ທ່ານ ເກຍ ອູ໊ສິດທິເດດ ແລະທ່ານ ສາຍສະໝອນ ກວານເມືອງຈັນ ເຈົ້າຂອງໂຄງການຮ່ວມໃຈສາຍໃຍໂລມາຄຳ ໄດ້ສືບຕໍ່ໃຫ້ການສະໜັບສະໜູນທຶນການສຶກສາຈຳນວນ 100 ລ້ານກີບ ເພື່ອປະກອບສ່ວນເຂົ້າໃນວຽກງານການສຶກສາຂອງແຂວງສະຫວັນນະເຂດໃນວັນທີ 15 ສິງຫາຜ່ານມາທີ່ຫ້ອງວ່າການແຂວງຕາງໜ້າມອບຂອງທ່ານ ສາຍສະໝອນ ກວານເມືອງຈັນ ນັກພັດທະນາດີເດັ່ນແຫ່ງຊາດ ແລະໃຫ້ກຽດຮັບໂດຍທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ.
ໂອກາດນີ້, ທ່ານເຈົ້າແຂວງໄດ້ກ່າວສະແດງຄວາມຂອບໃຈ ແລະຍ້ອງຍໍຊົມເຊີຍຕໍ່ການປະກອບສ່ວນທຶນຮອນຂອງທ່ານ ສາຍສະໝອນ ກວານເມືອງຈັນ ແລະທ່ານ ເກຍ ອູ໊ສິດທິເດດ ທີ່ມອບໃນນາມໂຄງການຮ່ວມໃຈສາຍໃຍໂລມາຄຳ. ພ້ອມນີ້, ທ່ານເຈົ້າແຂວງຍັງໄດ້ຍົກໃຫ້ເຫັນເຖິງວຽກງານການສຶກສາຂອງແຂວງ ຊຶ່ງມີຄວາມຫຍຸ້ງຍາກຫຼາຍດ້ານ ແລະປັດຈຸບັນກຳລັງກະກຽມສູ່ການເປີດສົກຮຽນໃໝ່ຊຶ່ງນັກຮຽນໃນຫຼາຍໆເຂດໂດຍສະເພາະເຂດຫ່າງໄກສອກຫຼີກ ບາງບ່ອນຍັງບໍ່ມີເຄື່ອງນຸ່ງ. ດັ່ງນັ້ນ, ທາງແຂວງຈຶ່ງໄດ້ລະດົມກຳລັງແຮງຈາກສັງຄົມເພື່ອນຳໄປຊ່ວຍລູກຫຼານນັກຮຽນ ໂດຍສະເພາະແມ່ນເຄື່ອງນຸ່ງນັກຮຽນ ລວມເຖິງອຸປະກອນການສຶກສາຈຳນວນວນໜຶ່ງ.
ໃນວັນດຽວກັນນີ້, ທີ່ຫ້ອງປະຊຸມພະແນກຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວແຂວງໂຄງການຮ່ວມໃຈສາຍໃຍໂລມາຄຳ ຍັງໄດ້ມອບເງິນສະໜັບສະໜູນຊື້ເຄື່ອງດົນຕີພື້ນເມືອງລາວ ແລະເພີ່ມຊຸດຝຶກອົບຮົມໃຫ້ແກ່ສະມາຄົມສິລະປິນລາວສາຂາແຂວງເພື່ອເປັນການສົ່ງເສີມສິລະປະດົນຕີພື້ນເມືອງລາວຂອງແຂວງໃຫ້ໄດ້ຮັບການເສີມຂະຫຍາຍ ແລະປົກປັກຮັກສາໃຫ້ຢູ່ກັບລູກຫຼານຕະຫຼອດໄປ.
ຂ່າວ-ພາບ: ສະຫວັນນະເຂດ