ພິທີມອບແຜ່ນພິມ (Poster) ພະຍັນຊະນະລາວ ຈໍານວນ 5.000 ແຜ່ນ ມູນຄ່າ 25.500.000 ກີບໃຫ້ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ (ນວ) ຈາກບໍລິສັດ ບລູກຣາດສ ດີຊາຍ ກຣຸບ ຈຳກັດຜູ້ດຽວ ໄດ້ຈັດຂຶ້ນໃນວັນທີ 20 ສິງຫາ ນີ້ທີ່ພະແນກສຶກສາທິການ ແລະ ກິລາ ນວ.ໂດຍການກ່າວມອບຂອງ ທ່ານ ປຣະເສີດ ບັນຈົງພັກດີ ປະທານ ບໍລິສັດ ບລູກຣາດສ ດີຊາຍ ກຣຸບ ຈຳກັດຜູ້ດຽວ ພ້ອມດ້ວຍບັນດາບໍລິສັດ ທີ່ຮ່ວມໃຫ້ການສະໜັບສະໜູນການຈັດພິມ poster ກ່າວຮັບໂດຍທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ທ່ານ ປຣະເສີດ ບັນຈົງພັກດີ ໄດ້ກ່າວວ່າ: ຈຸດປະສົງຂອງການຈັດພິມ ເພື່ອປະກອບສ່ວນໃຫ້ສັງຄົມ ຕາມທິດທາງການພັດທະນາຂອງພັກ ແລະ ລັດຖະບານໃນການມີສ່ວນຮ່ວມເຂົ້າໃນການພັດທະນາດ້ານການສຶກສາຂອງຊາດ ກຸ່ມບໍລິສັດຂອງພວກເຮົາຈຶ່ງໄດ້ນໍາໃຊ້ຄວາມຊຳນານສະເພາະດ້ານຂອງຕົນເອງ ໂດຍສະເພາະແມ່ນການອອກແບບ ການແຕ້ມ ການເລືອກປະເພດເຈ້ຍ ແລະ ການຈັດພິມ ສ້າງສັນຜົນງານ ເພື່ອປະກອບສ່ວນໃຫ້ສັງຄົມ ສໍາລັບ poster ພະຍັນຊະນະລາວ ທີ່ໄດ້ຈັດພິມ 5.000 ແຜ່ນ ເພື່ອໄປແຈກຢາຍໃຫ້ນັກຮຽນອະນຸບານ ແລະ ປະຖົມ ໃນຂອບເຂດທົ່ວນະຄອນຫຼວງວຽງຈັນ ເພື່ອເປັນການສົ່ງເສີມການຮຽນຮູ້ພາສາລາວຕັ້ງແຕ່ເຍົາໄວ ໂດຍທີ່ມີຮູບພາບປະກອບທີ່ມີສັນສົດໃສ ສ້າງການຈື່ຈໍາ ແລະ ເສີມສ້າງພັດທະນາການຂອງເດັກນ້ອຍລາວ ໃຫ້ໄດ້ມ່ວນຊື່ນກັບການຮຽນຮູ້ພາສາລາວ.
ໂອກາດດັ່ງກ່າວ, ທ່ານ ສົມພອນ ສອນດາລາ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຍ້ອງຍໍຊົມເຊີຍຕໍ່ບໍລິສັດ ກໍຄືທຸກພາກສ່ວນທີ່ໄດ້ສະຫຼະເຫື່ອແຮງສະຕິປັນຍາ ແລະ ກຳລັງຊັບ ເຂົ້າໃນການສ້າງສັນເປັນສ່ວນໜຶ່ງໃນການພັດທະນາວຽກງານຂະແໜງການສຶກສາ ພາຍໃນນະຄອນຫຼວງວຽງຈັນ ເຮັດໃຫ້ລູກຫຼານນັກຮຽນໄດ້ມີວັດຖຸ ອຸປະກອນປະກອບເຂົ້າໃນການຮຽນຮູ້ ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຈະນຳໃຊ້ການປະກອບສ່ວນຄັ້ງນີ້ ໃຫ້ເກີດປະໂຫຍດສູງສຸດ ແລະ ຫວັງວ່າຈະໄດ້ຮັບການສືບຕໍ່ຊຸກຍູ້ຊ່ວຍເຫຼືອ ໃນໂອກາດຕໍ່ໄປ.
ຂ່າວ-ພາບ:ຍຸຸພິນທອງ