ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ເກີດວັນທີ 14 ເມສາ 1944; ບ້ານເກີດ: ຕາແສງ ດົງໂຮ້ຍ, ເມືອງດົງແອັງ, ນະຄອນຮ່າໂນ້ຍ. ອາໄສຢູ່ເຮືອນເລກທີ 5, ຖະໜົນທ່ຽນກວາງ, ຕາແສງຫງວຽນຢູ, ເມືອງຮາຍບ່າຈຶງ, ນະຄອນຮ່າໂນ້ຍ
ໄດ້ເລີ່ມປະຕິບັດວຽກງານແຕ່ປີ 1967; ເຂົ້າເປັນສະມາຊິກພັກກອມມູນິດ ຫວຽດນາມ, ໃນວັນທີ 19 ທັນວາ 1967.
ເດືອນ 12/1976 ທ່ານ ເປັນພະນັກງານ ຫ້ອງການເອກະສານ ວາລະສານຮ່ຳຮຽນ (ປັດຈຸບັນ ແມ່ນວາລະສານ ກອມມູນິດ).
ເດືອນ 8/1968-8/1973: ທ່ານ ເປັນບັນນາທິການໃຫຍ່ ວາລະສານ ກອມມູນິດ.
ເດືອນ 9/1973-7/1983: ທ່ານ ຮຽນຢູ່ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ; ຕໍ່ປະລິນຍາເອກ ຢູ່ສະຖາບັນດິດ ວິທະຍາສາດ ສັງຄົມຣັດເຊຍ.
ເດືອນ 9/1987-8/1996: ທ່ານ ເປັນເລຂາຄະນະພັກ ອົງການວາລະສານກອມມູນິດ; ຮອງຫົວໜ້າບັນດາທິການໃຫຍ່ ວາລະສານ ກອມມູນິດ; ຫົວໜ້າບັນນາທິການໃຫຍ່ ວາລະສານກອມມູນິດ.
ເດືອນ 1/1994: ທ່ານ ໄດ້ຮັບການເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກ ທີ່ກອງປະຊຸມ ຜູ້ແທນທົ່ວປະເທດ ກາງສະໄໝ ຊຸດທີ VII. ກຳມະການ ຄະນະບໍລິຫານງານ ສູນກາງພັກ ຊຸດທີ VII, VIII, IX, X, XI, XII, XIII;
ເດືອນ 12/1997: ໃນກອງປະຊຸມຄັ້ງທີ 4 ຄະນະບໍລິຫານງານສູນກາງພັກ ຊຸດທີ VIII ທ່ານ ໄດ້ຮັບການເລືອກຕັ້ງ ເຂົ້າກົມການເມືອງ. ກຳມະການກົມການເມືອງ ຊຸດທີ VIII, IX, X, XI, XII, XIII.
ເດືອນ 8/1999-4/2001: ທ່ານ ເຂົ້າຮ່ວມຄະນະປະຈຳກົມການເມືອງ, ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ.
ເດືອນ 1/2000-6-2006: ທ່ານ ເປັນເລຂາຄະນະພັກນະຄອນຮ່າໂນ້ຍ ຊຸດທີ XII, XIII, XIV.
ເດືອນ 5/2002-ປັດຈຸບັນ: ທ່ານ ເປັນ ສສຊ ຊຸດທີ XI, XII, XIII, XIV, XV.
ເດືອນ 6/2006-7/2011: ທ່ານ ເປັນປະທານ ສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ຊຸດທີ XI, XII.
ເດືອນ 1/2011-ປັດຈຸບັນ: ທ່ານ ເປັນເລຂາທິການໃຫຍູ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XI, XII, XIII; ເລຂາອົງຄະນະພັກ ກອງທັບສູນກາງ.
ເດືອນ 2/2013-ປັດຈຸບັນ: ຫົວໜ້າ ຄະນະຊີ້ນຳ ສູນກາງ ກ່ຽວກັບການປ້ອງກັນ, ຕ້ານການສໍ້ຫຼາດ ບັງຫຼວງ, ປະກົດການຫຍໍ້ທໍ້.
ເດືອນ 8/2016-ປັດຈຸບັນ: ກຳມະການ ຄະນະປະຈຳ ຄະນະພັກ ຕຳຫຼວດສູນກາງ ໄລຍະ 2015-2020 ແລະ 2020-2025.
ເດືອນ 10-2018-4/2021: ເລຂາທິການໃຫ່ຍ, ປະທານ ປະເທດ ສສ ຫວຽດນາມ ໄລຍະ 2016-2021; ປະທານສະພາ ປ້ອງກັນຊາດ ແລະ ປ້ອງກັນ ຄວາມສະຫງົບ;
ເດືອນ 4-2021-ປັດຈຸບັນ: ທ່ານ ເປັນເລຂາທິການໃຫ່ຍ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ເລຂາອົງຄະນະພັກ ກອງທັບສູນກາງ ກຳມະການຄະນະປະຈຳ ຄະນະພັກຕຳຫຼວດສູນກາງ. ຫົວໜ້າຄະນະຊີ້ນຳ ສູນກາງ ກ່ຽວກັບ ການປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ, ສິ່ງຫຍໍ້ທໍ້. ຍ້ອນມີຫຼາຍຜົນງານ ອັນໃຫ່ຍຫຼວງ ແລະ ດີເລີດ ຕໍ່ພາລະກິດການປະຕິວັດຂອງພັກ ແລະ ຂອງຊາດ, ທ່ານ ເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຮັບຫຼຽນໄຊດາວຄຳ ຈາກພັກ ແລະ ລັດ, ຫຼຽນກາ 55 ປີ ອາຍຸພັກ ແລະ ຫຼາຍຫຼຽນໄຊ, ຫຼຽນກາ ອັນສູງສົ່ງອື່ນໆ ຂອງ ສສ ຫວຽດນາມ ແລະ ສາກົນ. “ຫຼຽນໄຊຄຳແຫ່ງຊາດ”ຂອງທ່ານ ປະທານເທດ ແຫ່ງ ສປປ ລາວ; “ຫຼຽນໄຊມິດຕະພາບ” ຂອງພັກ ແລະ ລັດ ສປ ຈີນ; “ລາງວັນ ເລນິນ” ອັນສູງສົ່ງທີ່ສຸດຂອງຄະນະບໍລິຫານງານສູນກາງພັກກອມມູນິດ ຣັດເຊຍ; “ຫຼຽນໄຊ José Marti” ຂອງພັກ, ລັດ ກູບາ ແລະ ຫຼາຍນາມມະຍົດ ອັນສູງສົ່ງອື່ນໆອີກ.