ຂ່າວຕ່າງປະເທດລາຍງານ ໃນວັນທີ 24 ກໍລະກົດ ຜ່ານມາ, ຫ້ອງການບໍລິການເຝົ້າຕິດຕາມການປ່ຽນແປງສະພາບດິນຟ້າອາກາດ ໂຄເປີນິຄັສ (C3S) ຂອງສະຫະພາບເອີຣົບ ລາຍງານວ່າ: ໂລກປະເຊີນກັບມື້ທີ່ອາກາດອົບອຸ່ນທີ່ສຸດ ໃນວັນທີ 21 ກໍລະກົດ ຜ່ານມາ ຢູ່ທີ່ 17,09 ອົງສາ ຊຶ່ງນັບເປັນອຸນຫະພູມລາຍວັນສະເລ່ຍທົ່ວໂລກທີ່ສູງທີ່ສຸດຢ່າງນ້ອຍຕັ້ງແຕ່ 1940 ໂດຍລື່ນກາຍສະຖິຕິເດີມເລັກນ້ອຍ ທີ່ 17,08 ອົງສາ ໃນວັນທີ 6 ກໍລະກົດ ປີທີ່ແລ້ວ.
ລາຍງານລະບຸວ່າ: ກ່ອນເດືອນກໍລະກົດ 2023 ອຸນຫະພູມລາຍວັນສະເລ່ຍສູງສຸດຄັ້ງກ່ອນກົງກັບວັນທີ 13 ສິງຫາ 2016 ຊຶ່ງຢູ່ທີ່ 16,8 ອົງສາ ໂດຍໂລກປະເຊີນກັບມື້ທີ່ມີອຸນຫະພູມສູງລື່ນກາຍສະຖິຕິນີ້ເຖິງ 57 ມື້ ໃນໄລຍະ 13 ເດືອນທີ່ຜ່ານມາ.
ທ່ານ ຄາໂລ ບູອອນເທມໂປ ຜູ້ອຳນວຍການຫ້ອງການດັ່ງກ່າວ ກ່າວວ່າ: ຄວາມແຕກຕ່າງລະຫວ່າງອຸນຫະພູມໃນໄລຍະ 13 ເດືອນທີ່ຜ່ານມາ ແລະ ສະຖິຕິກ່ອນໜ້ານີ້ເປັນເລື່ອງທີ່ໜ້າຕົກໃຈ ເນື່ອງຈາກເປັນສິ່ງທີ່ເຮົາບໍ່ເຄີຍປະສົບມາກ່ອນ ແຕ່ເຮົາອາດໄດ້ເຫັນການທຳລາຍສະຖິຕິໃໝ່ໃນອີກບໍ່ເທົ່າໃດເດືອນ ແລະ ປີຂ້າງໜ້າ ຂະນະທີ່ສະພາບອາກາດອົບອຸ່ນຂຶ້ນຢ່າງຕໍ່ເນື່ອງ.
ລາຍງານເປີດເຜີຍວ່າ: ປີ 2003 ໄດ້ຮັບການຢືນຢັນວ່າເປັນປີທີ່ມີອາກາດອົບອຸ່ນຫຼາຍທີ່ສຸດ, ແຕ່ວ່າ ປີ 2024 ມີທ່າອ່ຽງຈະເປັນປີທີ່ມີອາກາດອົບອຸ່ນຫຼາຍກວ່າປີ 2023 ເຖິງແມ່ນວ່າຍັງໄວເກີນໄປທີ່ຈະຄາດຄະເນໂຕເລກແນ່ນອນ.
ອີກຢ່າງໜຶ່ງ, ປັດຈຸບັນຄື້ນຄວາມຮ້ອນໄດ້ແຜ່ປົກຄຸມຫຼາຍພື້ນທີ່ຂອງສະຫະລັດອາເມຣິກາ, ເອີຣົບ ແລະ ອາຊີ ໃນໄລຍະເດືອນທີ່ຜ່ານມາ ຊຶ່ງເພີ່ມຄວາມສ່ຽງດ້ານສຸຂະພາບ ແລະ ເຫດໄຟໄໝ້.