ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 22 ກໍລະກົດ ຜ່ານມາ, ທ່ານ ເອັມມານູເອວ ມາຄຣົງ ປະທານາທິບໍດີ ຝຣັ່ງ ໃຫ້ຮູ້ວ່າ: ປະເທດເຈົ້າພາບ ພ້ອມແລ້ວທີ່ຈະຈັດພິທີເປີດງານມະຫະກຳກິລາ ໂອແລັມປີກ ປາຣີ 2024 (Olympic Paris 2024).
ກ່າວຄຳເຫັນໃນເວລາມາຢ້ຽມຢາມບ້ານພັກນັກກິລາໂອແລັມປີກ 2024,ທີ່ພັກສຳລັບບັນດາຄະນະນັກກິລາທີ່ມາຈາກທຸກປະເທດໃນໂລກ ເພື່ອເຂົ້າຮ່ວມງານກິລາໂອແລັມປີກ ແລະ ພາລາແລັມປີກ 2024, ທ່ານ ເອັມມານູເອວ ມາຄຣົງ ຢືນຢັນວ່າ: ຝຣັ່ງ ພ້ອມແລ້ວໃນການຈັດການແຂ່ງຂັນກິລາລະດັບໂລກນີ້ ແລະ ຮັບປະກັນດ້ານຄວາມປອດໄພໃນຕະຫຼອດໄລຍະການຈັດງານມະຫະກຳກິລາ.
ຄາດວ່າຈະມີນັກກິລາປະມານ 10.500 ຄົນ ຈາກ 206 ຄະນະ/ປະເທດ/ເຂດແຄ້ວນ ເຂົ້າຮ່ວມການແຂ່ງຂັນກິລາໂອແລັມປີກ ທີ່ຈະຈັດຂຶ້ນແຕ່ວັນທີ 26 ກໍລະກົດ-ວັນທີ 11 ສິງຫາ ແລະ ມີຫຼາຍກວ່າ 30 ລາຍການ ທີ່ຈະຖືກຈັດຂຶ້ນໃນ 19 ວັນຂອງງານມະຫະກຳກິລານີ້, ຄາດວ່າຈະດຶງດູດຜູ້ຊົມປະມານ 10 ລ້ານຄົນ. ໂດຍມີຫຼຽນລາງວັນ 500 ກວ່າຫຼຽນໄດ້ກະກຽມໃຫ້ແກ່ງານມະຫະກຳການແຂ່ງຂັນກິລາທີ່ໃຫຍ່ທີ່ສຸດໃນໂລກຄັ້ງນີ້.