ທ່ານ ນາງ ລີປ່າເອ້ຍ ບົວປາວ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ(ນວ) ຊີ້ແຈງໃນກອງປະຊຸມສະໄໝສາມັນເທື່ອທີ 7ຂອງກອງປະຊຸມສະພາປະຊາຊົນນວ ຊຸດທີ IIໃນວັນທີ10 ກໍລະກົດຜ່ານມາ ທີ່ຫ້ອງວ່າການປົກຄອງນວບາງຕອນທີ່ສໍາຄັນກ່ຽວກັບວິທີການຊຸກຍູ້ສົ່ງເສີມການຮຽນ-ການສອນ ແລະ ວິທີການແກ້ໄຂບັນຫາການປະລະການຮຽນຂອງນັກຮຽນ ວ່າ: ວິທີການເພື່ອຊຸກຍູ້ສົ່ງເສີມການຮຽນ-ການສອນ ທີ່ສາມາດຍົກສູງຄຸນນະພາບການຮຽນ-ການສອນ ແລະ ວິທີການເພື່ອແກ້ໄຂບັນຫາບໍ່ໃຫ້ນັກຮຽນປະລະການຮຽນພະແນກສຶກສາທິການ ແລະ ກິລານວຈະໄດ້ສຸມໃສ່ວິທີການຕ່າງໆເຊັ່ນ: ຈັດຕັ້ງບໍາລຸງນັກຮຽນອ່ອນ, ນັກຮຽນທີ່ມີທ່າອ່ຽງປະລະ,ສືບຕໍ່ຍົກລະດັບ, ຝຶກອົບຮົມໃຫ້ຄູສອນນໍາໃຊ້ຫຼັກສູດແບບໃໝ່,  ນໍາໃຊ້ສື່ການຮຽນ-ການສອນຫຼາຍຮູບແບບ ເພື່ອຊຸກຍູ້ໃຫ້ນັກຮຽນກ້າສະແດງອອກ ແລະ ຝຶກຄວາມຄິດສ້າງສັນ,ປັບປຸງຮູບແບບການຮຽນ-ການສອນແລະ ວິທີການສິດສອນໃຫ້ມີຄວາມຫຼາກຫຼາຍໂດຍເນັ້ນໃສ່ຄວາມຮູ້ຕົວຈິງເພື່ອພັດທະນາທັກສະຕະວັດທີ21, ສາມາດຮອງຮັບຄວາມຕ້ອງການຂອງຜູ້ຮຽນໃນສະພາບເງື່ອນໄຂຕ່າງໆ, ສ້າງໃຫ້ນັກຮຽນ ຮັບຮູ້ວິທີຮຽນຢ່າງຖືກຕ້ອງ ແລະ ມີຄວາມຮັບຜິດຊອບຕໍ່ການຮຽນຂອງຕົນເອງໃຫ້ຫຼາຍຂຶ້ນ,ນໍາໃຊ້ລັດຖະກອນຄູບໍານານ ຜູ້ທີ່ມີສຸຂະພາບແຂງແຮງ, ມີຄວາມຫ້າວຫັນ, ມີປະສົບການແລະ ມີຄວາມສະໝັກໃຈທີ່ຈະສືບຕໍ່ສິດສອນຢູ່ໂຮງຮຽນເພື່ອຖ່າຍທອດຄວາມຮູ້ການສິດສອນໃຫ້ແກ່ຄູ-ອາຈານໜຸ່ມ ແລະ ສອນຊ່ວຍວິຊາທີ່ຂາດຄູ, ສືບຕໍ່ຝຶກອົບຮົມສ້າງນັກຮຽນເກັ່ງຂັ້ນເມືອງ, ຂັ້ນນະຄອນຫຼວງວຽງຈັນໃຫ້ຫຼາຍກວ່າເກົ່າ  ແລະ ສ້າງໃຫ້ໄດ້ນັກຮຽນເກັ່ງຂັ້ນລະດັບຊາດທຸກວິຊາ ໃນຂັ້ນມ.4 ແລະ ມ.7.
