ສະໂມສອນ ດອກປີກໄກ່ ແລັບດອກ ຍາດໄດ້5 ຫຼຽນຄຳ, 3 ຫຼຽນເງິນ ແລະ 5,5 ຫຼຽນທອງ ເປັນທີ 1 ໃນລາຍການແຂ່ງຂັນກິລາດອກປີກໄກ່ ທົ່ວປະເທດ ຄັ້ງທີ 23 ປະຈຳປີ 2024 ຫຼື "BeerLao Badminton Championship 2024".
ພິທີປິດແຂ່ງຂັນລາຍການດັ່ງກ່າວ ຈັດໄດ້ຂຶ້ນໃນວັນທີ 25 ສິງຫາ ຜ່ານມາ ພາຍຫຼັງດຳເນີນການແຂ່ງຂັນມາແຕ່ວັນທີ 22 ສິງຫາ ທີ່ສະໂມສອນ ດອກປີກໄກ່ ເສດຖາ ນະຄອນຫຼວງວຽງຈັນ. ​ໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນໂດຍທ່ານ ບຸນເຫຼືອ ສິນໄຊວໍຣະວົງ ​ຮອງເຈົ້າແຂວງຫຼວງພະບາງ ທັງເປັນປະທານສະຫະພັນກິລາດອກປີກໄກ່ແຫ່ງຊາດລາວ, ທ່ານ ແສງພອນ ພົນອາມາດ ຫົວໜ້າກົມກິລາລະດັບສູງ ທັງເປັນ ຮອງປະທານ-ເລຂາທິການ ຄະນະກຳມະການກິລາໂອແລັມປິກແຫ່ງຊາດ (ຄອລ), ທ່ານ ສົມພູ ພົງສາ ຮອງປະທານ ຄອລ, ທ່ານ ຈັນສະໝອນ ຜ່ອງຈັນທາ ຜູ້ອຳນວຍການ ຝ່າຍການຕະຫຼາດ ແລະ ສິດທິປະໂຫຍດ ບໍລິສັດ ເບຍລາວ ຈຳກັດ ພ້ອມດ້ວຍບັນດາຄະນະບໍລິຫານງານສະຫະພັນກິລາດອກປີກໄກ່ແຫ່ງຊາດລາວ, ຄະນະນຳສະໂມສອນ ດອກປີກໄກ່ ທຸກໆສະໂມສອນ, ຄູຝຶກ, ຜູ້ຊ່ວຍຄູຝຶກ, ແພດ ແລະ ນັກກິລາ ໃນຂອບເຂດ ທົ່ວປະເທດ.
ການແຂ່ງຂັນ ກິລາດອກປີກໄກ່ ທົ່ວປະເທດ ຄັ້ງທີ 23 ມີການຊີງໄຊທັງໝົດ 17 ປະເພດ ມີນັກກິລາ 383 ທ່ານຍິງ 68 ຈາກ 34 ພາກສ່ວນ ຊຶ່ງມາຈາກນະຄອນຫຼວງວຽງຈັນ ແລະ ຕົວແທນຈາກ 9 ແຂວງ ຄື: ຈຳປາສັກ, ສະຫວັນນະເຂດ, ຄຳມ່ວນ, ບໍລິຄຳໄຊ, ໄຊຍະບູລີ, ຫຼວງພະບາງ, ອຸດົມໄຊ, ຫຼວງນ້ຳທາ ແລະ ແຂວງວຽງຈັນ ໂດຍໄດ້ຮັບການສະໜັບສະໜູນຫຼັກ ຈາກ ບໍລິສັດ ເບຍລາວ ຈຳກັດ ເກືອບ 400 ລ້ານກີບ.
ຜ່ານການແຂ່ງຂັນ ໃນໄລຍະ 4 ວັນ ຜົນປະກົດວ່າ: ສະໂມສອນ ດອກປີກໄກ່ ແລັບດອກ ຍາດໄດ້5 ຫຼຽນຄຳ, 3 ຫຼຽນເງິນ ແລະ 5,5 ຫຼຽນທອງ ເປັນທີ 1 ຄອງເຈົ້າຫຼຽນຄຳ ແລະ ຂັນຊະນະເລີດປີນີ້ ເປັນ 2 ສະໄໝຕິດຕໍ່ກັນ ສ່ວນທີ 2 ເປັນຂອງສະໂມສອນ ແອວຈີບີ ສີຣິວົງ ຍາດໄດ້ 4,5 ຫຼຽນຄຳ, 5 ຫຼຽນເງິນ ແລະ 6,5 ຫຼຽນທອງ ສ່ວນທີ 3 ທີມ ເອພີເອັມຊີ ຍາດໄດ້ 4 ຫຼຽນຄຳ, 7,5 ຫຼຽນເງິນ ແລະ 10 ຫຼຽນທອງ, ທີ 4 ແຂວງໄຊຍະບູລີ ຍາດໄດ້ 1,5 ຫຼຽນຄຳ, 1 ຫຼຽນເງິນ ແລະ 1,5 ຫຼຽນທອງ, ທີ 5 ແຂວງຈຳປາສັກ ຍາດໄດ້ 1 ຫຼຽນຄຳ ແລະ 1 ຫຼຽນທອງ ແລະ ທີ 6 ສະໂມສອນ ສະກາຍໄລ ຍາດໄດ້ 1 ຫຼຽນຄຳ.
ຂ່າວ-ພາບ: ສົງການ ພັນແພງດີ