ຄະນະ 116/ນຍ(ຄະນະຊ່ວຍວຽກທ່ານນາຍົກລັດຖະມົນຕີເພື່ອຕິດຕາມ ແລະຊຸກຍູ້ການຈັດຕັ້ງປະຕິບັດມະຕິ 04/ກມສພ, ມະຕິ 19/ກມສພ, 2 ວາລະແຫ່ງຊາດ ແລະວຽກຈຸດສຸມເຄັ່ງຮ້ອນຕາມແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ IX) ຂັ້ນສູນກາງ ຈັດກອງປະຊຸມປຶກສາຫາລືການຈັດຕັ້ງປະຕິບັດມະຕິ 04/ກມສພ, ວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່ ຮ່ວມກັບຄະນະ 116/ນຍ ຂັ້ນແຂວງສະຫວັນນະເຂດ ໄດ້ຈັດຂຶ້ນໃນວັນທີ 17 ຕຸລາ ຜ່ານມາ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານຮ່ວມຂອງທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າ ທັງເປັນຄະນະ 116/ນຍ ຂັ້ນສູງກາງ, ທ່ານ ແສນສັກ ສຸລິສັກ ຮອງເຈົ້າແຂວງສະຫວັນນະເຂດ ທັງເປັນຫົວໜ້າຄະນະ 116/ນຍ ຂັ້ນແຂວງ.
ໃນກອງປະຊຸມ ໄດ້ລາຍງານການຈັດຕັ້ງປະຕິບັດມະຕິ 04/ກມສພ ກໍຄືສະພາບການຈັດຕັ້ງປະຕິບັດວຽກງານສົ່ງເສີມການຜະລິດທົດແທນການນຳເຂົ້າ ແລະສົ່ງອອກຢູ່ແຂວງສະຫວັນນະເຂດ ຊຶ່ງນຳສະເໜີໂດຍທ່ານ ຄຳຜຸຍ ສີບຸນເຮືອງ ຫົວໜ້າພະແນກແຜນການ ແລະການລົງທຶນແຂວງ ທັງເປັນຮອງຫົວໜ້າຄະນະ 116/ນຍ ຂັ້ນແຂວງ ໂດຍໄດ້ຍົກໃຫ້ຮູ້ບາງຕອນວ່າ: ຕໍ່ກັບວຽກງານສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງຂອງກົມການເມືອງສູນກາງພັກ, ແຂວງສະຫວັນນະເຂດ ໄດ້ຈັດກອງປະຊູມເຊື່ອມຊືມນິຕິກຳດັ່ງກ່າວ ໃຫ້ບັນດາການນຳຂອງແຂວງ, ພະແນກການ, ເມືອງຕ່າໆ ໂດຍໄດ້ອອກຂໍ້ຕົກລົງຂອງທ່ານເຈົ້າແຂວງ ເລກທີ 3240/ຈຂ, ລົງວັນທີ 17 ກັນຍາ 2024 ວ່າດ້ວຍການແຕ່ງຕັ້ງຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດມະຕິ 04/ກມສພ, ມະຕິ 19/ກມສພ, ມະຕິ 05/ລບ, 2 ວາລະແຫ່ງຊາດ ແລະວຽກຈຸດສຸມເຄັ່ງຮ້ອນຕາມແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງສະຫວັນນະເຂດ ແລະຂໍ້ຕົກລົງເລກທີ 3347/ຈຂ, ລົງວັນທີ 27 ກັນຍາ 2024ວ່າດ້ວຍການແບ່ງຄວາມຮັບຜິດຊອບໃນການຈັດຕັ້ງຜັນຂະຫຍາຍມະຕິ 04/ກມສພ ໃຫ້ແຕ່ພະແນກການ ແລະອົງການທຽບເທົ່າຂັ້ນແຂວງຈັດຕັ້ງປະຕິບັດ. ດ້ານການຜະລິດກະສິກຳຜ່ານມາ ກໍໄດ້ມີການຈັດຕັ້ງກຸ່ມການຜະລິດທັງໝົດ 680 ກຸ່ມ, ມີສະມາຊິກ 17,166 ຄອບຄົວ.