ໃນຕອເຊົ້າຂອງວັນທີ 25 ກໍລະກົດ ນີ້ ທີ່ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຫວັງ ອີ້ ຫົວໜ້າຫ້ອງການຄະນະກໍາມະການກິດຈະການຕ່າງປະເທດສູນກາງພັກກອມມູນິດຈີນ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ພ້ອມດ້ວຍຄະນະ, ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນທີ່ກ່ຽວຂ້ອງ ໃນລະຫວ່າງວັນທີ 24-28 ກໍລະກົດ 2024.
ໃນໂອກາດນີ້, ສະຫາຍ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການເດີນທາງມາເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນທີ່ກ່ຽວຂ້ອງ ແລະ ຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນຄັ້ງນີ້, ພ້ອມທັງໄດ້ສະແດງຄວາມຍິນດີ ທີ່ຈະໄດ້ຕ້ອນຮັບ ສະຫາຍ ຫຼີ ສຽງ ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ທີ່ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງມາເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ໃນເດືອນຕຸລາ 2024 ແລະ ຖືໂອກາດດັ່ງກ່າວຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ຊຶ່ງຈະເປັນການປະກອບສ່ວນອັນສໍາຄັນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ການເປັນຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນຍົງຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ. ໃນໂອກາດດັ່ງກ່າວ, ສະຫາຍ ນາຍົກລດຖະມົນຕີ ແຫ່ງ ສປປ ລາວ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ ຜົນສຳເລັດຂອງການດໍາເນີນກອງປະຊຸມຄົບຄະນະ ຄັ້ງທີ 3 ສະໄໝທີ 20 ຂອງຄະນະກໍາມະການສູນກາງພັກກອມມູນິດຈີນ ທີ່ໄດ້ອັດລົງດ້ວຍຜົນສໍາເລັດອັນຈົບງາມ ໃນອາທິດທີ່ຜ່ານມາ, ໂດຍສະເພາະ ໃນປີ 2024 ນີ້ ເປັນປີແຫ່ງການສະຖາປະນາ ສປ ຈີນ ຄົບຮອບ 75 ປີ. ນອກຈາກນັ້ນ, ໄດ້ສະແດງຄວາມຍິນດີຕໍ່ຜົນສໍາເລັດ ໃນການຈັດຕັ້ງຜັນຂະຫຍາຍ ຜົນຂອງການຕົກລົງເປັນເອກະພາບກັນຂອງການນໍາຂັ້ນສູງຂອງ ສອງປະເທດ ໃນໄລຍະຜ່ານມາ, ພ້ອມທັງໄດ້ຕາງໜ້າລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈ ຕໍ່ການຊ່ວຍເຫຼືອອັນລໍ້າຄ່າ ແລະ ປະກອບສ່ວນອັນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງລາວ ກໍຄື ການສະໜັບສະໜູນ ການເປັນປະທານໝູນວຽນອາຊຽນຂອງ ສປປ ລາວ ໃນປີ 2024 ນີ້. ນອກຈາກນັ້ນ, ສະຫາຍນາຍົກລັດຖະມົນຕີ ຍັງໄດ້ສະເໜີເນັ້ນໜັກບາງຈຸດ ກ່ຽວກັບການຊຸກຍູ້ເສີມຂະຫຍາຍການພົວພັນຮ່ວມມືໃນຕໍ່ໜ້າ ໂດຍສະເພາະ ການເລັ່ງລັດຈັດຕັ້ງປະຕິບັດບັນດາໂຄງການຮ່ວມມື ແລະ ການສ້າງສິ່ງອໍານວຍຄວາມສະດວກ ໃຫ້ແກ່ການດໍາເນີນໂຄງການລົດໄຟ ລະຫວ່າງ ປະເທດລາວ-ຈີນ, ການຂະຫຍາຍ ແລະ ການອໍານວຍຄວາມສະດວກໃຫ້ແກ່ການຜ່ານດ່ານທາງບົກ ບໍ່ເຕ່ນ-ບໍ່ຫານ, ການພັດທະນາບັນດາໂຄງການປິ່ນອ້ອມຕາມແລວທາງລົດໄຟລາວ-ຈີນ, ການຮ່ວມມືດ້ານເສດຖະກິດມະຫາພາກ, ຂົງເຂດພະລັງງານໄຟຟ້າ, ການຊຸກຍູ້ສົ່ງເສີມການທ່ອງທ່ຽວ ແລະ ການໄປມາຫາສູ່ກັນຂອງປະຊາຊົນ ໃຫ້ຫຼາຍຂຶ້ນ ໂດຍສະເພາະໃນປີທ່ອງທ່ຽວລາວ 2024 ຊຶ່ງລັດຖະບານລາວໄດ້ປະກາດຍົກເວັ້ນວີຊາໃຫ້ແກ່ພົນລະເມືອງຈີນ ທີ່ເດີນທາງເຂົ້າມາທ່ອງທ່ຽວ ຢູ່ ສປປ ລາວ ດ້ວຍຮູບແບບກຸ່ມນັກທ່ອງທ່ຽວ ນັບແຕ່ວັນທີ 1 ກໍລະກົດ 2024 ເປັນຕົ້ນມາ.
ໃນໂອກາດດຽວກັນ, ສະຫາຍ ຫວັງ ອີ້ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ຢືນຢັນວ່າ ຈະສືບຕໍ່ຜັນຂະຫຍາຍຂໍ້ຕົກລົງຂອງການນໍາຂັ້ນສູງຂອງສອງປະເທດ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດ ແລະ ມີໝາກຜົນ ໂດຍສະເພາະການຈັດຕັ້ງຜັນຂະຫຍາຍບັນດາເອກະສານສໍາຄັນທີ່ການນໍາຂັ້ນສູງສອງຝ່າຍໄດ້ເປັນສັກຂີພິຍານໃນການລົງນາມໃນໂອກາດຢ້ຽມຢາມລັດຖະກິດທີ່ ສປ ຈີນ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດຂອງການຮ່ວມມື “ໜຶ່ງແລວ ໜຶ່ງເສັ້ນທາງ” ໃນທ້າຍປີ 2023 ທີ່ຜ່ານມາ ແລະ ແຜນແມ່ບົດ ວ່າດ້ວຍ ການສ້າງຄູ່ຮ່ວມຊາຕາກໍາ ຈີນ-ລາວ, ລາວ-ຈີນ ສະບັບໃໝ່ ໄລຍະປີ 2024-2028 ໃຫ້ປະກົດຜົນເປັນຈິງ ເທື່ອລະກ້າວ.
ໃນໂອກາດດັ່ງກ່າວ, ສະຫາຍ ຫວັງ ອີ້ ຍັງໄດ້ລາຍງານໃຫ້ຊາບ ກ່ຽວກັບຜົນສໍາເລັດຂອງການດໍາເນີນກອງປະຊຸມຄົບຄະນະ ຄັ້ງທີ 3 ສະໄໝທີ 20 ຂອງຄະນະກໍາມະການສູນກາງພັກກອມມູນິດຈີນ ໂດຍໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສໍາຄັນຂອງການດໍາເນີນກອງປະຊຸມດັ່ງກ່າວ ແລະ ການຮັບຮອງເອົາບັນດາມະຕິທີ່ກອງປະຊຸມ ເພື່ອ ແນ່ໃສ່ການປະຕິຮູບຢ່າງຮອບດ້ານ ແລະ ການຫັນເປັນທັນສະໄໝແບບຈີນ.
(ຂ່າວ: ກະຊວງການຕ່າງປະເທດ, ພາບ: ສໍານານ)