ໂດຍຕອບສະໜອງຕາມຄໍາເຊື້ອເຊີນຂອງ ສະຫາຍ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເຈິນ ແທັງ ເໝີ້ນ ປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕ ໃນຕອນບ່າຍວັນທີ 17 ຕຸລານີ້ ເພື່ອຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 17-18 ຕຸລາ 2024 ແລະ ເຂົ້າຮ່ວມກອງປະຊຸມສະ ມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຫຼື ໄອປາ (AIPA) ຄັ້ງທີ 45 ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 17-23 ຕຸລາ 2024 ທີ່ນະຄອນຫຼວງວຽງຈັນ, ສປປ ລາວ.
ການຕ້ອນຮັບການມາເຖິງມີ່ສະໜາມບິນສາກົນວັດໄຕໂດຍ ສະຫາຍ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ; ການມາຂອງ ສະຫາຍ ເຈີ່ນ ແທັງ ເໝີ້ນ ພ້ອມຄະນະໃນຄັ້ງນີ້ ເພື່ອເພີ່ມທະວີ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ສອງສະພາແຫ່ງຊາດ ລາວ - ຫວຽດນາມ ໃຫ້ກ້າວສູ່ລວງເລິກ ແລະ ເປັນຮູບປະທໍາຫຼາຍຂຶ້ນກວ່າເກົ່າ. ສະພາແຫ່ງຊາດ ລາວ ແລະ ຫວຽດນາມ ຈະມີການພົບປະສອງຝ່າຍ ແລະ ແລກປ່ຽນບົດບັນທຶກ 2 ສະບັບ. ນອກນີ້, ປະທານສະພາແຫ່ງຊາດ ສສ ຫວຽດນາມ ຈະໄດ້ເຂົ້າຢ້ຽມຂໍ່ານັບ ແລະ ພົບປະການນໍາ, ອະດີດການນໍາຂັ້ນສູງຂອງ ສປປ ລາວ.
ນອກຈາກນັ້ນ, ການມາເຂົ້າຮ່ວມກອງປະຊຸມໄອປາ ຄັ້ງທີ 45 ຂອງປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ພ້ອມຄະນະ ກໍຖືເປັນການປະກອບສ່ວນໃຫ້ ສປປ ລາວ ຈະມີຜົນສຳເລັດອັນຈົບງາມ ໃນການເປັນເຈົ້າພາບ ຈັດກອງປະຊຸມດັ່ງກ່າວ.
(ຂ່າວ-ພາບ: ສຸກສະຫວັນ)