ໃນນັ້ນ, ກຸ່ມປູກ 580 ກຸ່ມ, ກຸ່ມລ້ຽງ 130 ກຸ່ມ, ມີ 5 ສະຫະກອນຄື: ສະຫະກອນໝາກກ້ຽງຫວານວິລະບູລີ, ສະຫະກອນໝູພັນດີຖິ່ນສອງຄອນ, ສະຫະກອນລ້ຽງໝູເມືອງໄຊພູທອງ, ສະຫະກອນເຂົ້າຄຸນະພາບທົ່ງຮາບເຊບັ້ງໄຟ ແລະສະຫະກອນກະສິກຳສະຫວັນນະເຂດນາຊາຍ. ຜ່ານການຕິດຕາມເຫັນວ່າ ກຸ່ມການຜະລິດທີ່ເຂັ້ມແຂງ ມີ 58 ກຸ່ມ, ປານກາງ 393 ກຸ່ມ ແລະອ່ອນ 234 ກຸ່ມ, (ຍ້ອນຂາດການສະໜັບສະໜູນຈາກພາກລັດ) ບໍ່ແຂງແຮງເທົ່າທີ່ຄວນ, ການເຂົ້າເຖິງແຫຼ່ງທຶນຍາກ, ສ່ວນໃຫຍ່ອີງໃສ່ໜີ້ສິນແຕ່ຜ່ານມາ ເປັນເງື່ອນໄຂປະຕິເສດການປ່ອຍທຶນຂອງທະນາຄານ, ຫຼັກຊັບຄໍ້າປະກັນສູງ. ຜ່ານມາ, ເຖິງແມ່ນວ່າການຜະລິດຂອງຊາວກະສິກອນມີຫຼາຍ, ແຕ່ບັນຫາແມ່ນການສະໜອງຜົນຜະລິດກະສິກຳ ທີ່ເປັນສະບຽງອາຫານໃຫ້ແກ່ຕະຫຼາດພາຍໃນ ຍັງບໍ່ທັນເປັນລະບົບ, ລາຄາສິນຄ້າກະສິກຳ ບໍ່ຄົງທີ່, ຜົນຜະລິດ ມີລັກສະນະເຫຼືອບໍ່ພໍເປັນຕົ້ນ: ປະເພດສະບຽງອາຫານ ທົ່ວແຂວງ ສາມາດຜະລິດເຂົ້າເປືອກລວມທັງໝົດ 842,337 ໂຕນ, ສະເລ່ຍໃສ່ຫົວຄົນໄດ້ 765 ກິໂລ/ຄົນ/ປີ, ໃນນັ້ນ: ໄດ້ສົ່ງເຂົ້າສານຂາຍໄປຕ່າງປະເທດ 27,075 ໂຕນ, ມູນຄ່າ 14.19 ລ້ານໂດລາສະຫະລັດ, ສຳລັບຜົນຜະລິດເຂົ້າຈ້າວ ແມ່ນຍັງບໍ່ພຽງພໍກັບຄວາມຕ້ອງການປະມານ 30,000 ໂຕນ. ດັ່ງນັ້ນ, ແຂວງຈຶ່ງໄດ້ອະນຸຍາດໃຫ້ນຳເຂົ້າຈາກປະເທດເພື່ອນບ້ານ ປະມານ 1,500 ໂຕນ ແລະ ເຂົ້າສານເກົ່າເມັດຫັກ 12,000 ໂຕນ ເພື່ອມາຜະລິດປຸງແຕ່ງ, ປະເພດພືດ-ຜັກ ຈະສູ້ຊົນສະໜອງພືດ-ຜັກທີ່ສາມາດປູກໄດ້ພາຍໃນແຂວງຈໍານວນ 20 ລາຍການ, ໃນເນື້ອທີ່ 105 ເຮັກຕາ, ຈໍານວນຜູ້ຈະປູກ 839 ຄອບຄົວ ເພື່ອໃຫ້ໄດ້ຜົນຜະລິດ 6,858 ໂຕນຕໍ່ປີ, ສຳລັບປະເພດພືດ-ຜັກທີ່ຍັງບໍ່ພຽງພໍກັບຄວາມຕ້ອງການ ປະມານ 1,460 ໂຕນ ແລະ ໄດ້ນໍາເຂົ້າຈາກແຂວງຈໍາປາສັກ ມີ 7 ລາຍການ. ການຜະລິດຊີ້ນ, ປາ ແລະໄຂ່ ສາມາດຕອບສະໜອງຊີ້ນ ໄດ້ພຽງພໍກັບຄວາມຕ້ອງການທັງໝົດ 98,870 ໂຕນ, ສະເລ່ຍອັດຕາບໍລິໂພກປະມານ 74.2 ກິໂລ/ຄົນ/ປີ, ທົ່ວແຂວງມີຟາມໝູຊີ້ນ (ໝູພັນ)139 ຟາມ ນອນໃນ 11 ເມືອງ, ສາມາດຜະລິດໝູໄດ້ 82,400 ໂຕຕໍ່ປີ, ຄິດໄລ່ເປັນຊີ້ນ 6,595 ໂຕນ/ປີ,ສຳລັບໄຂ່ ແມ່ນຍັງບໍ່ພຽງພໍ 66.56 ລ້ານໜ່ວຍຕໍ່ປີ, ປາຍັງບໍ່ພຽງພໍ 1,799 ໂຕນຕໍ່ປີ(ປັດຈຸບັນສະໜອງໄດ້ພຽງແຕ່ 864 ໂຕນຕໍ່ປີ).
ໃນກອງປະຊຸມ, ຍັງໄດ້ມີການເຜີຍແຜ່ນິຕິກໍາ 116/ນຍ ແລະນິຕິກຳອື່ນໆທີ່ກ່ຽວຂ້ອງ, ຕິດຕາມ ແລະຊຸກຍູ້ແຜນວຽກຈຸດສຸມ 4 ເດືອນທ້າຍປີໃນການຈັດຕັ້ງຜັນຂະຫຍາຍມະຕິ 19/ກມສພ, ແນະນໍາການດຸ່ນດ່ຽງຄວາມຕ້ອງການ ແລະການສະໜອງຂອງທ້ອງຖິ່ນຕັ້ງແຕ່ຂັ້ນເມືອງ, ນະຄອນ ແລະສັງລວມຢູ່ຂັ້ນແຂວງ ເພື່ອກະກຽມຄົ້ນຄວ້າ ຕາມ 4 ກຸ່ມວຽກ ແລະ ໃນກອງປະຊຸມກໍຍັງໄດ້ມີການປະກອບຄຳຄິດຄຳເຫັນແລກປ່ຽນບົດຮຽນຮ່ວມກັນໃນການຈັດຕັ້ງປະຕິບັດມະຕິ 04/ກມສພ ເພື່ອໃຫ້ບັນລຸຜົນສຳເລັດຕາມແຜນການທີ່ວາງໄວ້.
(ແຫຼ່ງຂ່າວ: ສະຫວັນນະເຂດ)