ໃນປີ 2024ນີ້, ເມືອງຈະສູ້ຊົນເຮັດໃຫ້ລວມຍອດຜະລິດຕະພັນໃຫ້ໄດ້ 1.605,17 ຕື້ກີບ ໃນນັ້ນດ້ານກະສິກຳໃຫ້ໄດ້ 842.87 ຕື້ກີບ, ອຸດສາຫະກຳ ແລະ ຫັດຖະກຳໃຫ້ໄດ້ 620.62 ຕື້ກີບ ແລະ ການບໍລິການໃຫ້ໄດ້ 141.68, ສະເລ່ຍລາຍຮັບຕໍ່ຫົວຄົນໃຫ້ໄດ້ 19,059,431 ກີບ/ຄົນ/ປີ, ອັດຕາການຂະຫຍາຍຕົວຂອງປະຊາຊົນໃຫ້ໄດ້ 1,6%.
ທ່ານ ສົມຫວັງ ພອນຄໍາວົງສາ ເຈົ້າເມືອງນໍ້າບາກ ແຂວງຫູວງພະບາງໃຫ້ຮູ້ວ່າ:ເພື່ອໃຫ້ບັນລຸຕາມແຜນການທີ່ວາງໄວ້,ເມືອງໄດ້ກໍານົດວຽກຈຸດສຸມສະພາະໜ້າຄື:ສືບຕໍ່ປະເມີນບົດສະເໜີໂຄງການຂະແໜງການຕ່າງໆ ໃຫ້ໄດ້ 4 ໂຄງການ,ອໍານວຍຄວາມສະດວກໃຫ້ແກ່ບໍລິສັດຕ່າງໆ ແລະ ນັກທຸລະກິດຜູ້ຕ້ອງການ ໃຫ້ຖືກຕ້ອງກ່ອນຈັດຕັ້ງປະຕິບັດ,ຕິດຕາມການລົງທຶນທັງພາຍໃນ ແລະ ຕ່າງປະເທດ, ຄຸ້ມຄອງບັນດາການລົງທຶນຂອງລັດ ແລະ ເອກະຊົນ; ລົງຈຸດກວດກາບ້ານປາກມອງ ເພື່ອຄຸ້ມຄອງ, ຕິດຕາມ, ກວດກາການຂົນສົ່ງສິນຄ້າ, ກວດກາການເກັບຊື້ເຄື່ອງປ່າຂອງດົງ, ຄິດໄລ່ເກັບຄ່າຊັບພະຍາກອນດິນດຳ, ດິນແດງ ແລະ ຫີນແຂງຂອງໂຮງງານຊີມັງຫຼວງພະບາງ ປະຈຳປີ 2024, ສົມທົບກັບຂະແໜງການທີ່ກ່ຽວຂ້ອງກວດກາ ແລະ ຊຸກຍູ້ບັນດາຂະແໜງການວິຊາການທີ່ມີລາຍຮັບມາມອບລາຍຮັບເຂົ້າງົບປະມານຕາມແຜນທີ່ວາງໄວ້; ສືບຕໍ່ເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ 10 ຕື້ກວ່າກີບ, ໃນນັ້ນສ່ວຍສາອາກອນໃຫ້ໄດ້ 8,36 ຕື້ກວ່າກີບ, ລາຍຮັບຄ່າທຳນຽມທີ່ດິນ 1,6 ຕື້ກວ່າກີບ, ລາຍຮັບຊັບສິນຂອງລັດໃຫ້ໄດ້ 45 ລ້ານກີບ, ສືບຕໍ່ຄຸ້ມຄອງລາຍຈ່າຍໃຫ້ຊັດເຈນ ແລະ ຖືກຕ້ອງຕາມຂໍ້ກໍານົດ, ລະບຽບການເງິນໃຫ້ຢູ່ໃນ 17,31ຕື້ກວ່າກີບ.
