫ້ໄດ້ຄຸນນະພາບ ແລະ ເປັນທີ່ຍອມຮັບທັງຕະຫຼາດພາຍໃນ ແລະ ສາກົນ.