ໃນຕອນເຊົ້າທີ 25 ກໍລະກົດ ນີ້ ທີ່ສະຖານເອກອັກຄະລັດຖະທູດຫວຽດນາມປະຈຳນະຄອນຫຼວງວຽງຈັນ, ການນໍາຂັ້ນສູງ ພັກ-ລັດ ແຫ່ງ ສປປ ລາວ ໄດ້ເຂົ້າວາງພວງມາລາ ແລະ ເຊັນປຶ້ມໄວ້ອາໄລ ຕໍ່ການຈາກໄປ ຂອງສະຫາຍ ຫງວຽນຝູຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ຕ່າງໜ້າຄະນະບໍລິຫານງານສູນກາງພັກ ປປ ລາວ ນຳໂດຍ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ, ຕາງໜ້າລັດຖະບານ ແຫ່ງ ສປປ ລາວ ນຳໂດຍ ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ, ຕາງໜ້າສະພາແຫ່ງຊາດນຳໂດຍ ສະຫາຍ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ, ນອກນັ້ນຍັງມີບັນດາກະຊວງ-ອົງການປົກຄອງນະຄອນຫຼວງວຽງຈັນ-ອົງການຈັດຕັ້ງພາຍໃນແລະຕ່າງປະເທດ,ເຂົ້າວາງພວງມາລາ
ສະຫາຍ ບຸນທອງ ຈິດມະນີ ໄດ້ເຊັນປຶ້ມໄວ້ອາໄລ ໂດຍມີເນື້ອໃນດັ່ງນີ້: ຕາງໜ້າຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ ຂໍສະແດງຄວາມໂສກເສົ້າເສຍໃຈຢ່າງສຸດຊຶ້ງ ຕໍ່ການຈາກໄປ ຂອງສະຫາຍ ຫງວຽນຝູຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໃນວັນທີ 19 ກໍລະກົດ 2024 ຜ່ານມາ. ພັກ, ລັດ, ປະຊາຊົນລາວ ຂໍຈົດຈໍາບຸນຄຸນ ການປະກອບສ່ວນອັນໃຫຍ່ຫຼວງ, ລໍ້າຄ່າ ຂອງສະຫາຍ ຫງວຽນຝູຈ້ອງ ຕໍ່ການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ຂອງສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວຕະຫຼອດມາ.
ໃນເວລາເສົ້າໂສກເສຍດາຍນີ້ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ຂໍສະແດງຄວາມອາໄລອາວອນຢ່າງສຸດຊຶ້ງ ແລະ ຂໍແບ່ງເບົາຄວາມທຸກໂສກດັ່ງກ່າວ ມາຍັງ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ສະພາແຫ່ງຊາດ, ລັດຖະບານແນວໂຮມປະເທດຊາດ ແລະ ປະຊາຊົນຫວຽດນາມ ອ້າຍ, ນ້ອງ ກໍຄື ຄອບຄົວ, ຍາດຕິພີ່ນ້ອງ ຂອງສະຫາຍ ຫງວຽດຝູຈ້ອງ ມານະໂອກາດນີ້ດ້ວຍ.
ພວກຂ້າພະເຈົ້າເຊື່ອໝັ້ນວ່າ ພະລັງແຮງອັນແກ່ນກ້າ ໃຫ້ພັກ, ລັດ ແລະ ປະຊາຊົນຫວຽດນາມ ໃນການສືບຕໍ່ພາລະກິດ ສ້າງສາ ແລະ ພັດທະນາ ປະເທດຊາດ ໃຫ້ນັບມື້ນັບເຂັ້ມແຂງ,
ຂໍໃຫ້ດວງວິນຍານ ຂອງສະຫາຍ ຫງວຽດ ຟູ ຈ້ອງຈົ່ງໄປສູ່ສຸຄະຕິດ້ວຍ ຂ່າວ-ພາບ: ແສງຈັນ