ສໍາລັບການຜະລິດສະບຽງອາຫານ, ເມືອງນ້ຳບາກ ຈະສືບຕໍ່ຕິດຕາມຊຸກຍູ້ຊາວກະສິກອນປັກດຳເຂົ້ານາປີໃນເນື້ອທີ່ 3.335,02 ຮຕ, ສູ້ຊົນຜະລິດເຂົ້າໃຫ້ໄດ້ 23.917 ກວ່າໂຕນ, ຄາດຄະເນພົນລະເມືອງໃຫ້ໄດ້ຮັບເຂົ້າກິນສະເລ່ຍ 283 ກິໂລກຣາມຕໍ່ຄົນຕໍ່ປີ, ຄາດຄະເນວ່າຈະສະໜອງຊີ້ນ, ປາ ແລະ ໄຂ່ໃຫ້ໄດ້ສະເລ່ຍ 65 ກິໂລກຣາມຕໍ່ຄົນຕໍ່ປີ; ສູ້ຊົນປູກພືດລະດູຝົນໃຫ້ໄດ້ 5.015 ຮຕ ຄາດຄະເນຜົນຜະລິດໃຫ້ໄດ້ 34.905 ໂຕນ, ປູກໝາກກ້ຽງໃຫ້ໄດ້ 7 ຮຕ ແລະ ໄມ້ໃຫ້ໝາກຊະນິດອື່ນໆໃຫ້ໄດ້ 3 ຮຕ; ຊຸກຍູ້ໃຫ້ມີຟາມລ້ຽງໄກ່ພັນຊີ້ນໃຫ້ໄດ້ 1 ຟາມ, ຟາມໄກ່ພັນໄຂ່ໃຫ້ໄດ້ 9 ຟາມ ແລະ ຟາມລ້ຽງເປັດພັນໄຂ່ໃຫ້ມີ 3 ຟາມ, ປ່ອຍປາໃຫ້ໄດ້ 39.417 ໂຕ; ສົ່ງສັດອອກໃຫ້ໄດ້ 1.100 ໂຕ ໃນນັ້ນງົວໃຫ້ໄດ້ 267ໂຕ, ຄວາຍໃຫ້ໄດ້ 180 ໂຕ, ໝູໃຫ້ໄດ້ 600 ໂຕ; ສັກຢາກັນພະຍາດສັດລ້ຽງແຕ່ລະປະເພດໃຫ້ໄດ້ 373.500 ໂຕ, ງົວໃຫ້ໄດ້ 40.682 ໂຕ, ຄວາຍໃຫ້ໄດ້ 800ໂຕ, ໝູໃຫ້ໄດ້ 8.800 ໂຕ, ແບ້ໃຫ້ໄດ້ 3.218 ໂຕ, ສັດປີກໃຫ້ໄດ້ 320.000 ໂຕ. ຄຽງຄູ່ກັນນີ້,ເມືອງຈະຈັດຕັ້ງກຸ່ມຜູ້ນຳໃຊ້ນໍ້າຊົນລະປະທານໃຫ້ໄດ້ 7 ໂຄງການ,ສືບຕໍ່ລົງສຳຫຼວດ-ອອກແບບຊົນລະປະທານໃຫ້ໄດ້ 2 ໂຄງການ,ສືບຕໍ່ສ້າງບ້ານພົ້ນທຸກໃຫ້ໄດ້ 2 ບ້ານ ແລະ ສ້າງບ້ານພັດທະນາໃຫ້ໄດ້ 11 ບ້ານ, ສ້າງຄອບຄົວພົ້ນທຸກໃຫ້ໄດ້ 251 ຄອບຄົວ ແລະ ຄອບຄົວພັດທະນາໃຫ້ໄດ້ 722 ຄອບຄົວ, ສ້າງບ້ານໃຫຍ່ໃຫ້ກາຍເປັນຕົວເມືອງໃນຊົນນະບົດ 1 ຈຸດ ຄື: ບ້ານປາກມອງ, ສືບຕໍ່ຈັດສັນເຕົ້າໂຮມບ້ານກິ່ວຈະລິໜ່ວຍລາວວາໃຫ້ມາຕັ້ງຕາມແຜນຂອງເມືອງ, ປະກາດບ້ານນໍ້າຖ້ວມໃຕ້ເປັນຕົວເມືອງນ້ອຍໃນຊົນນະບົດ ແລະ ປະກາດເມືອງນໍ້າບາກເປັນເມືອງພົ້ນທຸກ. ຂ່າວ: ຕະວິນຍານ