    ຖ້າຢາກໃຫ້ການສຶກສາມີຄຸນນະພາບສູງ ຈະຕ້ອງສະໜອງອຸປະກອນການຮຽນການສອນ ແລະ ສິ່ງອໍານວຍຄວາມສະດວກໃຫ້ທົ່ວເຖິງ ແລະ ສະໜອງຄູສອນທຸກຊັ້ນທຸກສາຍໃຫ້ພຽງພໍ ແລະຢາກຍົກສູງຄຸນນະພາບການຮຽນການສອນຕ້ອງອີງໃສ່ຫຼາຍປັດໄຈ  ເປັນຕົ້ນຄູຕ້ອງສອນຖືກຕາມຊັ້ນ-ຕາມສາຍທີ່ຮຽນຈົບມາ ແລະ ສະໜອງບຸກຄະລາກອນຄູໃຫ້ຄົບຕາມຂັ້ນຮຽນບໍ່ໃຫ້ມີຫ້ອງຄວບ(ສຳລັບຊັ້ນປະຖົມ), ສ່ວນຊັ້ນມັດທະຍົມສຶກສາ ຕ້ອງຄົບຕາມລາຍວິຊາ ໃນຫຼັກສູດການຈັດການຮຽນ-ການສອນ; ຫຼັກສູດຕ້ອງສະເພາະເຈາະຈົງເປົ້າໝາຍຄວາມຕ້ອງການໃຫ້ຮັບຮູ້ ໂດຍອີງໃສ່ລະດັບສໍ່າອາຍຸຂອງຜູ້ຮຽນ ແລະ ອີງໃສ່ຄວາມຕ້ອງການຂອງສັງຄົມ; ສະໜອງອຸປະກອນສື່ການຮຽນການສອນໃຫ້ພຽງພໍເພື່ອການພັດທະນາທັກສະການຮຽນການສອນຂອງຄູ ແລະ ນັກຮຽນໃຫ້ທັນກັບສະພາບການແຕ່ລະໄລຍະ,ປັບປຸງພື້ນຖານໂຄງລ່າງ ແລະ ສິ່ງອໍານວຍຄວາມສະດວກ ເພື່ອສ້າງຄວາມດຶງດູດຈິດໃຈໃຫ້ນັກຮຽນ,ເນັ້ນການປະຕິບັດຕົວຈິງໃຫ້ຫຼາຍໃນການຈັດຕັ້ງການຮຽນການສອນ.
ອີງຕາມຜົນກອງປະຊຸມວິເຄາະວິໄຈສະພາບການສຶກສາທົ່ວນວ ຄັ້ງວັນທີ 12-16 ກຸມພາ2024ສາເຫດຫຼັກຂອງການປະລະການຮຽນຊັ້ນປະຖົມມີ5ສາຍເຫດຄື:ຍ້ອນສະພາບເສດຖະກິດ-ສັງຄົມໃນປັດຈຸບັນ, ການຍົກຍ້າຍ ແລະ ຮັບເອົານັກຮຽນບໍ່ມີເອກະສານ, ການຍົກຍ້າຍບ່ອນເຮັດວຽກຂອງຜູ້ປົກຄອງ, ຜູ້ປົກຄອງພາລູກຫຼານໄປເຮັດວຽກຢູ່ຕ່າງປະເທດ ແລະ ບ່ອນທໍາການຜະລິດ, ຍົກຍ້າຍໂດຍບໍ່ຮູ້ສາເຫດ(ຕິດຕໍ່ບໍ່ໄດ້).
