ໂດຍ: ບຸນອູ້ມ
ບຸນອອກພັນສາປະວໍຣະນາ ຂຶ້ນ 15 ຄ່ຳ ເດືອນ 11 ຊຶ່ງເປັນບຸນປາງໃຫຍ່ຂອງຊາວພຸດ ກໍຄືຊາວນະຄອນຫຼວງວຽງຈັນ ທັງເປັນບຸນຊ່ວງເຮືອປະເພນີປະຈຳປີ ທີ່ທ່າວັນຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ, ໃນວັນທີ 17 ຕຸລານີ້ ເຫັນວ່າມີມວນຊົນທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວຢ່າງຫຼວງຫຼາຍ. ພາຍໃນງານບຸນດັ່ງກ່າວ ມີຫຼາກຫຼາຍສິນຄ້າມາວາງສະແດງ-ຈຳໜ່າຍ ແລະ ວາງຂາຍ ປະກອບມີສິນຄ້າໂອດັອບຂອງແຕ່ລະເມືອງ. ໃນນັ້ນ, ຍັງມີຮ້ານຂາຍເຄື່ອງອຸປະໂພກ-ບໍລິໂພກ ແລະ ສິ່ງທີ່ຂາດບໍ່ໄດ້ໃນງານບຸນປະເພນີ ກໍຄືແມ່ຄ້າ-ພໍ່ຄ້າ ໄດ້ນໍາເອົາເຂົ້າຫຼາມ, ປີ້ງໄກ່ມາວາງຂາຍ ຖືໄດ້ວ່າເປັນສັນຍາລັກຂອງງານບຸນປະເພນີລາວ.
ທ່ານ ນາງ ທອງສີ ສຸລິວົງ ປະຊາຊົນບ້ານນາແທບ ເມືອງໂພນໂຮງ ແຂວງວຽງຈັນ ໄດ້ໃຫ້ສໍາພາດຜ່ານນັກຂ່າວໜັງສືພິມ ປະຊາຊົນ ໃນວັນທີ 17 ຕຸລາ ນີ້ວ່າ: ທຸກໆປີຂ້າພະເຈົ້າໄດ້ນໍາສິນຄ້າມາວາງຂາຍພາຍໃນງານບຸນຊ່ວງເຮືອ. ໂດຍປີນີ້ເປັນປີທີ 10 ແລ້ວ, ສິນຄ້າທີ່ນໍາມາວາງຂາຍ ປະກອບມີ: ເຂົ້າຫຼາມ, ປີ້ງໄກ່, ໄຂ່ລູກ, ຕຳໝາກຫຸ່ງ ແລະ ຜະລິດຕະພັນອື່ນໆ ຊຶ່ງປີນີ້ ເຫັນວ່າສິນຄ້າລາຄາຂ້ອນຂ້າງສູງພໍສົມຄວນ ຈາກເມື່ອກ່ອນຊື້ໄກ່ພຽງແຕ່ 20 ພັນກີບ - 30 ພັນກີບຕໍ່ກິໂລ. ແຕ່ປັດຈຸບັນ ໜຶ່ງກິໂລ 80-90 ພັນກີບ. ສະນັ້ນ, ການຂາຍ ຈຶ່ງໄດ້ເພີ່ມລາຄາຂຶ້ນຕື່ມ ຊຶ່ງຂາຍໃນລາຄາເລີ່ມຕົ້ນ 50 ພັນກີບ-150,000 ກີບ ເຮັດໃຫ້ມື້ໜຶ່ງຂາຍໄດ້ປະມານ 3 ລ້ານກີບ.
ໃນໂອກາດນີ້, ທ່ານນາງ ກົງສີ ພີມມະ ຍັງໄດ້ໃຫ້ຮູ້ວ່າ: ປີນີ້ເຖິງແມ່ນວ່າສິນຄ້າເຄື່ອງອຸປະໂພກ-ບໍລິໂພກ ມີລາຄາຂ້ອນຂ້າງແພງຫຼາຍ ແຕ່ຕົນເອງກໍໄດ້ນໍາເອົາສິນຄ້າປະເພດເຂົ້າຫຼາມ-ປີ້ງໄກ່ ມາວາງຂາຍເຊັ່ນດຽວກັນ ເພື່ອໃຫ້ຜູ້ມາທ່ຽວໄດ້ຈັບຈ່າຍຊື້-ຂາຍ ແລະ ຊື້ຕິດໄມ້ຕິດມືກັບບ້ານ.
ຢ່າງໃດກໍຕາມ, ຖ້າທ່ານມາທ່ຽວງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອປະເພນີ ທີ່ທ່າວັດຈັນ ຢ່າລືມແວ່ຊື້, ຊີມເຂົ້າຫຼາມ, ປີ້ງໄກ່ ກ່ອນກັບບ້ານ.