ຂ່າວສານຊີອາໄອ ລາຍງານໃນວັນທີ 14 ກັນຍາ ຜ່ານມາວ່າ: ເນື່ອງໃນໂອກາດວັນທັນຍາຫານໂລກທີ 16 ຕຸລາ ນີ້, ທ່ານ ຊວີ່ຕົ່ງຢວີ້ ຜູ້ອຳນວຍການອົງການອາຫານແລະການກະເສດແຫ່ງອົງການສະຫະປະຊາຊາດ ຫຼື FAO ໄດ້ພິມບົດຄວາມລົງນາມ ໂດຍຮຽກຮ້ອງໃຫ້ທົ່ວໂລກຈົ່ງນຳໃຊ້ການເຄື່ອນໄຫວຕົວຈິງ, ຈັດຕັ້ງປະຕິບັດ“ສິດອາຫານ”ຢ່າງຮອບດ້ານ, ສ້າງລະບົບອາຫານທີ່ມີຜົນດີຕໍ່ສຸຂະພາບ, ມີທາດບຳລຸງ ແລະສາມາດຊື້ໄດ້.
ຂ່າວລະບຸວ່າ:ເນື້ອໃນບົດຄວາມຂອງທ່ານຊວີ່ຕົ່ງຢວີ້ຊີ້ອອກວ່າ, ການມີອາຫານທີ່ພຽງພໍແມ່ນສິດທິມະນຸດຂັ້ນພື້ນຖານຂອງທຸກຄົນທີ່ຕັດຖິ້ມບໍ່ໄດ້. ປັດຈຸບັນ, ຈຳນວນການຜະລິດທັນຍາຫານໃນທົ່ວໂລກສາມາດລ້ຽງປະຊາກອນໃນທົ່ວໂລກໄດ້. ແຕ່ຖ້າສັງເກດເບິ່ງໂລກແລ້ວ, ມີການປະທະກັນແລະຄວາມປັ່ນປ່ວນເກີດຂຶ້ນຢ່າງບໍ່ຢຸດຢັ້ງ, ທັງເກີດໄພທຳມະຊາດດ້ານດິນຟ້າອາກາດທີ່ຮຸນແຮງຢູ່ເລື້ອຍໆ, ສະພາບຄວາມບໍ່ສະເໝີພາບກໍຄົງຕົວຢູ່ເປັນເວລາດົນນານ, ສິ່ງເຫຼົ່ານີ້ໄດ້ເຮັດໃຫ້ປະຊາກອນປະມານ 730 ລ້ານຄົນຕົກຢູ່ໃນສະພາບອຶດຫີວມາໂດຍຕະຫຼອດ.
ທ່ານຊວີ່ຕົ່ງຢວີ້ເນັ້ນໜັກວ່າ: ຄວນກຳນົດສິດອາຫານເປັນສິດທິມະນຸດຂັ້ນພື້ນຖານ, ລັດຖະບານແລະວົງການຕ່າງໆໃນສັງຄົມບັນດາປະເທດຕ້ອງແບກຫາບໜ້າທີ່ຄວາມຮັບຜິດຊອບແລະພັນທະຂອງຕົນຢ່າງຈະແຈ້ງ, ເພື່ອທຳຄວາມພະຍາຍາມຮ່ວມກັນແນໃສ່ບັນລຸສິດທີ່ສູງສົ່ງດັ່ງກ່າວ.