ເພື່ອແກ້ໄຂບັນຫາການປະລະດັ່ງກ່າວ, ພະແນກສຶກສາທິການ ແລະ ກິລານວຈະໄດ້ສືບຕໍ່ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຄື: ແຕ່ງຕັ້ງຄະນະຮັບຜິດຊອບໂດຍສົມທົບກັບອົງການປົກຄອງເມືອງ, ຫ້ອງການສຶກສາທິການ ແລະ ກິລາເມືອງ ລົງຕິດຕາມຜູ້ປະລະການຮຽນເພື່ອຊຸກຍູ້ໃຫ້ເຂົ້າມາຮຽນຄືນ ແລະ ປ້ອງກັນບໍ່ໃຫ້ມີການປະລະເພີ່ມຕື່ມ,ປະສານສົມທົບກັບຄະນະພັດທະນາການສຶກສາຂັ້ນບ້ານເປັນປະຈຳ ເພື່ອຊ່ວຍໂຄສະນາໃຫ້ຜູ້ປົກຄອງນັກຮຽນເຫັນໄດ້ຄວາມສຳຄັນຂອງວຽກງານການສຶກສາ ແລະ ໃຫ້ນຳເອົາລູກຫຼານມາເຂົ້າໂຮງຮຽນຕາມເກນອາຍຸ. ນອກນີ້ກໍໃຫ້ຕິດຕາມຜູ້ທີ່ມີກຸ່ມສ່ຽງທີ່ຈະອອກໂຮງຮຽນ ພ້ອມກັບການສຶກສາອົບຮົມ, ລະດົມແນວຄວາມຄິດແກ່ນັກຮຽນໃຫ້ກັບມາສົນໃຈຕໍ່ການຮຽນໃຫ້ຫຼາຍຂຶ້ນ, ສືບຕໍ່ຍົກສູງການຝຶກອົບຮົມດ້ານຄວາມຮັບຜິດຊອບໃຫ້ຜູ້ບໍລິຫານການສຶກສາມີຄວາມເຂັ້ມແຂງ ໃນການສ້າງແຮງຈູງໃຈໃຫ້ແກ່ລູກຫຼານນັກຮຽນມາໂຮງຮຽນຢ່າງເປັນປົກກະຕິ, ຫ້ອງການສຶກສາທິການ ແລະ ກິລາເມືອງສົມທົບອົງການປົກຄອງເມືອງ, ອົງການປົກຄອງບ້ານ, ຄະນະພັດທະນາການສຶກສາຂັ້ນບ້ານ ເພື່ອໃຫ້ເຂົ້າໃຈວຽກງານການສຶກສາໄປໃນທິດທາງດຽວກັນ ແລະ ຮ່ວມກັນແກ້ໄຂບັນຫາການປະລະໃນເຂດທີ່ມີບັນຫາດັ່ງກ່າວ, ຊຸກຍູ້ຫ້ອງການສຶກສາທິການ ແລະ ກິລາເມືອງ, ຜູ້ບໍລິຫານການສຶກສາ ເພື່ອເກັບກໍາໂຕເລກຜູ້ທີ່ປະລະການຮຽນ ແລະ ສາເຫດຂອງການປະລະ ໃນຊັ້ນມັດທະຍົມຕອນຕົ້ນ (ມຕ) ແລະ ມັດທະຍົມຕອນປາຍ (ມປ)ເພື່ອຊຸກຍູ້ໃຫ້ກັບເຂົ້າມາຮຽນບໍາລຸງຕໍ່ໃນສາຍການສຶກສານອກໂຮງຮຽນໃຫ້ຈົບຕາມກົດໝາຍການສຶກສາໄດ້ກຳນົດໄວ້ຄືການສຶກສາພາກບັງຄັບ ແລະ ແຕ່ງຕັ້ງຄະນະກຳມະການຮັບຜິດຊອບໃນການປຸກລະດົມຜູ້ປົກຄອງ ໃຫ້ນຳລູກຫຼານກັບຄືນມາຮຽນ.
ຂ່າວ: ແສງຈັນ