ກອງປະຊຸມປຶກສາຫາລື ແລະ ເຜີຍແຜ່ຂໍ້ມູນ ໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ (ນວ) ໄດ້ຈັດຂຶ້ນໃນວັນທີ 18 ກໍລະກົດ ນີ້ ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ ໂດຍການເປັນປະທານ ຂອງທ່ານ ສີລິລາດທົງສິນ ທອງເພັງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ(ນວ), ທ່ານ ບຸນຍະວັດ ນີລະໄຊຍ໌ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ມີທ່ານຫົວໜ້າຫ້ອງວ່າການນະຄອນຫຼວງວຽງຈັນພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຈຸດປະສົງ ກອງປະຊຸມຄັ້ງນີ້ ເພື່ອນຳສະເໜີຄວາມເປັນມາຂອງໂຄງການແຕ່ເລີ່ມຕົ້ນຈົນເຖິງປັດຈຸບັນ ແລະ ແຜນການໃນຕໍ່ໜ້າ ແນໃສ່ໃຫ້ພາກສ່ວນຕ່າງໆ ຂອງນະຄອນຫຼວງວຽງຈັນ ຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບເປົ້າໝາຍການພັດທະນາ ຂອງນະຄອນຫຼວງວຽງຈັນ ຕາມທິດສີຂຽວ ແລະ ຍືນຍົງ, ບັນຫາສຳຄັນ ແມ່ນການປູກຈິດສຳນຶກ ກ່ຽວກັບການນຳໃຊ້ລົດເມສາທາລະນະໃຫ້ແຜ່ຫຼາຍຢູ່ນະຄອນຫຼວງວຽງຈັນ.ພາຍຫຼັງ ໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນສຳເລັດ ຈະເປັນໃບໜ້າໃໝ່ແກ່ຊາວນະຄອນຫຼວງວຽງຈັນ ເນື່ອງຈາກວ່າຈະມີລົດເມໄຟຟ້າແລ່ນໃຫ້ບໍລິການ ຕາມສາຍທາງທີ່ອົງການປົກຄອງນະຄອນຫຼວງວຽງຈັນ ຮັບຮອງ, ລວມທັງ ການຈາລະຈອນ ກໍຈະມີການປັບປຸງໃຫ້ສອດຄ່ອງແຜນປັບປຸງທິດທາງການສັນຈອນໃນເຂດໃຈກາງຕົວເມືອງແລະຈະເປີດບໍລິການລົດເມດ່ວນ ໃນປີ 2026.
ໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ ໄດ້ເລີ່ມຈັດຕັ້ງປະຕິບັດແຕ່ທ້າຍເດືອນກໍລະກົດ 2018 ພາຍຫຼັງໄດ້ບໍລິສັດທີ່ປຶກສາຕ່າງປະເທດ ແລະ ຕັ້ງເປົ້າໃຫ້ສຳເລັດໃນປີ 2022, ແຕ່ຍ້ອນມີການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ປັດໄຈພາຍນອກອື່ນ, ໂຄງການຈຶ່ງໄດ້ຕໍ່ສັນຍາ ຮອດເດືອນ 12/2024. ຈຸດປະສົງຕົ້ນຕໍຂອງໂຄງການ ແມ່ນສຸມໃສ່ປັບປຸງ ຍົກລະດັບຄຸນນະພາບ ລະບົບການຂົນສົ່ງ ໃນຕົວເມືອງ ແນໃສ່ແກ້ໄຂບັນຫາສະພາບການສັນຈອນແອອັດ, ອຸບັດເຫດຕາມທ້ອງຖະໜົນ ແລະ ປົກປັກຮັກສາສິ່ງແວດລ້ອມໃຫ້ຍືນຍົງ. ໂຄງການມີແຫຼ່ງທຶນມາຈາກການກູ້ຢືມ, ຊ່ວຍເຫຼືອຈາກຜູ້ໃຫ້ທຶນສາກົນ, ພາກເອກະຊົນ ແລະ ການສົມທົບທຶນຂອງລັດຖະບານ ລວມມູນຄ່າທັງໝົດ 99,7 ລ້ານໂດລາ.ຕົ້ນປີ 2019, ອົງການປົກຄອງ ນະຄອນຫຼວງວຽງຈັນ ຮັບຮອງແລວເສັ້ນທາງລົດເມດ່ວນ ເລີ່ມແຕ່ສວນເຈົ້າຟ້າງຸ່ມ ຫາ ມະຫາວິທະຍາໄລແຫ່ງຊາດ (ມຊ) ຜ່ານຖະໜົນສຸພານຸວົງ, ຖະໜົນເສດຖາທິຣາດ, ຖະໜົນໜອງບອນ, ຖະໜົນໄກສອນພົມວິຫານ, ຖະໜົນສະພັງເມິກ ແລະ ສິ້ນສຸດຢູ່ດ້ານໜ້າ ມຊ ຕາມການສະເໜີຂອງກະຊວງໂຍທາທິການ ແລະ ຂົນສົ່ງ ເພື່ອໃຫ້ໂຄງການ ແລະ ທີ່ປຶກສາ ອອກແບບລາຍລະອຽດຕ່າງໆ ຕາມເປົ້າໝາຍການພັດທະນາ ທີ່ເອກະພາບກັບຜູ້ໃຫ້ທຶນສາກົນອື່ນໆ.
ຕາມການລາຍງານຂອງຄະນະຮັບຜິດຊອບໂຄງການໃຫ້ຮູ້ວ່າ: ມາຮອດວັນທີ 30 ມິຖຸນາ 2024, ສາມາດປະຕິບັດໄດ້ 61,38% ທຽບໃສ່ແຜນການ ແມ່ນຊັກຊ້າພໍສົມຄວນ. ສຳລັບ ໃນປີ 2024, ໂຄງການຈະສຸມໃສ່ໃຫ້ສຳເລັດການກໍ່ສ້າງໂຄງການພື້ນຖານສຳລັບລົດເມດ່ວນ BRT ເຊັ່ນ: ເສັ້ນທາງລົດເມດ່ວນ (ຊ່ອງຈາລະຈອນສະເພາະລົດເມ), ສະຖານີ ຂຶ້ນ-ລົງ, ໄຟອຳນາດ (ໄຟສັນຍານຈາລະຈອນ), ອູ່ລົດເມ, ສູນບັນຊາລົດເມ, ສູນສ້ອມແປງ (ກາລ່າ) ແລະ ອື່ນໆ. ສຳລັບລົດເມໄຟຟ້າ, ອຸປະກອນ IT ແລະ ເຄື່ອງອຸປະກອນອື່ນໆ ຈະຕິດຕັ້ງໃຫ້ສຳເລັດໃນທ້າຍປີ 2024.
ຂ່າວ-ພາບ: ຍຸພິນທອງ