ຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງນິວແດນລີ ປະເທດອິນເດຍ ໃນວັນທີ 15 ຕຸລາຜ່ານມາວ່າ: ຄະນະກຳມະການຄວບຄຸມມົນລະພິດ ແຫ່ງນະຄອນຫຼວງນິວແດນລີ ປະກາດມາດຕະການ ຫ້າມບໍ່ໃຫ້ຜະລິດ, ຈັດເກັບ, ຈຳໜ່າຍ ແລະ ຈູດດອກໄມ້ໄຟທຸກປະເພດໂດຍເດັດຂາດ ເພື່ອຜົນປະໂຫຍດສາທາລະນະ ໃນການຄວບຄຸມມົນລະພິດທາງອາກາດທີ່ຮຸນແຮງ.
ຄຳສັ່ງດັ່ງກ່າວ ຈະມີຜົນຕະຫຼອດໄລຍະທີ່ເຫຼືອຂອງປີນີ້ ຊຶ່ງມີຂຶ້ນກ່ອນ “ເທດສະການດິວາລີ” ໃນວັນ 1 ພະຈິກ ທີ່ຈະມາເຖິງນີ້ ຊຶ່ງເປັນເທດສະການແຫ່ງແສງສະຫວ່າງຂອງຊາວຮິນດູ ທີ່ມີດອກໄມ້ໄຟ ເປັນສ່ວນໜຶ່ງຂອງການສະເຫຼີມສະຫຼອງ ຊຶ່ງກ່ອນໜ້ານີ້ ຄຳສັ່ງມັກຖືກລະເລີຍ ແລະ ຕຳຫຼວດມັກລັງເລໃນການດຳເນີນການກັບຜູ້ຝ່າຝືນ ເນື່ອງຈາກເຫດຜົນທາງສາສະໜາ.
ທຸກໆລະດູໃບໄມ້ຫຼົ່ນຂອງແຕ່ລະປີ, ນະຄອນຫຼວງນິວແດນລີ ຈະປົກຄຸມໄປດ້ວຍໝອກຄວັນພິດ ເນື່ອງຈາກການເຜົາຕໍໄມ້ຂອງຊາວກະສິກອນໃນບໍລິເວນໃກ້ຄຽງ, ຂະນະທີ່ການຈູດບັ້ງພຸໃນໄລຍະເທດສະການດິວາລີ ກໍເຮັດໃຫ້ບັນຫາດັ່ງກ່າວຮຸ່ນແຮງຂຶ້ນ.
ທັງນີ້, ລາຍ​ງານ​ຂອງ​ວາ​ລະ​ສານທາງການແພດ “ເດິ​ແລນ​ເຊັດ” ລະບຸວ່າ: ສະເພາະປີ 2019 ມີຜູ້ເສຍຊີວິດໃນນະຄອນຫຼວງ​ນິວ​ແດນ​ລີ​ເກືອບ 17,500 ຄົນ ຈາກ​ມົນ​ລະ​ພິດ​ທາງອາ​ກາດ.​