ເມື່ອບໍ່ດົນມານີ້, ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມ ປຶກສາຫາລື ກ່ຽວກັບການເກັບກໍາຂໍ້ມູນ ເພື່ອຄິດໄລ່ການເຕີບໂຕເສດຖະກິດຂອງເມືອງ ຂຶ້ນໂດຍການເຂົ້າຮ່ວມຂອງທ່ານ ສີຄານ ແກ່ນມະນີ ຮອງເຈົ້າເມືອງແກ່ນທ້າວຜູ້ຊີ້ນໍາວຽກງານເສດຖະກິດ, ມີຫົວໜ້າ, ຮອງຫົວໜ້າຫ້ອງການທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ເພື່ອເປັນການກະກຽມໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ ອົງຄະນະພັກເມືອງແກ່ນທ້າວ ທີ່ຈະໄຂຂຶ້ນ ໃນຕົ້ນປີ 2025 ແລະ ກຽມໃຫ້ແກ່ການລົງນໍາພາ, ຕິດຕາມ, ຊຸກຍູ້ ກ່ຽວກັບການເກັບກໍາຂໍ້ມູນ ເພື່ອຄິດໄລ່ການເຕີບໂຕຂອງເສດຖະກິດ ແລະ ເພື່ອຄວາມເປັນເອກະພາບກັບບັນດາຫ້ອງການທີ່ກ່ຽວຂ້ອງຢູ່ພາຍໃນເມືອງ. ຊຶງໃນກອງປະຊຸມໄດ້ແນະນໍາການເກັບກໍາຂໍ້ມູນພື້ນຖານເພື່ອຄິດໄລ່ການເຕີບໂຕເສດຖະກິດຂອງເມືອງ ແຕ່ປີ 2012 ຮອດ ປີ 2024.
ຕອນທ້າຍທ່ານ ຮອງເຈົ້າເມືອງ ໄດ້ຮຽກຮ້ອງໃຫ້ບັນດາຫ້ອງການທີ່ກ່ຽວຂ້ອງຮີບຮ້ອນ ເກັບກໍາຂໍ້ມູນຄືນ ເພື່ອສົ່ງໃຫ້ຫ້ອງການແຜນການ ແລະ ການລົງທຶນເມືອງສັງລວມ ເພື່ອລາຍງານຄະນະວິຊາການຂັ້ນແຂວງ ທີ່ຈະລົງເຮັດວຽກຮ່ວມກັບຄະນະວິຊາການຂັ້ນເມືອງ ໃນມໍ່ໆນີ້.
(ຂ່າວ: ແກ່ນທ້າວ).