ກອງປະຊຸມຄະນະກໍາມະການແຮງງານແຫ່ງຊາດຄັ້ງທີ II ຈັດຂຶ້ນໃນວັນທີ 24 ກໍລະກົດ ນີ້ຢູ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໂດຍການເປັນປະທານຂອງ ທ່ານ ນາງ ໃບຄໍາ ຂັດທິຍະລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມປະທານຄະນະກໍາມະການແຮງງານແຫ່ງຊາດ, ມີ ທ່ານ ເລັດ ໄຊຍະພອນ ປະທານຄະນະບໍລິຫານງານ ສູນກາງສະຫະພັນກຳມະບານລາວ, ທ່ານ ໄຊບັນດິດ ຣາຊະພົນ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ມີຕາງໜ້າຜູ້ໃຊ້ແຮງງານ ແລະພາດສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ເພື່ອປຶກສາຫາລື ແລະ ເປັນເອກະພາບ ກ່ຽວກັບການກຳນົດຄ່າແຮງງານຂັ້ນຕໍ່າສຸດສໍາລັບ ຜູ້ອອກແຮງງານທີ່ເຮັດວຽກໃນຫົວໜ່ວຍທຸລະກິດ, ການຜະລິດ ແລະ ການບໍລິການ.
ທ່ານ ນາງ ໃບຄໍາ ຂັດທິຍະ ໄດ້ມີຄຳເຫັນວ່າ: ໄລຍະທີ່ຜ່ານມາ ພວກເຮົາໄດ້ມີການປັບປຸງລະ ດັບຄ່າແຮງງານຂັ້ນຕ່ຳມາແລ້ວ 10 ຄັ້ງ ຊຶ່ງເລີ່ມແຕ່ປີ 1991 ແລະ ຄັ້ງຫຼ້າສຸດແມ່ນປີ 2023 ໂດຍໄດ້ກໍານົດໃນລະດັບ 1.600.000 ກີບ/ຄົນ/ເດືອນ ແລະ ມາຮອດປັດຈຸບັນ, ເຫັນວ່າ ຄ່າແຮງງານຂັ້ນຕໍ່າທີ່ໄດ້ກຳນົດໄວ້ໃນຈໍານວນດັ່ງກ່າວນັ້ນ ແມ່ນບໍ່ສົມຄູ່ກັບຄ່າຄອງຊີບຂອງຜູ້ອອກແຮງງານໃນປັດຈຸບັນ. ສະນັ້ນ, ຜ່ານມາ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ລົງເກັບກຳຂໍ້ມູນພື້ນຖານ ຈໍານວນໜຶ່ງ ດ້ານຄ່າແຮງງານ ແລະ ຄ່າຄອງຊີບຂອງຜູ້ອອກແຮງງານ ໃນທ້າຍປີ 2023 ຢູ່ນະຄອນຫຼວງວຽງຈັນ ໃນສາມຂົງເຂດຄື: ຂົງເຂດອຸດສາຫະກໍາ, ບໍລິການ ແລະ ກະສິກໍາ ຈາກກຸ່ມຕົວຢ່າງ 27 ຫົວໜ່ວຍແຮງງານ ເຫັນໄດ້ວ່າ ເງິນເດືອນ ຫຼື ຄ່າແຮງງານສະເລ່ຍຂອງຜູ້ອອກແຮງງານທີ່ໄດ້ຮັບ ແມ່ນ 2.849.383 ກີບ/ຄົນ/ເດືອນ ແລະ ເຫັນໄດ້ວ່າ ຄ່າໃຊ້ຈ່າຍສະເລ່ຍຂອງຜູ້ອອກແຮງງານໃນໜຶ່ງເດືອນ ຈຳນວນ 3.357.956 ກີບ/ເດືອນ, ເງິນເດືອນ ຫຼື ຄ່າແຮງງານທີ່ຜູ້ອອກແຮງງານຕ້ອງການ ສະເລ່ຍປະມານ 4.191.504 ກີບ/ເດືອນ. ພ້ອມກັນນີ້ກະຊວງ ຮສສ ຍັງໄດ້ຄົ້ນຄວ້າໃນເບື້ອງຕົ້ນອີກຫຼາຍວິທີ ຕິດພັນກັບການປັບປຸງຄ່າແຮງງານຂັ້ນຕໍ່າຂອງຜູ້ອອກແຮງງານ ເປັນຕົ້ນຄິດໄລ່ຈາກການສົມທຽບກັບດັດສະນີລາຄາຜູ້ບໍລິໂພກ(CPI), ຍອດລວມຜະລິດຕະພັນພາຍໃນ(GDP), ອັດຕາເງິນເຟີ້, ອັດຕາແລກປ່ຽນເງິນກີບກັບເງິນຕາຕ່າງປະເທດ. ຄຽງຄູ່ກັນນີ້, ກໍຍັງໄດ້ຈັດກອງປະຊຸມກອງເລຂາຄະນະກຳມະການແຮງງານແຫ່ງຊາດ ແລະ ກອງປະຊຸມຮ່ວມກັບພາກລັດ ເພື່ອປຶກສາຫາລືຮ່ວມກັນ ກຳນົດຄ່າແຮງງານຂັ້ນຕ່ຳສຸດ ໃນໄລຍະຜ່ານມາ.
