ໂຮງຮຽນມັດທະຍົມຕອນຕົ້ນເອກະພາບ ສະມາຄົມຄົນເຊື້ອຊາດຫວຽດນາມແຂວງຄຳມ່ວນ
ທ່ານ ວັນໄຊ ພອງສະ ຫວັນ ເຈົ້າແຂວງຄໍາມ່ວນ ພ້ອມຄະນະໄດ້ລົງຕິດຕາມກວດກາໂຄງ ການກໍ່ສ້າງໂຮງຮຽນມັດ ທະຍົມຕອນຕົ້ນເອກະພາບສະມາຄົມຄົນເຊື້ອຊາດຫວຽດນາມແຂວງຄຳມ່ວນ ໃນວັນທີ 19 ສິງຫາ ຜ່ານມາ ທີ່ເມືອງທ່າແຂກ ຊຶ່ງໂຄງ ການດັ່ງກ່າວໄດ້ຮັບການຊ່ວຍເຫຼືອຈາກແຂວງກວາງບິ່ງ ສສ ຫວຽດ ນາມ ມອບເປັນຂອງ ຂວັນໃຫ້ກັບສະມາຄົມຫວຽດນາມທີ່ແຂວງຄໍາມ່ວນ ເປັນໂຄງການທີ່ມີຄວາມໝາຍຄວາມສຳຄັນທີ່ສຸດໃນການພັດ ທະນາດ້ານການສຶກສາ ໂດຍສະເພາະການຍົກລະດັບການສຶກສາໃນຂັ້ນປະຖົມໃຫ້ກາຍເປັນລະດັບມັດທະຍົມຕົ້ນ ເຊື່ອມຕໍ່ຈາກໂຮງຮຽນປະຖົມເອກະພາບຢູ່ບ້ານສົມສະອາດ ເມືອງທ່າແຂກ. ໂຮງຮຽນ ແຫ່ງນີ້ບໍ່ພຽງແຕ່ເປັນບ່ອນຮໍ່າຮຽນຂອງນັກ ສຶກສາທີ່ເປັນລູກຫຼານລາວເຊື້ອສາຍຊາວຫວຽດນາມຢູ່ແຂວງຄໍາມ່ວນເທົ່ານັ້ນ ແຕ່ຍັງ ເປັນລູກຫຼານຂອງຊົນເຜົ່າລາວ. ເວົ້າສະເພາະນັກຮຽນເມືອງທ່າແຂກ ເພື່ອສະແດງໃຫ້ເຫັນຄວາມສາມັກຄີແບບພິເສດການຮ່ວມມືຮອບດ້ານ ແລະ ໜັ້ນຄົງ ລະຫວ່າງ 2 ແຂວງຄໍາມ່ວນ-ກວາງບິ່ງ. ໂຮງຮຽນດັ່ງກ່າວເປັນອາ ຄານ 3 ຊັ້ນ, ມີ 18 ຫ້ອງຮຽນ, ມີຫ້ອງປະຊູມຄູ, ຫ້ອງປະຖົມພະ ຍາບານເບື້ອງຕົ້ນ, ຫ້ອງ ນໍ້າ, ບ່ອນຈອດລົດຖີບສໍາລັບນັກຮຽນ ແລະ ອື່ນໆ. ໂດຍໄດ້ເລີ່ມລົງມືກໍ່ສ້າງໃນເດືອນກໍລະກົດ 2023 ລວມມູນຄ່າການກໍ່ສ້າງທັງໝົດ 25 ຕື້ດົ້ງ ໃນເນື້ອທີ່ 3.613 ຕາແມັດ. ມາຮອດປັດຈຸບັນໄດ້ສຳເລັດການກໍ່ສ້າງ 100% ຄາດວ່າຈະ ມອບ-ຮັບ ແລະ ເປີດນຳໃຊ້ໃນໄວໆນີ້.
ຂ່າວ-ພາບ: ກອງຄຳ