ການຄົ້ນຄວ້າ ແລະ ການກໍານົດຄ່າແຮງງານຂັ້ນຕໍ່າສຸດ ແມ່ນມີຄວາມສໍາຄັນ ແລະ ຈໍາເປັນທີ່ສຸດສໍາລັບຜູ້ອອກແຮງງານທີ່ບໍ່ມີສີມືໃນໄລຍະນີ້ ເພາະໃນເງື່ອນໄຂທີ່ສະພາບຂອງ ພາກພື້ນ ແລະ ພາຍໃນປະເທດຍັງມີສິ່ງທ້າທາຍຫຼາຍປະການ ໂດຍສະເພາະແມ່ນ ບັນຫາເສດຖະກິດ-ການເງິນ, ຄວາມບໍ່ໝັ້ນທ່ຽງຂອງລາຄານໍ້າມັນເຊື້ອໄຟ, ການເໜັງຕີງຂອງລາຄາສິນຄ້າອຸປະໂພກ-ບໍລິໂພກທີ່ສູງຂຶ້ນ, ໄພເງິນເຟີ້, ເງິນກີບອ່ອນຄ່າ ແລະ ອື່ນໆ ຊຶ່ງໄດ້ສົ່ງຜົນກະທົບທາງລົບຕໍ່ເສດຖະກິດ ໂດຍສະເພາະຕໍ່ກັບຜູ້ອອກແຮງງານ ທີ່ຜະເຊີນກັບຄວາມຫຍຸ້ງຍາກບໍ່ໜ້ອຍ ເຮັດໃຫ້ແຮງງານບໍ່ເຂົ້າສູ່ຕຳແໜ່ງງານພາຍໃນ ເນື່ອງຈາກບັນຫາຄ່າແຮງງານບໍ່ສົມຄູ່ກັບຄ່າຄອງຊີບໃນປັດຈຸບັນ, ລວມເຖິງບັນຫາສະພາບແວດລ້ອມ ແລະ ສະຫວັດດີການແຮງງານໃນສະຖານທີ່ເຮັດວຽກ ຍັງບໍ່ເປັນແຮງຈູງໃຈໃຫ້ກັບແຮງງານ. ບັນຫາເຫຼົ່ານີ້ ແມ່ນເປັນບັນຫາທີ່ຮີບດ່ວນ ແລະ ສໍາຄັນ ທີ່ອົງການສາມຝ່າຍ ປະກອບມີ: ຮສສ, ກຳມະບານ ແລະ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ຈຳເປັນຕ້ອງໄດ້ຮ່ວມກັນປຶກສາຫາລືກັນ ເພື່ອປັບປຸງ ແລະ ແກ້ໄຂ ໂດຍສະເພາະບັນຫາຄ່າແຮງງານຂັ້ນຕໍ່າ ຂອງຜູ້ອອກແຮງງານໃຫ້ສອດຄ່ອງກັບສະພາບ ເງື່ອນໄຂດ້ານເສດຖະກິດ ໃນແຕ່ລະໄລຍະ.
ໂອກາດນີ້, ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ປະກອບຄຳຄິດເຫັນ ດ້ວຍເຫດດ້ວຍຜົນ ເພື່ອເຮັດໃຫ້ການປັບປຸງຄ່າແຮງງານຂັ້ນຕໍ່າສຸດຂອງຜູ້ອອກແຮງງານ ສອດຄ່ອງກັບສະພາບເງື່ອນໄຂຕົວຈິງ, ພ້ອມທັງຄະນະນໍາຂອງສາມຝ່າຍ ຈະເປັນເອກະພາບກັນ ແລະ ພິຈາລະນາຮັບຮອງການປັບປຸງຄ່າແຮງງານຂັ້ນຕໍ່າສຸດ ແລະ ສາມາດນຳໄປສູ່ການຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ ແລະ ເພື່ອໃຫ້ເກີດຜົນປະໂຫຍດໃຫ້ແກ່ ສາມຝ່າຍ ທັງຜູ້ອອກແຮງງານ, ຜູ້ໃຊ້ແຮງງານ ແລະ ຜົນປະໂຫຍດລວມຂອງລັດ. ຫຼັງຈາກທີ່ການນໍາສາມຝ່າຍຮັບຮອງແລ້ວ ຈະໄດ້ນຳສະເໜີ ສໍານັກງານນາຍົກລັດຖະມົນຕີ ພິຈາລະນາຕໍ່ໄປ.
ຂ່າວ: ຂປລ